ຄົ້ນຫາ

12.15.2554

ພຣະເຈົ້າ ໑໐ ຊາດ


 ລິງຄ໌ມາໃຫ້ອ່ານ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ບໍ່ສະຫງວນສິດ)

໑ ພຣະເຕເມຍະຊາດົກ ຍິ່ງດ້ວຍເນກຂັມມະປາຣີນີ.
໒.ພຣະຊະນົກຊາດົກ ຍິ່ງດ້ວຍວິຣິຍະປາຣະມີ
໓. ພຣະສຸວັນນະສາມຊາດົກ ຍິ່ງດ້ວຍເມຕຕາປາຣະມີ
ພຣະເນມິຣາຊຣາກົກ ຍິ່ງດ້ວຍອະທິດຖານະປາຣະມີ
໕. ພຣະມະໂສຫົດຊາກົດ ຍິ່ງດ້ວຍປັນຍາປາຣະມີ
໖. ພຣະພູຣິທັດຊາດົກ ຍິ່ງດ້ວຍສີລະປາຣະມີ.
໗. ພຣະຈັນທະກຸມາຣຊາດົກ ຍິ່ງດ້ວຍຂັຍຕິປາຣະມີ
໘. ພຣະນາຣັດທະພຣົມຊາດົກ ຍິ່ງດ້ວຍປຸເປກຂາປາຣະມີ
໙. ພຣະວິທູນບັນດິດຊາດົກ ຍິ່ງດ້ວຍສັຈຈະປາຣະມີ
໑໐. ພຣະເວສສັນຕຣະຊາດົກ ຍິ່ງດ້ວຍທານະປາຣະມີ

10.06.2554

พระสุบิน ๑๖ ประการ


พระสุบิน ๑๖ ประการ 
มหาสุบินชาดก… ในคัมภีร์อรรถกถาชาดก (อธิบายชาดก) เล่มที่ ๑ เล่าว่า...พระเจ้าปเสนทิโกศล ผู้ครองกรุงสาวัตถี แคว้นโกศล บรรทมหลับในราตรีกาล เวลาปัจฉิมยามใกล้รุ่ง ทรงฝันเห็นภาพประหลาด ๑๖ ประการ จึงทรงตกพระทัย ตรัสเล่าความฝันนั้นให้พราหมณ์ปุโรหิตประจำราชสำนักทำนาย พราหมณ์เหล่านั้นกราบทูลเป็นเสียงเดียวกันว่า ความฝันนี้ร้ายแรงนัก
ทำนายว่า พระองค์จะต้องทรงประสบอันตรายสามประการ คือ เสียราชสมบัติ โรคาพยาธิเบียดเบียน หรือสวรรคต ไม่อย่างใดก็อย่างหนึ่ง ประกอบด้วย
๑.โคล่ำสัน มีโควิ่งมาจากสี่ทิศ เหมือนจะเข้ามาทำร้าย แต่พอใกล้กัน ก็ถอยหนีจากกันไป
๒.ข้าวสารหุงไม่สุก ทั้งๆ ที่หุงในหม้อเดียวกัน มีทั้งดิบ สุก และแฉะเกินไป
๓.แม่โค แม่โคจะกินนมลูกโคที่เพิ่งออกจากท้อง
๔.ต้นไม้ กลับจะออกดอกผลตั้งแต่ยังไม่เจริญเต็มที่ ทำให้ผลที่ได้เน่าเสียและไม่สมบูรณ์
๕.ถาดทองคำ ซึ่งถือว่าเป็นวัตถุมีค่ามาก กลับถูกประชาชนนำไปให้สุนัขจิ้งจอกตัวหนึ่งถ่ายปัสสาวะรดใส่
๖.สุนัขจิ้งจอก แทนคนชั่วร้ายหรือเจ้าเล่ห์ ที่แอบซ่อนตัวอยู่ และคอยกัดแทะเชือกซึ่งชายคนหนึ่งฟั่นไว้ใช้งานโดยเขาไม่รู้
๗.เขียดกินงู โดยเขียดนั้นกลับรู้จักใช้เล่ห์เหลี่ยมจนทำให้งูพ่ายแพ้
๘.แก่นจันทน์ ประชาชนเอาแก่นจันทน์หอมไปแลกกับนมโคเสียง่าย
๙.น้ำเต้าจมน้ำ น้ำเต้าที่เบาๆ ควรลอยน้ำกลับจมน้ำ
๑๐.ศิลาลอยน้ำ ศิลาหนักแน่นแทนที่จะจมน้ำกลับลอยน้ำ
๑๑.โคสามัญ กลับถูกปล่อยแล้วเอาโคเด็กมาแทนที่
๑๒.ม้าสองปาก กินหญ้าสองทาง
๑๓.ตุ่มน้ำ มากมายไม่มีใครสนใจ ชาวบ้านต้องช่วยกันหาน้ำมาเทใส่ตุ่มใหญ่
๑๔.สระโบกขรณี กลางสระใหญ่กลับขุ่น แต่ริมสระกลับใสสะอาดน่าแปลกประหลาด
๑๕.หงส์ล้อมกา คนชั้นสูงเชิดชูคนต่ำต้อย
และ ๑๖.เสือกลัวแพะ พวกแพะกลับไล่เสือเข้าป่าไป

9.24.2554

ອິນເດັຽສະໄໝບູຮານ ກ່ອນພຸດທະການ.


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
ອິນເດັຽສະໄໝບູຮານ ກ່ອນພຸດທະການ.
ປະເທດອິນເດັຍມີເນື້ອທ່ີກວ້າງໃຫຍ່ໄພສານຫຼາຍ ໃນສະໄໝພຸດທະການກວາມເອົາເນື້ອທີ່ຂອງຫຼາຍປະເທດ ທາງຕອນໃຕ້ ແລະຕາເວັນອອກຮອດພະມ້າ ບັງກາລາເທດ ພູຖານ ທາງເໜືອຮອດເນປານ ປາກິດສະຖານ ອັຟການິສຖານ ແຕ່ປີ ໑໙໔໕ ເປັນຕົ້ນມາປະເທດອີນເດັຍມີເນື້ອທີ່ທັງໝົດປະມານ ໓໒.໘໗໒.໖໓໑ ຕາຕະລາງກິໂລແມັດ ປະຊາກອນປະມານ ໑.໐໐໐ ລ້ານຄົນ, ນັບຢ້ອນຫຼັງກັບໄປປະມານ ໑.໐໐໐ ປີ ກ່ອນພຸດທະການ ຊົນເຜົ່າດາວິດຽນ(Dravidians) ຫຼືມິລັກຂະໄດ້ເຂົ້າມາສູ້່ດິນແດນສ່ວນ ທີ່ຮູ້ກັນໃນນາມຊຸມພູທະວິບນີ້ ຖິ່ນຖານເດີມຂອງຄົນເຜົ່ານີ້ຢູ່ທີ່ໃດບໍ່ປາກົດຈະແຈ້ງປານໃດ ອາຣະຍະທັມທີ່ຂຸດພົບໃນອິນເດັຍ ສະແດງໃຫ້ເຫັນວ້າ ຊົນຊາດທຣາວິດ ຫຼືດຣາວິນດຽນນີ້ ເປັນຊົນຊາດທີ່ມີຄວາມຈະເຣິນມາກ່ອນ ສ່ວນຫຼາຍໄດ້ຕັ້ງຖິນຖານຢູ່ແມ່ນນຳ້ສິນທຸ ກ່ອນຈະມາເຖິງສະໄໝພຸດທະການ ເຮົາອາດແບ່ງຊ່ວງໄລຍະເວລາແຫ່ງປະຫວັດສາດຂອງປະເທດອິນເດັຍອອກເປັນ ໓ ຍຸກ ດ້ວຍກັນຄື:-
໑. ຍຸກພຣະເວທ.
໒. ຍຸກພຣາມະນະ.
໓. ຍຸກອຸປະຣິສັດ.

