ຄົ້ນຫາ

3.06.2551

ຮຽນຮູ້ເຣື່ອງພຣະພຸດທະເຈົ້າສະບັບຫຍໍ້


ຮຽນຮູ້ເຣື່ອງພຣະພຸດທະເຈົ້າສະບັບຫຍໍ້
ສຳລັບນັກຮຽນ-ນັກສຶກສາ.
------
 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)


໑. ທີ່ເກີດ
ພຣະສັມມາສັມພຸດທະເຈົ້າພຣະອົງນັ້ນ ພຣະອົງຊົງໄດ້ປະກາສພຣະສາສນາໄວ້ ເມື່ອວັນເພັງເດືອນ ໖ ໃຕ້ຮົ່ມຕົ້ນໂພທິ(ໄມ້ປ່າແປ້ງ) ຊື່ວ່າພຸດທະຄາຍາ ແຄມຝັ່ງແມ່ນ້ຳເນຣັນຊອນ ບ້ານອຸຣຸເວລາເສນານິຄົມ ຕາແສງອຸຣຸເວຣາເສນານິຄົມ ເມືອງຄະຍາ ແຂວງຣັດພິຫານ(ປະເທດອິນເດັຽດຽວນີ້)
໒. ພຣະນາມເດີມ ໂຄຕວົງ ແລະ ບ້ານເກີດເມືອງນອນ.
ພຣະສັມມາສັມພຸດທະເຈົ້າພຣະນາມເດີມແທ້ຊື່ວ່າສຣີທັດຖະ ຫຼືສຣີທາຣົດ ຫຼືສຣີທາຕ ຫຼືສຣີທາຕຖະ (ຄົນລາວລາວເຮົານິຍົມຮຽກສອງ ຊື່ ຄື ສຣີທາຕຣາຊະກຸມມາຣ ກັບສຣີທ້າວສຣີທາຕ ແຕ່ປະກົຕໃນໜັງສືນັ້ນ ມັກຈະພົບດັ່ງທ່ານກ່າວມານີ້ ແຕ່ພຣະສົງລາວເຮົາມັກຮຽກທີ່ສຸດແມ່ນຈະບໍ່ມັກຮຽກກພຣະນາມ ແຕ່ຈະຮຽກວ່າ “ພຣະມະຫາບຸຣຸສ” ແທນ) ເປັນພຣະຣາຊະບຸດຂອງ ພຣະເຈົ້າສຸດໂທທະນະ ກັບພຣະນາງວສີຣິມະຫາມາຍາຣາຊະເທວີ ໃນເຊື້ອສາຍຂອງສັກກະຍະວົງ ໂຄຕະມະໂຄຕ(ເປັນນາມສະກຸນ ບາງຄັ້ງເຮົາຈະເຫັນຄົນຮຽກ ພຣະອົງຄ໌ຕາມນາມສະກຸນນີ້ກມີ)ຜູ້ທີ່ເປັນເຈົ້າແມ່ນດິນ ເມືອງສັກກະ ນະຄອນກະບິລະພັດ (ປັດຈຸບັນຢູ່ປະເທດເນປານ)
໓. ວັນເວລາປະສູຕ.
ເຈົ້າຊາຍສຣິທັດຖະຣາຊະກຸມາຣ ປະສູຕເມື່ອ ວັນເພັງເດືອນ ໖ ໃນກ້ອງຮົ່ມໄມ້ຮັງ ສວນອຸທະຍານ ລຸມພິນີຍະວັນ ຣະຫວ່າງເມືອງກະບິລະພັສດຸ໌ ກັບເມືອງເທວະທະຫະຊາຍແດນຕິດຕໍ່ກັນ.
໔. ສຳເຣັຈວິຊາຄວາມຮູ້ທາງໂລກ.