9.19.2554

ປະຖົມມະເຫດ ພຸດທະປະຫວັດ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
       ພຣະບໍຣົມໂພທິສັດໄດ້ຊົມງບຳເພັງປາຣະມີ ໓໐ ທັດມາ ໔ ອະສົງໄຂປາຍແສນມະຫາກັບ, ດ້ວຍປະການ ດັ່ງນີ້ແລ້ວ ຊາດສຸດທ້າຍໄດ້ບຳເພັງທານະປາຣະມີ ສະເຫວີຍພຣະຊາດເປັນພຣະເຫວດສັນດອນໂພທິສັດ ຄັນທິ ວົງຄົດແລ້ວ ໄດ້ອຸບັດໄປບັງເກີດເປັນສັນຕຸສິດເທພະບຸຕເທວະຣາຊ ສະເຫວີຍທິພພະສົມບັຕ ຢູ່ໃນສະຫວັນຊັ້ນດຸສິຕນັ້ນ.
         ເມື່ອທ້າວມະຫາພຣົມໃນຊັ້ນສຸທາວາທທັງ ໕ ລົງມາທ່ຽວປະກາດແກ່ຊາວໂລກ ອັນເປັນເຫດແຫ່ງພຸດທະໂກລາຫົນ ແກ່ມວນມະນຸດວ່າ.
            "ນັບແຕ່ນີ້ໄປເຖິງແສນປີ ພຣະສັມມາສັມພຸດທະເຈົ້າຈັກອຸບັດຂຶ້ນໃນໂລກ" ຄວາມສົງໄສສັບສົນນີ້ ດຳຣົງຢູ່ ເຖິງໜຶ່ງແສນປີເຕັມ, ຫາຜູ້ໃຫ້ຄຳຕອບບໍ່ໄດ້ ຈວບຈົນກະທັງ, ບຸບພະນິມິດ ໔ ປະການປາກົດຂຶ້ນແກ່ສັນຕຸສິດເທພະບຸດແລ້ວ ເລົ່າເທວະດາ, ອິນທຣ໌, ພຣົມ ກໍຊາບແນ່ນອນວ່າ "ສັນດຸສິຕເທພະ ບຸຕ" ອັງນີ້ເອງ ຄືອົງພຣະສັບພັນຍູໂພທິສັດ.
            ຈຶ່ງພາກັນຂາບທູນອາຣາທະນາສັນຕຸສິຕເທບພະບຸດ ໃຫ້ຈຸຕິລົງມາເກີດໃນມະນຸດສາໂລກ ເພື່ອຕັດສະຮູ້ເປັນ ພຣະສັມມາສັມພຸດທະເຈົ້າ ສະແດງທັມສັ່ງສອນເລົ່າເວໄນຍະສັຕໃນມະນຸດສາໂລກ, ກັບທັງເລົ່າເທວະໂລກ ໃຫ້ພົ້ນຂ້າມສັງສາຣະວັດ ຄັນສັນດຸສິຕເທວະບຸດຊົງພະຈາຣະນາ ປັນຈະມະຫາວິໂລກະນະ ຄືເຫດການສຳຄັນ ທີ່ພຣະໂພທິສັດພິຈາຣະນາ ກວດເບິ່ງກ່ອນຈະຊົງຮັບອາຣາທະນາ ໕ ປະການ ຄື:

        ໑. ກາລ  : ຄື ອາຍຸສັງຂານຂອງມະນຸດ ຈະຕ້ອງຢູ່ຣະຫວ່າງ ໑໐໐ ປີ ເຖິງແສນປີ.
        ໒. ທີປະ :  ຄື ທວີປ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຊຸມພູທວິປເທົ່ານັ້ນ.
        ๓. ເທສະ : ຄື ປະເທດທີ່ພຣະພຸດທະເຈົ້າຊົງອຸບັດ ຕ້ອງເປັນມັດທະຍົມປະເທດ ເທົ່ານັ້ນ.
        ๔. ກຸລະ : ຄື ຕະກູນ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຂັດຕິຍະສະກຸນ ຫຼືເປັນມະຫາພຣາມສະກຸນເທົ່ານັ້ນ. 
        ๕. ມາຣດາ  : ຄື ພຣະມານດາຂອງພຣະພຸດທະເຈົ້າຕ້ອງມີສິລຫ້າບໍຣິສຸດ ໄດ້ບຳເພັງປາຣະມີຕລອດແສນກັປ.
          ເມື່ອຊົງເປັນວ່າ ຢູ່ໃນສະຖານະອັນຄວນ ຈຶ່ງຮັບຄຳທູນອັງເຊີນ.

- ພຣະໄຕປິດົກ ອັຕຖະກະຖາ.

9.14.2554

ຫຼັກການສອນທັມ ໕ ປະການຂອງພຣະພຸດທະເຈົ້າ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)


ຫຼັການສອນທັມ ໕ ປະການຂອງພຣະພຸດທະເຈົ້າ ຄື:

໑. ອະນຸປຸພພິກະຖັງ : ສະແດງໂດຍລຳດັບ ຊີ້ໃຫ້ເຫັນຄວາມກ່ຽວພັນຕໍ່ເນື່ອງກັນ ເຮັດໃຫ້ຜູ້ຟັງຈັບຕົນປາຍສາຍ ເຫດ ເຄົ້າໂຄງ ຫຼືຕົ້ນຄວາມໄດ້.
໒. ປະຣິຍາຍະທັສສະວີ : ສະແດງຜົນແຫ່ງທັມໃຫ້ຜູ້ຟັງເຂົ້າໃຈຊັດເຈນ ມີລະອຽດທຸກແງ່ ທຸກມູມ.
໓. ອະນຸທະຍັງປະກິດຈຈະ : ສະແດງທັມດ້ວຍຈິດເມດຕາ ຫວັງໃຫ້ເກີດແກ່ຜູ້ຟັງຈິງແທ້.
໔. ອະມິສັນຕະໂຣ : ບໍ່ຕິດໃນລາບຍົດສັກກາຣະ ແມ່ນຈະບໍ່ມີລາບສັກກາຣະ ຍົດ ສັກ ອັນຈະຕ້ອງໄດ້ຈາກການສະ ແດງທຳ ກໍສະແດງດ້ວຍຄວາມຕັ້ງໃຈ ມີຄວາມຍິນດີໃນການສະແດງທັມ.
໕. ອັດຕານັນຈະ ປັນຈະ ອະນຸປະຫັດຖະ : ບໍ່ສະແດງທຳກະທົບກະທັ້ງສຽດສີຜູ້ອື່ນ ກ່າວຮ້າຍຜູ້ອື່ນ ເປັນເຫດໃຫ້ ເຂົາເສັຍຊື່ສຽງ ຫຼືອວດອ້າງຕົນເໜືອຜູ້ອື່ນ ສະແດງເຖິງຄວາມເປັນເຈົ້າມານະທິດຖີ.

- ການສະແດງທັມຂອງພຣະພຸດທະເຈົ້າ ເປັນການສະແດງໃນລະດັບທີ່ງ່າຍໄປຫາຍາກ ໃຫ້ເຫັນຄວາມກ່ຽວເນື່ອງສຳ ພັນກັນ ໄປໂດຍລຳດັບ ເປັນການຊັກລ້າງຈິດໃຈຂອງຜູ້ຟັງໃຫ້ສະອາດໄປເທື່ອລະ ກ້າວເໝາະສົມແກ່ສະພາວະທຳ ຂອງຜູ້ຟັງສູງຂຶ້ນໄປເລື້ອຍໆ, ການສະແດງທຳໃນລັກສະນະນີ້ ຮຽກວ່າອະນຸ ປຸພພິກກະຖາ ເຊັ່ນພຣະອົງຊົງສະແດງທັມແກ່ພຣົມມາຍຸພຣາມ ດັ່ງນີ້:

"ພຣະຜູ້ມີພຣະພາກເຈົ້າ ຕັດອະນຸປຸພພິກະຖາ ແກ່ພຣົມມາຍຸພຣາມ ຄື ຊົງປະກາດເລື່ອງທານ, ເລື່ອງສີລ, ເລື່ອງສະຫວັນ, ເລື່ອງໂທດ, ເລື່ອງຄວາມຕໍ່າຊ້າ, ຄວາມເສົ້າໝອງແຫ່ງກາມ ແລະອະນິສົງໃນການອອກບວດ, ເມື່ອຊົງຊາບວ່າພຣົມມາຍຸພຣາມ ມີຈິດຄວນບັນລຸທັມສງົບອ່ອນປາສະຈາກນິວອນ ເບີກບານຜ່ອງໃສ ຈຶ່ງຊົງປະ ກາດສຸມຸສິກັງ ເທດສະໜາ ຄື: ທຸກ, ສະມຸທັຍ, ຣິໂຣດ, ມັກ, ທັມມະຈັກຂຸອັນບໍ່ມີທຸຣີ ຄື ກິເລດປາສະຈາກມົນທິນເກີດຂຶ້ນ ແກ່ມພຣົມມາຍຸພຣາມໃນຂະນະທີ່ນັ່ງຢູ່ນັ້ນເອງວ່າ "ສິ່ງໃດ ສິ່ງໜຶ່ງມີຄວາມເກີດ ຂຶ້ນເປັນທັມມະດາ ສິ່ງທັງໝົດນັ້ນລ້ວນແຕ່ດັບໄປເປັນທັມມະດາ" ປຽບເໝືອນຜ້າຂາວປາສະຈາດມົນທິນ ຄວນ ຮັບນຳ້ຍ້ອມໄດ້ເປັນຢ່າງດີ".


ພຸດທະລີລາ ໃນການສອນ

ໃນການສອນ ຫຼືການສະແດງທຳໃນແຕ່ລະຄັ້ງຂອງພຣະພຸດທະະເຈົ້ານັ້ນ, ມີຄວາມງົດງາມໃນເລີ່ມຕົ້ນ, ທ້າມກາງ ແລະງົດງາມໃນໃນທີ່ສຸດ ຫຼືມີລັກສະນະການສອນ ທີ່ເຮັດໃຫ້ຜູ້ຟັງມີຄວາມປະທັບໃຈນັ້ນ ຈຳແນກໄດ້ ໔ ປະເພດ ຄື:

໑. ສັນທັສສະນາ : ຊີ້ແຈງໃຫ້ເຫັນຊັດ ຄື ຈະສອນອັນໃດກໍຈີ້ແຈງ, ຈຳແນກ ອະທິບາຍ ແລະສະແດງເຫດຜົນໃຫ້ຊັດ ເຈນ ຈົນຜູ້ຟັງເຂົ້າໃຈຈະແຈ້ງເຫັນຈິງ ເຫັນເໝືອນກັບຈູງມືໃຫ້ໄປເບິ່ງເຫັນກັບຕາໂລດ.

໒. ສະມາທະປານາ : ຊັກຊວນໃຫ້ຢາກນຳເອົາໄປປະຕິບັດເອງ ຄືສິ່ງໃດຄວນປະຕິບັດ ຫຼືຫັດທຳກໍແນະນຳ ຫຼືບັນ ຍາຍໃຫ້ຊາຍເຊິ່ງເຖິງແກ່ນແທ້ ໃນຄຸນຄ່າເບິ່ງເຫັນຄວາມສຳຄັນທີ່ຈະຕ້ອງຝຶກຝົນບຳເພັງຈົນໃຈຍອມຮັບຢາກລົງ ມືທຳຕາມ ສຳຄັນຈົນຍອມຮັບຢາກລົງມືທຳ ຫຼືນຳໄປປະຕິບັດຈົນເກີດຜົນ.

໓. ສະມຸດເຕຊະນາ : ເຮັດໃຫ້ໃຈອົງອາດກ້າຫານ ປຸກລຸກໃຈໃຫ້ກະຕືລືລົ້ນ ເກີດຄວາມອຸສະຫະ ພະຍາຍາມ ມີກຳລັງໃຈແຂງຂັນໝັ້ນໃຈ ທີ່ຈະທຳໃຫ້ສຳເຣັດ ຈົນໄດ້ສູ້ງານບໍ່ຫວັ່ນກົວຕໍ່ຄວາມອິດເມື່ອຍ ບໍ່ຢ້ານຕໍ່ຄວາມລຳບາກ ກາກກຳມທັງປວງ.

໔. ສັມປະທັງສະນາ : ອອຍໃຈໃຫ້ສົດຊື່ນລື່ນເລີງ ຄື ບຳລຸງຈິດໃຈໃຫ້ສົດຊື່ນເບີກບານ ໂດຍຊີ້ໃຫ້ເຫັນຜົນຫີ ຫຼືຜົນ ຄຸນປະໂຫຍດທີ່ຈະໄດ້ຮັບ ແລະທາງທີ່ຈະກ້າວໜ້າບັນລຸຜົນສຳເຣັດຍິ່ງໆຂຶ້ນໄປ ເຮັດໃຫ້ຜູ້ຟັງມີຄວາມ ຫວັງ ແລະລື່ນເລີງເບີກບານໃຈ.