ເຈົ້າຊາຍສິທັດຖະຣາຊະກຸມາຣ ເປັນມະຫາບຸຣຸສທີ່ປະເສີດ ມີຄວາມປະເສີດຢູ່ກັບພຣະອົງມາກ່ອນແລ້ວ ແລະ ຄວາມຮູ້ຂອງເພິ່ນກໍ່ປະເສີດກວ່າຄົນທັງປວງ ພຣະອົງຄ໌ຊົງມີພຣະອາຈາຣຍ໌ຫູາຍທ່ານ ແລະ ພຣະອາຈາຣຍ໌ ທີ່ຮັບຜິດຊອບປະຈຳພຣະອົງຄ໌ນັ້ນ ຊື່ວ່າພຣະອາຈາຣຍ໌ວິສວາມິຕ ພຣະອົງຄ໌ຈົບວິຊາກາຣຕ່າງໆ ຕັ້ງແຕ່ອາຍຸ ໑໖ ພັນສາ(ປີ) ເຊິ່ງຍາກຈະຫາບຸຄຄົລໃດສເມີເໝືອນ ພຣະອາຈາຣຍ໌ຂອງພຣະອົງຄ໌ທຸກຄົນ ກໍຍອມຮັບວ່າພຣະອົງຄ໌ ເປັນເລີດກວ່າພຣະອາຈາຣຍ໌ແຕ່ລະຄົນສາອີກ, ໃນໄຣຍະ ໑໖ ພຣະພັນສານັ້ນ ພຣະອົງຄ໌ສຳເຣັດ ວິຊາກາຣທາງໂລກໄປແລ້ວ ໑໘ ສາຕຣ໌ໃນນັ້ນຣວມທັງຄັມພີໄຕເວທ ຫຼືໄຕຣເພທອັນເປັນຄັມພີຂອງສາສນາ ພຣາມດ້ວຍ.
໕. ກາຣສ້າງຄອບຄົວ(ອະພິເສກສົມຣົສ)
ເມື່ອພຣະຊົນມາຍຸໄດ້ ໑໖ ພັນສາແລ້ວ ພຣະບິດາ ພຣະມາຣດາ ແລະ ພຣະຍາຕວົງສ໌ໄດ້ເລືອກຄູ່ ຄອງໃຫ້ພຣະອົງຄ໌ໄດ້ອະພິເສກສົມຣົສກັບພຣະນາງຍະໂສທະຣາ(ພິມພາ) ໄດ້ຣື່ນເຣີງໃນທາງຄະຣາວາສຄອບ ຄົວ ແລະ ຣາຊະສົງບັຕ ນາງສະໜົມກົມມມະວັງຢູ່ ໃນຜາສາທສາມຣະດູ ຈົນໄດ້ພຣະຣາຊະບຸຕພຣະອົງຄ໌ໜຶ່ງ ຊືວ່າຣາຫຸນຣາຊະກຸມາຣ.
໖. ລາບ້ານເກີດເມືອງນອນອອກຊົງຜນວຊ(ບວຊ)
ຫຼັງຈາກພຣະອົງຄ໌ໄດ້ຣື່ນເຣີ່ງໃນຄອງຄະຣາວາສຢ້າວເຮືອນ ຈົນເຖິງພຣະຊົນມາຍຸໄດ້ ໒໙ ພຣະພັນສາ ແລ້ວ ພຣະອົງຄ໌ໄດ້ເກີດຄວາມເບື່ອໜ່າຍໃນຮູບແສງສີສຽງ ແລະ ພຣະຣາຊສົມບັຕ ນາງສະໜົມກົມມະວັງ ຫຼຽວໄປທາງໃດ ທີ່ເຄີຍສວຍງາມກໍເກີດຄວາມອຶກອັດຕັນໃຈ ມີແຕ່ເຣື່ອງທຸກຍາກລໍາບາກພຣະວໍຣະກາຍ ພຣະວາຈາ ແລະ ພຣະຫືຣະທັຍ ຈາກນັ້ນພຣະອົງຄ໌ກໍຊົງສະແຫວງຫາໃຫ້ພົ້ນທຸກ ຈຶ່ງສະແດງອອກຈາກພຣະຣາຊະວັງ ໄປຊົງຜນວຊ(ບວຊ) ໃນເວລາກງຄືນດ້ວຍມ້າກັນທະກະໃນເວລາກາງຄືນ, ໂດຍມີນາຍສັນນະຕາມສະເດັຈໄປນໍາ ເມື່ອໄປເຖິງຮີມແມ່່ນໍ້າເນຣັນຊະຣານະທີແລ້ວ ຈຶ່ງໄດ້ຕັດພຣະເມົາຣີ(ຜົມ) ດ້ວຍອະທິຖານຕົນບວຊ ເພື່ອສແວງຫາໂມກຂະທັມ(ທາງພົ້ນທຸກ)ສືບຕໍ່ໄປ.
໗. ທົດລອງວິຊາຄວາມຮູ້ຕ່າງໆ.
ພຣະສິດທັດຖະຣາຊະກຸມມາຣ ພາຍຫຼັງທີ່ໄດ້ອະທິຖານຜນວຊແລ້ວ ພຣະອົງກໍໄດ້ໄປຮໍ່າຮຽນນໍາຣືສີ ອາຣະຣາດາບົດ ແລະ ອຸທະກະດາບົດ ຈົນຈົບວິຊາໄຕຣເພທ(ເວທຍ໌)ຂອງສາສນາພຣາມ ຈົນໄດ້ຍານສະມາ ບັຕ ອັນເປັນຄວາມຮູ້ສຸດຍອດຂອງສາສນາພຣາມແລ້ວ ພຣະອົງຄ໌ຊົງມາພິຈາຣະນາວ່າ ຄວາມຮູ້ນີ້ຍັງບໍ່ທັນ ເປັນສິ່ງທີ່ພົ້ນທຸກຂ໌ໄດ້ ຈຶ່ງປ່ຽນວິທີກາຣໃໝ່ ຈຶ່ງໄດ້ທຳກາຣເດີນທາງກົງມຸ້ງໜ້າໄປເຖິງແມ່ນໍ້າເນຣັນຊະຣາ ບ້ານອຸຣຸເວຣາເສນານິຄົມ ຕາແສງອຸຣຸເວຣາເສນານິຄົມ (ຣັດພິຫາຣ ແຂວງຄະຍາ ປະເທດອິນເດັຽ ປັຈຈຸບັນ)ຈຶ່ງເຣີ່ມຄົ້ນຄວ້າ ແລະ ສຶກສາທັມດ້ວຍຕົນເອງ ຈົນເຖິງເດືອນ ໖ ເພັງ.
໘. ຄົ້ນພົບສັຈຈະທັມ(ບັລລຸທັມ)
ພຣະມະຫາບູຣຸດ ເມື່ອພຣະອົງຄ໌ຕັ້ງພຣະທັຍບໍາເພັງພຽນແລ້ວ ພຣະອົງຄ໌ກໍໄດ້ທໍາຈິຕຂອງພຣະອົງຄ໌ ໃຫ້ສະອາດດີແລ້ວ ທໍາຄວາມປາຖນາໃຫ້ເຖິງພ້ອມ ຈົນມາເຖິງວັນເພັງເດືອນ ໖ ຫຼັງຈາກພຣະອົງຄ໌ຮັບເຂົ້າ ມະທຸປາຍາດ ພ້ອທຖາດຄຳ ຈາກນາງສຸຊາດາແລ້ວ ພຣະອົງຄ໌ສັນ ແລະ ກໍໄດ້ເອົາຖາດຄຳນັ້ນລົງໄປແຄມນໍ້າ ເນຣັນຊະຣາ ພຣະອົງຄ໌ກໍໄຫຼຖາດຄຳລົງນໍ້າ ທັງຕັ້ງຈິດອະທິດຖານວ່າ ຫາກພຣະອົງຄ໌ຈະຕັສຮູ້ໃນຄໍ່າຄືນວັນນີ້ ຂໍໃຫ້ຖາດຄຳນັ້ນລອຍຂຶ້ນເໜືອນໍ້າ ແລະ ແລ້ວຖາດນັ້ນກໍລອຍທວນນໍ້າຂຶ້ນໄປດັ໋ງຄວາມປາຖນາ ພຣະອົງຄ໌ມີພລັງ ໃຈວ່າ ຈະປະຕິບັຕຕົນຈົນສຳເຣັຈທັມໃນຄໍ່າຄືນນີ້ ຫຼັງຈາກນັ້ນພຣະອົງຄ໌ກໍໄດ້ຮັບຖວາຍຫຽ້າຄາ ໘ ກຳຈາກໂສຕຖີຍະພຣາມ ພຣະອົງຄ໌ກໍໄດ້ເອົາຫຽ້າຄານັ້ນມາປູລວດເປັນບັລລັງ ໃນຮົ່ມຕົ້ນໄມ້ປ່າແປ້ງ(ຕົ້ນໂພທິ) ແຄມນໍ້າເນຣັນຊະຣາ(ຮຽກວ່າພຸທທະຄະຍາ)ໃນເວລານີ້ ບຳເພັງດ້ວຍຈິຕະທິຖານຢ່າງເຕັມກໍາລັງ ຕັ້ງໃຈແນ້ວ ແນ່ ປະຖົມຍາມພຣະອົງຄ໌ກໍບັລລຸຍານຂັ້ນຕົ້ນເລື້ອຍໄປຕາມລຳດັບ ໃນທີ່ສຸດພໍແສງທອງຂະຈຣໄປທົ່ວຜືນພິພົບ ພຣະອົງຄ໌ ກໍໄດ້ບັລລຸທັມສູງສູງ ທີ່ເຮັດໃຫ້ພຣະອົງຄ໌ຮູ້ແຈ້ງທັມ ເຊິ່ງຮຽກວ່າອໍຣະຫັນຕະສັມມາສັມໂພທິຍານ ທັມຂັ້ນຕົ້ນທີ່ພຣະອົງຄ໌ຮູ້ຮຽກວ່າ ທາງພົ້ນທຸກ ໔ (ອະຣິຍະສັຈຈະ ໔ ) ຄື :
໑. ທຸກຂະ : ຄືຄວາມບໍ່ສະບາຍກາຍ ວາຈາ ແລະ ໃຈ.
໒. ສະມຸທັຍ : ຄືເຫຕໃຫ້ເກີດຄວາມທຸກຂ໌ກາຍ ວາຈາ ແລະ ທຸກຂ໌ໃຈ.
໓. ນິໂຣທ : ຄືຄວາມດັບທຸກຂ໌ທີ່ເກີດຂຶ້ນທາງກາຍ ວາຈາ ແລະ ໃຈ
໔. ມັຄຄະ : ທາງແຫ່ງຄວາມດັບທຸກທັງໝົດ ອັນໄດ້ແກ່ມັຄຄະ ໘ ອັນໄດ້ແກ່
໔.໑. ສັມມາທິດຖິ ຄວາມເຂົ້າໃຈຖືກຕ້ອງ
໔.໒. ສັມມາສັງກັປປະ ຄວາມໃຝ່ໃຈຖືກຕ້ອງ
໔.໓. ສັມມາວາຈາ ກາຣເວົ້າຈາຖືກຕ້ອງ
໔.໔. ສັມມາກັມມັນຕະ ວຽກງານທີ່ຖືກຕ້ອງ
໔.໕. ສັມມາອາຊີວະ ກາຣລ້ຽງຊີວິດທີ່ຖືກຕ້ອງ
໔.໖. ສັມມາວາຍາມະ ຄວາມພາກພຽນທີ່ຖືກຕ້ອງ
໔.໗. ສັມມາສະຕິ ກາຣລະນຶກຢູ່ປະຈຳໃນທາງທີ່ຖືກຕ້ອງ
໔.໘. ສັມມາສມາທິ ຄວາມຕັ້ງໃຈທີ່ຖືກຕ້ອງ
໙. ປະກາສຄວາມຈິງ(ສັຈຈະທັມ)
ເພື່ອເປັນກາຣຢືນຢັນ ທາງພົ້ນທຸກຂ໌ ໔ ປະກາຣຂອງພຣະພຸດທະອົງຄ໌ນັ້ນ ພຣະອົງຄ໌ເຈົ້າຈຶ່ງໄດ້ສະ ແດງທັມມະຈັກກັປປະວັຕນະສູຕ ອັນເປັນເທສນາກັນທຳອິດໃຫ້ແກ່ປັນຈະວັຄຄີ ໕ ອົງຄ໌ ຟັງທີ່ປ່ອິສິປະຕະນະ ມະຣິຄຄະທາຍະວັນ ເມືອງພາຣານະສີ(ຂະນະນີ້ຮຽກວ່າສາຣະນາຖ ຫຼືນະຣັຖ) ເມື່ອວັນເພັງເດືອນ ໘. ຖືວ່າພຣະອົງຄ໌ໄດ້ປະກາສທັມຂຶ້ນໃນໂລກຄັ້ງແຮກ.