9.13.2554

ພຸດທະກິດຂອງພຣະພຸດທະເຈົ້າ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)

ພຣະພຸດທະເຈົ້າຊົງປະກອບໄປດ້ວຍ ພຣະມະຫາກະຣຸນາທິຄຸນເປັນອັນຍິ່ງ ພຣະອົງອຸບັດມາເພື່ອປະໂຫຍດ ແກ່ຊາວໂລກຢ່າງແທ້ຈິງ ຕລອດໄລຍະ ໔໕ ພຣະວັດສາ ພຣະອົງຊົງອຸທິເວລາທັງໝົດເພື່ອປະໂຫຍດ ເພື່ອຄວາມສຸກ ເພື່ອອະນຸເຄາະຊາວໂລກ ຢ່າງບໍ່ສິ້ນສຸດ ສິ່ງທີ່ພຣະອົງຊົງກະທຳຢູ່ເປັນກິດຈະວັດນັ້ນກໍຄື:

໑. ປຸພພັນເຫ ບິນດະປາຕັນຈະ : ເວລາເຊົ້າຊົງອອກບິນທະບາດໂຜດສັດ.
໒. ສາຍັນເຫ ທັມມະເທສະນັງ : ເວລາແລງສະແດງທັມ ສັ່ງສອນປະຊາຊົນ.
໓. ປະໂທເສ ພິກຂຸໂອວາທັງ : ເວລາຄ່ໍາປະທານພຣະໂອວາດແກ່ພິກຂຸສົງ.
໔. ອັຕຕະຣັຕເຕ ເທວະປັນຫານັງ : ເວລາກາງຄືນຕອບປັນຫາເທວະດາ.
໕. ປັດຈຸດເສ ວະຄະເຕ ກາເລ ພັພພາພັບເພ ວິໂລກະນັງ : ເວລາໃກ້ສວ່າງແຈ້ງ ຊົງກວດເບິ່ງສັດໂລກ ທີ່ຄວນຈະບັນ ລຸທັມ ແລ້ວສະເດັດໂຜດ.

ຄຸນສົມບັດຂອງພຣະພຸດທະເຈົ້າ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
ພຣະພຸດທະເຈົ້າ ຊົງປະກອບດ້ວຍຄຸນສົມບັດ ບຸກຄະລິກະພາບຂອງການສະແດງທັມ ທີ່ຊາວໂລກທັງຫຼາຍເພິ່ງພໍໃຈ ດັ່ງນີ້:

໑. ຣູປປັປປະມານິກາ : ມີພຣະຮູບໂສມທີ່ງົດງາມ ສົມບູນດ້ວຍມະຫາສັປປຸຣິສະລັກສະນະ ໓໒ ປະການ.
໒. ໂຂສັປປະມານິກາ : ມີພຣະສຸຣະສຽງທີ່ອ່ອນຫວານຈັບໃຈແກ່ຜູ້ຟັງ.
໓. ລູຂັປປະມານິກາ : ມີບໍຣິຂານຫຼື້ປັດໄຈທີ່ເສົ້າໝອງຍັງຄວາມເຫຼື້ອມໃສໃຫ້ເກີດ.
໔. ທັມມັປປະມານິກາ : ເປັນຜູ້ຊົງທັມອັນຍອດຢ້ຽມ ໃນບັນດາໝູ່ມະນຸດ ແລະເທວະດາທັງຫຼາຍ ຊົງເປັນຣາຊາແຫ່ງທັມສົມບູນດ້ວຍວິຊຊາ ແລະຈາຣະນະ.

ພຣະພຸດທະເຈົ້າຊົງມີພຣະສຸຣພະສຽງເໝືອນກັບພຣົມ ຊົນທັງຫຼາຍໄດ້ຟັງແລ້ວ ຕ່າງກໍຕິດໃຈໃນພຣະສຸຣະສຽງຂອງ ພຣະອົງ ໄດ້ເຫັນປະຕິກິຣິຍາ ໄດ້ຟັງທັມອັນງາມຂອງພຣະອົງ ແລ້ວຕ່າງກໍເກີດຄວາມເຫຼື້ອມໃສສັດທາ ດັ່ງທີ່ອຸຕຣະ ພຣາມ ໄດ້ກ່າວຍ້ອງຍໍຊົມເຊີຍພຣະອົງໄວ້ດັ່ງນີ້ :
- ທ່ານພຣະໂຄດົມ ພຣະອົງນັ້ນຊົງມີພຣະສຸຣະສຽງ ກືກກ້ອງເປັ່ງອອກມາຈາກພຣະໂອດ ປະກອບດ້ວຍອົງ ໘ ປະການ.

໑. ນູ່ມນວນ.
໒. ຟັງຊັດເຈນ.
໓. ມ່ວນ, ອ່ອນຫວານ.
໔. ຟັງງ່າຍ.
໕. ກົມກ່ອມ.
໖. ບໍ່ແຫບ.
໗. ເລິກເຊິ່ງ.
໘. ມີພຣະສຸຣະສຽງກັງວານ.

ພຣະສຸຣະສຽງທີ່ພຣະພຸດທະອົງຊົງສອນພຸດທະບໍຣິສັດ ໃຫ້ເຂົ້າໃຈນັ້ນບໍ່ໄດ້ກ້ອງອອກໄປນອກພຸດທະບໍຣິສັດ ນັ້ນ ຊົນທັງຫຼາຍທີ່ທ່ານພຣະໂຄດົມຊົງຊີ້ແຈ້ງໃຫ້ຊັດເຈນ ຊວນໃຫ້ຢາກຮັບເອົາໄປປະຕິບັດເຈົ້າໃຈ ອາດຫານ ອອຍໃຈໃຫ້ລື່ນເລີງດ້ວຍທັມມິກະຖາ ຈຶ່ງລຸກຈາກທີ່ນັ່ງໄປຫຼຽວເບິ່ງ ໂດຍບໍ່ຢາກຈາກໜີໄປ ເຮົາໄດ້ເຫັນພຣະໂຄ ດົມພຣະອົງນັ້ນ ຊົງດຳເນີນປະທັບຢືນສະເດັດເຂົ້າໄກ້ບ້ານ ປະນິ່ງໃນໃກ້ບ້ານ ກຳລັງສະເຫວີຍພຣະກາຍາຫານ
ໃນທີ່ໃກ້ບ້ານ ສະເຫວີຍສະເຣັດແລ້ວກໍຊົງນັ່ງນິ້ງ ສະເຫວີຍສຳເຣັດແລ້ວຊົງອະນຸໂມທະນາ ສະເດັດກັບມາຍັງພຣະ
ອາຣາມ ສະເດັດມາເຖິງພຣະອາຣາມແລ້ວ ສະເດັດປະທັບນັ່ງນິ້ງຢູ່ໃນພຣະອາຣາມແລ້ວ ຊົງສະແດງທັມແກ່ພຸດທະ
ບໍຣິສັດ ທ່ານພຣະໂຄດົມພຣະອົງນັ້ນ ຊົງພຣະຄຸນເຊັ່ນນີ້ ແລະຊົງຄຸນຍິ່ງກວ່າທີ່ກ່າວແລ້ວ.