໑໐. ພຣະສົງຄ໌ເກີດ
ຄວາມຈິງ ໔ ປະກາຣນີ້ທີ່ເຮັດໃຫ້ພຣະພິກຂຸ ໕ ອົງຄ໌ ນັ້ນເປັນພຣະອໍຣະຫັນຕາ ເຈົ້າທຳອິດແມ່ນພຣະ ໂກນທັນຍະ ໄດ້ດວງຕາເຫັນທັມກ່ອນ ພຽງແຕ່ພຣະອົງຄ໌ຍົກຫົວຂໍ້ທັມຂຶ້ນມາຍັງບໍ່ທັນໄດ້ດວງຕາເຫັນທັມໂລດ ແລະ ຂໍບວຊ ພຣະອົງຄ໌ກໍໄດ້ປະທານ “ເອຫິພິກຂຸ ອຸປະສັມປະທາ” ຖືເປັນພຣະສົງຄ໌ແຮກໃນໂລກ ຖືກວ່າໃນ ສາສນາເຮົາມີ ພຣະພຸທະ ພຣະທັມ ພຣະສົງ ເກີດຂຶ້ນຄົບຮຽກວ່າ ຣັຕນຕຣັຍ(ຕຣັຍຣັຕນ໌).
໑໑. ຕັ້ງສາສນາ
ຕາມທັມດາ ພຣະພຸທອົງເຈົ້າເພິ່ນຢູ່ໃນຮົ່ມໄມ້ແລ້ວທ່ຽວສັ່ງສອນເລື້ອຍໆ ໄປ ໃນປີຕໍາອິດນັ້ນ ພຣະຣາຊາຊື່ອວ່າ ພິມພິສານ ຜູ້ເປັນພຣະເຈົ້າແຜ່ນດິນເມືອງມະຄົດ ເວລານີ້ຮຽກວ່າ ປະຕະນະ ໄດ້ຖວາຍສວນໄມ້ໄຜ່ແກ່ພຣະອົງຄ໌ໃຫ້ເປັນອາຮາມ ເພື່ອທຳເປັນວັດ ສຳລັບຢູ່ຂອງພຣະອົງຄ໌ພອ້ມດ້ວຍພຣະສົງຄ໌ ວັດເວຣຸວັນ(ຄືສວນໄມ້ໄຜ່) ນີ້ເປັນວັດຕຳອິດໃນພຣະພຸທສາສນາ ແລະ ໃນຕອນທ້າຍນີ້ນັ້ນເອງ ເປັນວັນເພັງເດືອນສາມມາຄະບູຊາ ພຣະພຸທອົງຄ໌ເຈົ້າໄດ້ວາງຫຼັກສາສນາໄວ້ໂດຍການສະແດງໂອວາທປາຕິໂມກໃນຣະຫວ່າງກາງພຣະອໍຣະຫັນຕາເຈົ້າທັງຫຼາຍ(ອະຣຫັນຕ໌) ໜຶ່ງພັນສອງຮ້ອຍຫ້າສິບອົງ ທີ່ວັດພຣະເວຣຸຸວັນ(ຄືປ່າໄຜ່)ນັ້ນເອງ.
ຫຼັກສາສນານັ້ນວ່າດັ່ງນີ້:
໑. ລະຄວາມຊົ່ວທັງຫຼາຍທັງປວງ.
໒. ກະທໍາຄວາມດີທັງຫຼາຍທັງປວງ.