ມະຫາສັບປຸຣິສະລັກສະນະ ໓໒ ປະການ


 ມະຫາສັບປຸຣິລັກສະນະ ໓໒ ປະການ.
 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
- ພຣາມໄດ້ເຫັນລັກສະນະມະຫາບູຣຸດຂອງ ພຣະຣາຊະກຸມມານສີທັດຖະໄວ້ ໓໒ ປະການ ຄື:
ກ. ເປັນຜູ້ປະກອບໄປດ້ວຍມະຫາສັບປຸຣິສະລັກສະນະ ໓໒ ປະການ ຖືກຕ້ອງຕາມຫຼັກ ໂຫຣະສາດຄຳພີພຣາມ ດັ່ງນີ້ ຄື:
໑. ມະຫາບູຣຸດ ມີພື້ນພຣະບາດສະໝ່ຳສະເໝີ.
໒. ມະຫາບູຣຸດ ມີຜາຕີນເປັນກົງຈັກເກີດແລ້ວ.
໓. ມະຫາບູຣຸດ ມີສົ້ນພຣະບາດຍາວ.
໔. ມະຫາບູຣຸດ ມີຂ້ໍພຣະບາດຍາວ.
໕. ມະຫາບູຣຸດ ມີຝາພຣະບາດອ່ອນນຸ້ມສຸຂຸມານ.
໖. ມະຫາບູຣຸດ ມີຝາພຣະບາດເໝືອນຕາຂ່າຍ.
໗. ມະຫາບູຣຸດ ມີຂໍ້ພຣະບາດສູງ.
໘. ມະຫາບູຣຸດ ມີແຂ່ງເໝືອນແຂ່ງກວາງຊາຍ.
໙. ມະຫາບູຣຸດ ເມື່ອຢືນກົງພຣະຫັດທັງສອງຫຍ່ອນລົງເຖິງຫົວເຂົ່າທັງສອງ.
໑໐. ມະຫາບູຣຸດ ມີອົງຄະຊາດຢູ່ໃນຟັກ ເມື່ອຕ້ອງການໃຊ້ຈຶ່ງປາກົດ.
໑໑. ມະຫາບູຣຸດ ຜິວກາຍມີສີເໝືອຍທອງຄຳສີສຸກ.
໑໒. ມະຫາບູຣຸດ ມີຜິວໜັງລະອຽດ ລະອອງທຸລີບໍ່ຄ້າງ.
໑໓. ມະຫາບູຣຸດ ມີຂົນຂຸມລະເສັ້ນ.
໑໔. ມະຫາບູຣຸດ ມີປາຍຂົນຊອນຂື້ນທຸກເສັ້ນ ເໝືອນດອກອັງຊັນຂຶ້ນເບື້ອງຂວາ.
໑໕. ມະຫາບູຣຸດ ພຣະວໍຣະກາຍກົງເໝືອນພຣົມ.
໑໖. ມະຫາບູຣຸດ ມີນູນໜ້າໃນທີ່ ໗ ແຫ່ງ (ຄື ຫຼັງມື, ຫຼັງຕີນ, ບ່າ, ພຣະສໍ)
໑໗. ມະຫາບູຣຸດ ມີກາຍທາງໜ້າເໝືອນຣາຊະສີ.
໑໘. ມະຫາບູຣຸດ ສັນຫຼັງເຕັມ (ບໍ່ມີຮ່ອງຫຼັງ)
໑໙. ມະຫາບູຣຸດ ມີຊວດຊົງເໝືອນຕົ້ນໄຮ ກາຍກັບວາເທົ່າກັນ.
໒໐. ມະຫາບູຣຸດ ມີພຣະສໍກົມກ້ຽງ.
໒໑. ມະຫາບູຣຸດ ມີປາສາດຮັບຣົດອັນເລີດ.
໒໒. ມະຫາບູຣຸດ ມີຄາງເໝືອນຄາງຣາຊະສີຫ໌.
໒໓. ມະຫາບູຣຸດ ມີພຣະທັນຕະ ໔໐ ເຫຼັ້ມບໍຣິບຸນ.
໒໔. ມະຫາບູຣຸດ ມີພຣະທັນຕະສະເໝີກັນ.
໒໕. ມະຫາບູຣຸດ ມີພຣະທັນຕະຮາບພຽງສະໜິດກັນ.
໒໖. ມະຫາບູຣຸດ ມີພຣະທັນຕະຂາວງາມ.
໒໗. ມະຫາບູຣຸດ ມີລີ້ນໃຫຍ່ຍາວ ພຽງພໍ.
໒໘. ມະຫາບູຣຸດ ມີສຽງເໝືອນພຣົມ ເວລາຕັດເໝືອນສຽງນົກກໍຣະວີກ.
໒໙. ມະຫາບູຣຸດ ມີພຣະຈັກຂຸຂຽວນິນ.
໓໐. ມະຫາບູຣຸດ ມີພຣະຈັກຂຸເໝືອນຕາງົວ.
໓໑. ມະຫາບູຣຸດ ມີອຸນາໂລມ (ຫວ່າງຄິ້ວ) ຂາວອ່ອນເໝືອນສຳລີ.
໓໒. ມະຫາບູຣຸດ ມີສີສະຮັບກັນກັບກອບຫຍ້າ.

- ມະຫາລັກສະນະ ໓໒ ປະການທີ່ຖືກຕ້ອງຕາມສັບປຸຣິສະລັກສະນະ ໓໒ ປະການ ເປັນສິ່ງໃຫ້ພຣາມໄດ້ທວາຍ ພນະລັກສະນະຂອງພຣະອົງ ເປັນ ໒ ມະຕິຄື:

໑. ຖ້າເປັນຄະຣາວາດ ຍ່ອມຈັກປະກອບໄປດ້ວຍທັມມະຣາຊາ ຈັກໄດ້ເປັນພຣະເຈົ້າຈັກະພັດຂອງໂລກ, ມີແຜ່ນດິນແວ້ນແຄວ້ນ ມະຫາສະໝຸດເປັນທີ່ສຸດ, ມີຊົນນະບົດອັນບໍຣິບູນປະກອບດ້ວຍ ແກ້ວ ໓ ປະການຍ່ອມບັງ ເກີດແກ້ມະຫາບູຣຸດນັ້ນ ຄື ຈັກແກ້ວ, ຊ້າງແກ້ວ, ມ້າແກ້ວ, ແກ້ວມະນີ, ນາງແກ້ວ, ຄະທາແກ້ວ ແລະຣິນາຍົກແກ້ວ ມີບຸດເປັນຜູ້ກ້າຫານ, ມີແວວແຫ່ງຄວາມເກ່ງກ້າອັນໃຜໆບໍ່ສາມາດຢໍ່າຍີໄດ້.

໒. ຫາກອອກບວດຊົງໄດ້ເປັນພຣະພຸດທະເຈົ້າ.