໓. ທຳໃຫ້ຈິຕໃຈຜ່ອງໃສ
- ນີ້ແລເປັນຄຳສອນຂອງພຣະພຸດທະສາສນາ(ຄຳວ່າພຣະພຸດທະສາສນາ ປາກົດໃນພຸດທະ ພົດຄັ້ງແຮກຕອນນີ້ເອງ)

໑໒. ເຮັດວຽກພຣະສາສນາ
ຕລອດເວລາສີ່ສິບຫ້າປີ ພຣະພຸທອົງຄ໌ເຈົ້າໄດ້ປະກາດຄວາມຈິງຄືທັມມະ ທີ່ພົ້ນຈາກທຸກແກ່ຊາວໂລກຢ່າງກວ້າງຂວາງພ້ອມທັງໄດ້ປະກາດກົດແຫ່ງກາຣກະທຳ ຄວາມດີ ແລະ ຄວາມຊົ່ວ ແລະ ທຳໃຫ້ຈິດໃຈຜ່ອງໃສອັນເປັນຫຼັກຊີວິດທຸກໆຄົນ ແລະ ໄດ້ປະກາດລົບລ້າງຄວາມບໍ່ຮູ້ເທົ່າເຖິງກາຣອັນຈັກນຳສັພພະສັຕວ໌ໃຫ້ຕົກທຸກໄດ້ຍາກແລ້ວພຣະອົງກໍໄດ້ຈູດໂຄມໄຟ
ອັນເປັນແສງສວ່າງທີ່ຈະນຳສັພສັດໃຫ້ພົ້ນຈາກທຸກໄດ້ ພ້ອມທັງເກີດຄວາມຮົ່ມເຢັນເປັນສຸກ ຢູ່ຕລອດມາຈົນເຖິງທຸກວັນນີ້.
໑໓. ປະກາສປະຣິນພພານ(ປົງສັງຂາຣ)
ເມື່ອສະເດັດເຖິງປາວາລະເຈດີແລ້ວ ພຣະອົງສະເດັປປະທັບໜັ່ງທີ່ຮົ່ມຕົ້ນໄມ້ທີ່ມີເງົາໜາຕົ້ນໜຶ່ງ ພຣະອານົນທ໌ໄດ້ໝອບລົງແລ້ວ ຂາບທູນວ່າ “ຂ້າແຕ່ພຣະອົງຄ໌ຜູ້ປະເສີດຂໍພຣະອົງຄ໌ອາສັຍກະຣູນາ ແກ່ຂ້າ ນ້ອຍ ແລະ ຜູ້ສັດ ຈົ່ງດໍາພຣະຊົນຊີບຢູ່ຕໍ່ໄປອີກເຖີດ ຢ່າຟ້າວສະເດັດພຣະນິພພານເລີຍ” ຂາບທູນແລ້ວ ພຣະອານົນກໍນໍ້າຖ້ວມທົ້ນ ພຣະພຸດທະອົງຕັດວ່າ “ອານົນທ໌ເອີຍ ເປັນໄປບໍ່ໄດ້ທີ່ພຣະອົງຄ໌ຈະກັບໃຈ ພຣະ ອົງຄ໌ຈະຕ້ອງສະເດັດປະຣິນິພພານໃນວັນເພັງເດືອນວິສາຂະ ອີກສາມເດືອນຂ້າງໜ້ານີ້ ອານົນທ໌ເຮົາສະແດງນິ ມິຕໂອພາສຢ່າງແຈ່ມແຈ້ງແກ່ທ່ານພໍເປັນນັຍຍະບໍ່ນ້ອຍກວ່າ ໑໖ ຄັ້ງແລ້ວວ່າ ຄົນຢ່າງເຮົາມິອິທທິບາທພາວະ ນາ ທີ່ໄດ້ອົບຮົມມາດ້ວຍດີ ຖ້າຈະປະສົງຢູ່ເຖິງກັບເຖິງກັນ ຫຼືຫຼາຍກວ່ານັ້ນກໍພໍຢູ່ໄດ້ ແຕ່ທ່ານສະຫຼັ້ງໃຈບໍ່ທູນອັນ ໃດແກ່ເຮົາເລີຍ ເຮົາຕັ້ງໃຈວ່າໃນຄາວກ່ອນໆນັ້ນ, ຖ້າທ່ານທູນໃຫ້ເຮົາຢູ່ຕໍ່ໄປ ເຮົາຈະຫ້າມເສັຍສອງຄັ້ງ ຄັ້ງທີ ສາມເຮົາຈະຮັບອາຣາທະນາທ່ານ, ບັດນີ້ຊ້າເສັຍແລ້ວ ເຮົາບໍ່ອາດກັບໃຈໄດ້ອີກ”