9.06.2554

ສະຫະຊາດທັງ 7 ຂອງພຣະມະຫາໂພທິສັດ (ສິດທັດຖະ)

 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
- ສະຫະຊາດ ໝາຍເຖິງຄົນເກີດຮ່ວມຊາດທີເປັນສະຫາຍກັນ, ພຣະໂພທິສັດຈະເກີດຈະມີຄົນສະຫາຍເກີດຮ່ວມຊາດ, ໃນວັນປະສູດຂອງພຣະມະຫາບູຣຸດນັ້ນ ມິສະຫະຊາດມຸງຄຸນ ບັງເກີດຮ່ວມກັບພຣະຮາຊະກຸມານ ຮຽກວ່າສະຫະຊາດທັງ 7 ຄື
1. ພຣະນາງຍະໂສທະຣາ (ໄດ້ພຣະຊາຍາ).
2. ພຣະອານົນເຖຣ (ໄດ້ເປັນພຣະອຸປະຖາກ).
3. ສັນນະອຳມາດ.
4. ກາລຸທາຍີອຳມາດ.
5. ກັນທະອັສວະຣາຊ ມ້າຊົງສໍາລັບພຣະອົງ.
6. ຕົ້ນສີມະຫາໂພທິບັນລັງທີ່ປະທັບຕອນຕັສຮູ້.
7. ຂຸມຊັບທັງ 4.

ຮຽນຮູ້ເຣື່ອງພຣະພຸດທະເຈົ້າສະບັບຫຍໍ້ ສຳລັບນັກຮຽນ-ນັກສຶກສາ.

ຮຽນຮູ້ເຣື່ອງພຣະພຸດທະເຈົ້າສະບັບຫຍໍ້
ສຳລັບນັກຮຽນ-ນັກສຶກສາ.
--------------
 ຄົ້ນຄວ້າ ແລະຮຽບຮຽງ

ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)


໑. ທີ່ເກີດ
ພຣະສັມມາສັມພຸດທະເຈົ້າພຣະອົງນັ້ນ ພຣະອົງຊົງໄດ້ປະກາສພຣະສາສນາໄວ້ ເມື່ອວັນເພັງເດືອນ ໖ ໃຕ້ຮົ່ມຕົ້ນໂພທິ(ໄມ້ປ່າແປ້ງ) ຊື່ວ່າພຸດທະຄາຍາ ແຄມຝັ່ງແມ່ນ້ຳເນຣັນຊອນ ບ້ານອຸຣຸເວລາເສນານິຄົມ ຕາແສງອຸຣຸເວຣາເສນານິຄົມ ເມືອງຄະຍາ ແຂວງຣັດພິຫານ(ປະເທດອິນເດັຽດຽວນີ້)
໒. ພຣະນາມເດີມ ໂຄຕວົງ ແລະ ບ້ານເກີດເມືອງນອນ.
ພຣະສັມມາສັມພຸດທະເຈົ້າພຣະນາມເດີມແທ້ຊື່ວ່າສຣີທັດຖະ ຫຼືສຣີທາຣົດ ຫຼືສຣີທາຕ ຫຼືສຣີທາຕຖະ (ຄົນລາວລາວເຮົານິຍົມຮຽກສອງ ຊື່ ຄື ສຣີທາຕຣາຊະກຸມມາຣ ກັບສຣີທ້າວສຣີທາຕ ແຕ່ປະກົຕໃນໜັງສືນັ້ນ ມັກຈະພົບດັ່ງທ່ານກ່າວມານີ້ ແຕ່ພຣະສົງລາວເຮົາມັກຮຽກທີ່ສຸດແມ່ນຈະບໍ່ມັກຮຽກກພຣະນາມ ແຕ່ຈະຮຽກວ່າ “ພຣະມະຫາບຸຣຸສ” ແທນ) ເປັນພຣະຣາຊະບຸດຂອງ ພຣະເຈົ້າສຸດໂທທະນະ ກັບພຣະນາງວສີຣິມະຫາມາຍາຣາຊະເທວີ ໃນເຊື້ອສາຍຂອງສັກກະຍະວົງ ໂຄຕະມະໂຄຕ(ເປັນນາມສະກຸນ ບາງຄັ້ງເຮົາຈະເຫັນຄົນຮຽກ ພຣະອົງຄ໌ຕາມນາມສະກຸນນີ້ກມີ)ຜູ້ທີ່ເປັນເຈົ້າແມ່ນດິນ ເມືອງສັກກະ ນະຄອນກະບິລະພັດ (ປັດຈຸບັນຢູ່ປະເທດເນປານ)
໓. ວັນເວລາປະສູຕ.
ເຈົ້າຊາຍສຣິທັດຖະຣາຊະກຸມາຣ ປະສູຕເມື່ອ ວັນເພັງເດືອນ ໖ ໃນກ້ອງຮົ່ມໄມ້ຮັງ ສວນອຸທະຍານ ລຸມພິນີຍະວັນ ຣະຫວ່າງເມືອງກະບິລະພັສດຸ໌ ກັບເມືອງເທວະທະຫະຊາຍແດນຕິດຕໍ່ກັນ.
໔. ສຳເຣັຈວິຊາຄວາມຮູ້ທາງໂລກ.
ເຈົ້າຊາຍສິທັດຖະຣາຊະກຸມາຣ ເປັນມະຫາບຸຣຸສທີ່ປະເສີດ ມີຄວາມປະເສີດຢູ່ກັບພຣະອົງມາກ່ອນແລ້ວ ແລະ ຄວາມຮູ້ຂອງເພິ່ນກໍ່ປະເສີດກວ່າຄົນທັງປວງ ພຣະອົງຄ໌ຊົງມີພຣະອາຈາຣຍ໌ຫູາຍທ່ານ ແລະ ພຣະອາຈາຣຍ໌ ທີ່ຮັບຜິດຊອບປະຈຳພຣະອົງຄ໌ນັ້ນ ຊື່ວ່າພຣະອາຈາຣຍ໌ວິສວາມິຕ ພຣະອົງຄ໌ຈົບວິຊາກາຣຕ່າງໆ ຕັ້ງແຕ່ອາຍຸ ໑໖ ພັນສາ(ປີ) ເຊິ່ງຍາກຈະຫາບຸຄຄົລໃດສເມີເໝືອນ ພຣະອາຈາຣຍ໌ຂອງພຣະອົງຄ໌ທຸກຄົນ ກໍຍອມຮັບວ່າພຣະອົງຄ໌ ເປັນເລີດກວ່າພຣະອາຈາຣຍ໌ແຕ່ລະຄົນສາອີກ, ໃນໄຣຍະ ໑໖ ພຣະພັນສານັ້ນ ພຣະອົງຄ໌ສຳເຣັດ ວິຊາກາຣທາງໂລກໄປແລ້ວ ໑໘ ສາຕຣ໌ໃນນັ້ນຣວມທັງຄັມພີໄຕເວທ ຫຼືໄຕຣເພທອັນເປັນຄັມພີຂອງສາສນາ ພຣາມດ້ວຍ.
໕. ກາຣສ້າງຄອບຄົວ(ອະພິເສກສົມຣົສ)
ເມື່ອພຣະຊົນມາຍຸໄດ້ ໑໖ ພັນສາແລ້ວ ພຣະບິດາ ພຣະມາຣດາ ແລະ ພຣະຍາຕວົງສ໌ໄດ້ເລືອກຄູ່ ຄອງໃຫ້ພຣະອົງຄ໌ໄດ້ອະພິເສກສົມຣົສກັບພຣະນາງຍະໂສທະຣາ(ພິມພາ) ໄດ້ຣື່ນເຣີງໃນທາງຄະຣາວາສຄອບ ຄົວ ແລະ ຣາຊະສົງບັຕ ນາງສະໜົມກົມມມະວັງຢູ່ ໃນຜາສາທສາມຣະດູ ຈົນໄດ້ພຣະຣາຊະບຸຕພຣະອົງຄ໌ໜຶ່ງ ຊືວ່າຣາຫຸນຣາຊະກຸມາຣ.
໖. ລາບ້ານເກີດເມືອງນອນອອກຊົງຜນວຊ(ບວຊ)
ຫຼັງຈາກພຣະອົງຄ໌ໄດ້ຣື່ນເຣີ່ງໃນຄອງຄະຣາວາສຢ້າວເຮືອນ ຈົນເຖິງພຣະຊົນມາຍຸໄດ້ ໒໙ ພຣະພັນສາ ແລ້ວ ພຣະອົງຄ໌ໄດ້ເກີດຄວາມເບື່ອໜ່າຍໃນຮູບແສງສີສຽງ ແລະ ພຣະຣາຊສົມບັຕ ນາງສະໜົມກົມມະວັງ ຫຼຽວໄປທາງໃດ ທີ່ເຄີຍສວຍງາມກໍເກີດຄວາມອຶກອັດຕັນໃຈ ມີແຕ່ເຣື່ອງທຸກຍາກລໍາບາກພຣະວໍຣະກາຍ ພຣະວາຈາ ແລະ ພຣະຫືຣະທັຍ ຈາກນັ້ນພຣະອົງຄ໌ກໍຊົງສະແຫວງຫາໃຫ້ພົ້ນທຸກ ຈຶ່ງສະແດງອອກຈາກພຣະຣາຊະວັງ ໄປຊົງຜນວຊ(ບວຊ) ໃນເວລາກງຄືນດ້ວຍມ້າກັນທະກະໃນເວລາກາງຄືນ, ໂດຍມີນາຍສັນນະຕາມສະເດັຈໄປນໍາ ເມື່ອໄປເຖິງຮີມແມ່່ນໍ້າເນຣັນຊະຣານະທີແລ້ວ ຈຶ່ງໄດ້ຕັດພຣະເມົາຣີ(ຜົມ) ດ້ວຍອະທິຖານຕົນບວຊ ເພື່ອສແວງຫາໂມກຂະທັມ(ທາງພົ້ນທຸກ)ສືບຕໍ່ໄປ.
໗. ທົດລອງວິຊາຄວາມຮູ້ຕ່າງໆ.
ພຣະສິດທັດຖະຣາຊະກຸມມາຣ ພາຍຫຼັງທີ່ໄດ້ອະທິຖານຜນວຊແລ້ວ ພຣະອົງກໍໄດ້ໄປຮໍ່າຮຽນນໍາຣືສີ ອາຣະຣາດາບົດ ແລະ ອຸທະກະດາບົດ ຈົນຈົບວິຊາໄຕຣເພທ(ເວທຍ໌)ຂອງສາສນາພຣາມ ຈົນໄດ້ຍານສະມາ ບັຕ ອັນເປັນຄວາມຮູ້ສຸດຍອດຂອງສາສນາພຣາມແລ້ວ ພຣະອົງຄ໌ຊົງມາພິຈາຣະນາວ່າ ຄວາມຮູ້ນີ້ຍັງບໍ່ທັນ ເປັນສິ່ງທີ່ພົ້ນທຸກຂ໌ໄດ້ ຈຶ່ງປ່ຽນວິທີກາຣໃໝ່ ຈຶ່ງໄດ້ທຳກາຣເດີນທາງກົງມຸ້ງໜ້າໄປເຖິງແມ່ນໍ້າເນຣັນຊະຣາ ບ້ານອຸຣຸເວຣາເສນານິຄົມ ຕາແສງອຸຣຸເວຣາເສນານິຄົມ (ຣັດພິຫາຣ ແຂວງຄະຍາ ປະເທດອິນເດັຽ ປັຈຈຸບັນ)ຈຶ່ງເຣີ່ມຄົ້ນຄວ້າ ແລະ ສຶກສາທັມດ້ວຍຕົນເອງ ຈົນເຖິງເດືອນ ໖ ເພັງ.
໘. ຄົ້ນພົບສັຈຈະທັມ(ບັລລຸທັມ)
ພຣະມະຫາບູຣຸດ ເມື່ອພຣະອົງຄ໌ຕັ້ງພຣະທັຍບໍາເພັງພຽນແລ້ວ ພຣະອົງຄ໌ກໍໄດ້ທໍາຈິຕຂອງພຣະອົງຄ໌ ໃຫ້ສະອາດດີແລ້ວ ທໍາຄວາມປາຖນາໃຫ້ເຖິງພ້ອມ ຈົນມາເຖິງວັນເພັງເດືອນ ໖ ຫຼັງຈາກພຣະອົງຄ໌ຮັບເຂົ້າ ມະທຸປາຍາດ ພ້ອທຖາດຄຳ ຈາກນາງສຸຊາດາແລ້ວ ພຣະອົງຄ໌ສັນ ແລະ ກໍໄດ້ເອົາຖາດຄຳນັ້ນລົງໄປແຄມນໍ້າ ເນຣັນຊະຣາ ພຣະອົງຄ໌ກໍໄຫຼຖາດຄຳລົງນໍ້າ ທັງຕັ້ງຈິດອະທິດຖານວ່າ ຫາກພຣະອົງຄ໌ຈະຕັສຮູ້ໃນຄໍ່າຄືນວັນນີ້ ຂໍໃຫ້ຖາດຄຳນັ້ນລອຍຂຶ້ນເໜືອນໍ້າ ແລະ ແລ້ວຖາດນັ້ນກໍລອຍທວນນໍ້າຂຶ້ນໄປດັ໋ງຄວາມປາຖນາ ພຣະອົງຄ໌ມີພລັງ ໃຈວ່າ ຈະປະຕິບັຕຕົນຈົນສຳເຣັຈທັມໃນຄໍ່າຄືນນີ້ ຫຼັງຈາກນັ້ນພຣະອົງຄ໌ກໍໄດ້ຮັບຖວາຍຫຽ້າຄາ ໘ ກຳຈາກໂສຕຖີຍະພຣາມ ພຣະອົງຄ໌ກໍໄດ້ເອົາຫຽ້າຄານັ້ນມາປູລວດເປັນບັລລັງ ໃນຮົ່ມຕົ້ນໄມ້ປ່າແປ້ງ(ຕົ້ນໂພທິ) ແຄມນໍ້າເນຣັນຊະຣາ(ຮຽກວ່າພຸທທະຄະຍາ)ໃນເວລານີ້ ບຳເພັງດ້ວຍຈິຕະທິຖານຢ່າງເຕັມກໍາລັງ ຕັ້ງໃຈແນ້ວ ແນ່ ປະຖົມຍາມພຣະອົງຄ໌ກໍບັລລຸຍານຂັ້ນຕົ້ນເລື້ອຍໄປຕາມລຳດັບ ໃນທີ່ສຸດພໍແສງທອງຂະຈຣໄປທົ່ວຜືນພິພົບ ພຣະອົງຄ໌ ກໍໄດ້ບັລລຸທັມສູງສູງ ທີ່ເຮັດໃຫ້ພຣະອົງຄ໌ຮູ້ແຈ້ງທັມ ເຊິ່ງຮຽກວ່າອໍຣະຫັນຕະສັມມາສັມໂພທິຍານ ທັມຂັ້ນຕົ້ນທີ່ພຣະອົງຄ໌ຮູ້ຮຽກວ່າ ທາງພົ້ນທຸກ ໔ (ອະຣິຍະສັຈຈະ ໔ ) ຄື :
໑. ທຸກຂະ : ຄືຄວາມບໍ່ສະບາຍກາຍ ວາຈາ ແລະ ໃຈ.
໒. ສະມຸທັຍ : ຄືເຫຕໃຫ້ເກີດຄວາມທຸກຂ໌ກາຍ ວາຈາ ແລະ ທຸກຂ໌ໃຈ.
໓. ນິໂຣທ : ຄືຄວາມດັບທຸກຂ໌ທີ່ເກີດຂຶ້ນທາງກາຍ ວາຈາ ແລະ ໃຈ
໔. ມັຄຄະ : ທາງແຫ່ງຄວາມດັບທຸກທັງໝົດ ອັນໄດ້ແກ່ມັຄຄະ ໘ ອັນໄດ້ແກ່
໔.໑. ສັມມາທິດຖິ ຄວາມເຂົ້າໃຈຖືກຕ້ອງ
໔.໒. ສັມມາສັງກັປປະ ຄວາມໃຝ່ໃຈຖືກຕ້ອງ
໔.໓. ສັມມາວາຈາ ກາຣເວົ້າຈາຖືກຕ້ອງ
໔.໔. ສັມມາກັມມັນຕະ ວຽກງານທີ່ຖືກຕ້ອງ
໔.໕. ສັມມາອາຊີວະ ກາຣລ້ຽງຊີວິດທີ່ຖືກຕ້ອງ
໔.໖. ສັມມາວາຍາມະ ຄວາມພາກພຽນທີ່ຖືກຕ້ອງ
໔.໗. ສັມມາສະຕິ ກາຣລະນຶກຢູ່ປະຈຳໃນທາງທີ່ຖືກຕ້ອງ
໔.໘. ສັມມາສມາທິ ຄວາມຕັ້ງໃຈທີ່ຖືກຕ້ອງ