ອານົນເອີຍ ບັດນີ້ສັງຂານອັນເໝືອນກວຽນທີ່ຊໍາຣຸດນີ້ ໄດ້ສລະແລ້ວ, ເຣື່ອງທີ່ດຶງກັບຄືນມາອີກຄັ້ງໜຶ່ງ ນັ້ນ ມັນບໍ່ແມ່ນວິໄສຂອງຕຖະຄົດ ບຸຄຄົນຍ່ອມພັດພາກຈາກສິ່ງທີ່ຮັກ ທີ່ເພິ່ງໃຈເປັນທັມມະດາ ຫຼີກລຽງບໍ່ໄດ້ ອານົນທ໌ ຊີວິດນີ້ມີຄວາມພັດພາກເປັນທີ່ສຸດ ສິ່ງທັງຫຼາຍມີຄວາມແຕກດັບໄປເປັນທັມມະດາ ຈະປາຖນາບໍ່ໃຫ້ ເປັນດັ່ງທີ່ມັນຄວຣຈະເປັນ ເປັນຖານະທີ່ບໍ່ເພິງຫວັງໄດ້ ທຸກສິ່ງທຸກຢ່າງດຳເນີນໄປ ເຄື່ອນໄປສູ່ຈຸດສະຫຼາຍ ຕົວທຸກຂະນະ”
ນັບແຕ່ບັດນັ້ນ ພຣະອົງກໍສະເດັດໄປຍັງ ເມືອງກຸສີນາຣາ ດ້ວຍພຣະບາດ ເປັນເວລາ ໓ ເດືອນ ກໍເຖິງ ສາລະວະໂນທະຍານ ແຫ່ງເມືອງກຸສິນາຣາ.

໑໔. ປັຈສິມະໂອວາທ
ກ່ອນທີ່ພຣະພຸທເຈົ້າຈະສະເດັດດັບຂັນທະປຣິນິພພານນັ້ນ ພຣະອົງຄ໌ເຈົ້າ ເພິ່ນໄດ້ຝາກຄຳສັ່ງສຸດທ້າຍໄວ້ໃຫ້ແກ່ພວກເຣົາທັງຫຼາຍ ຮຽກວ່າ ປັຈສິມະພຸທໂທວາທ ວ່າ:
ສິ່ງທັງຫຼາຍໃນໂລກນີ້
ບໍ່ທ່ຽງແທ້ແນ່ນອນ
ທົນຢູ່ເຫິງນານບໍ່ໄດ້ ແລະ
ບໍ່ແມ່ນຂອງຕົນ ຂອງຕົວອີກຊໍ້າ.
ສູເຈົ້າທັງຫຼາຍຈົ່ງທໍາງານໃຫ້ໂຕເອງ ແລະ ທໍາງານໃຫ້ຜູ້ອື່ນນັ້ນ ດ້ວຍຄວາມລະມັດລະວັງແດ່ທ້ອນ.

໑໖. ປະຣິນິພພານ(ຄືຕາຍ)
ໃນປີທີສີ່ສິບຫ້າ ອາຍຸຂອງພຮະພຸທອົງຄ໌ເຈົ້າ ໄດ້ແປດສິບປີບໍຣິບູນພໍໍດີ ພຣະພຸທອົງເຈົ້າປະຣິນິພພານ ເມື່ອວັນເພັງເດືອນຫົກໃນຮົ່ມກົກຮັງສອງຕົ້ນຮຽງກັນ ສະຖານທີ່ນັ້ນເອີ້ນວ່າ ສາລະວະໂນທະຍານ ແຫ່ງເມືອງກຸສິນາຣາ ເວລານີ້ຮຽກວ່າ ກາເຊັຽ.