໙. ປະກາສຄວາມຈິງ(ສັຈຈະທັມ)
ເພື່ອເປັນກາຣຢືນຢັນ ທາງພົ້ນທຸກຂ໌ ໔ ປະກາຣຂອງພຣະພຸດທະອົງຄ໌ນັ້ນ ພຣະອົງຄ໌ເຈົ້າຈຶ່ງໄດ້ສະ ແດງທັມມະຈັກກັປປະວັຕນະສູຕ ອັນເປັນເທສນາກັນທຳອິດໃຫ້ແກ່ປັນຈະວັຄຄີ ໕ ອົງຄ໌ ຟັງທີ່ປ່ອິສິປະຕະນະ ມະຣິຄຄະທາຍະວັນ ເມືອງພາຣານະສີ(ຂະນະນີ້ຮຽກວ່າສາຣະນາຖ ຫຼືນະຣັຖ) ເມື່ອວັນເພັງເດືອນ ໘. ຖືວ່າພຣະອົງຄ໌ໄດ້ປະກາສທັມຂຶ້ນໃນໂລກຄັ້ງແຮກ.

໑໐. ພຣະສົງຄ໌ເກີດ
ຄວາມຈິງ ໔ ປະກາຣນີ້ທີ່ເຮັດໃຫ້ພຣະພິກຂຸ ໕ ອົງຄ໌ ນັ້ນເປັນພຣະອໍຣະຫັນຕາ ເຈົ້າທຳອິດແມ່ນພຣະ ໂກນທັນຍະ ໄດ້ດວງຕາເຫັນທັມກ່ອນ ພຽງແຕ່ພຣະອົງຄ໌ຍົກຫົວຂໍ້ທັມຂຶ້ນມາຍັງບໍ່ທັນໄດ້ດວງຕາເຫັນທັມໂລດ ແລະ ຂໍບວຊ ພຣະອົງຄ໌ກໍໄດ້ປະທານ “ເອຫິພິກຂຸ ອຸປະສັມປະທາ” ຖືເປັນພຣະສົງຄ໌ແຮກໃນໂລກ ຖືກວ່າໃນ ສາສນາເຮົາມີ ພຣະພຸທະ ພຣະທັມ ພຣະສົງ ເກີດຂຶ້ນຄົບຮຽກວ່າ ຣັຕນຕຣັຍ(ຕຣັຍຣັຕນ໌).


໑໑. ຕັ້ງສາສນາ
ຕາມທັມດາ ພຣະພຸທອົງເຈົ້າເພິ່ນຢູ່ໃນຮົ່ມໄມ້ແລ້ວທ່ຽວສັ່ງສອນເລື້ອຍໆ ໄປ ໃນປີຕໍາອິດນັ້ນ ພຣະຣາຊາຊື່ອວ່າ ພິມພິສານ ຜູ້ເປັນພຣະເຈົ້າແຜ່ນດິນເມືອງມະຄົດ ເວລານີ້ຮຽກວ່າ ປະຕະນະ ໄດ້ຖວາຍສວນໄມ້ໄຜ່ແກ່ພຣະອົງຄ໌ໃຫ້ເປັນອາຮາມ ເພື່ອທຳເປັນວັດ ສຳລັບຢູ່ຂອງພຣະອົງຄ໌ພອ້ມດ້ວຍພຣະສົງຄ໌ ວັດເວຣຸວັນ(ຄືສວນໄມ້ໄຜ່) ນີ້ເປັນວັດຕຳອິດໃນພຣະພຸທສາສນາ ແລະ ໃນຕອນທ້າຍນີ້ນັ້ນເອງ ເປັນວັນເພັງເດືອນສາມມາຄະບູຊາ ພຣະພຸທອົງຄ໌ເຈົ້າໄດ້ວາງຫຼັກສາສນາໄວ້ໂດຍການສະແດງໂອວາທປາຕິໂມກໃນຣະຫວ່າງກາງພຣະອໍຣະຫັນຕາເຈົ້າ
ທັງຫຼາຍ(ອະຣຫັນຕ໌) ໜຶ່ງພັນສອງຮ້ອຍຫ້າສິບອົງ ທີ່ວັດພຣະເວຣຸຸວັນ(ຄືປ່າໄຜ່)ນັ້ນເອງ.
 

ຫຼັກສາສນານັ້ນວ່າດັ່ງນີ້:
໑. ລະຄວາມຊົ່ວທັງຫຼາຍທັງປວງ.
໒. ກະທໍາຄວາມດີທັງຫຼາຍທັງປວງ.
໓. ທຳໃຫ້ຈິຕໃຈຜ່ອງໃສ
- ນີ້ແລເປັນຄຳສອນຂອງພຣະພຸດທະສາສນາ(ຄຳວ່າພຣະພຸດທະສາສນາ ປາກົດໃນພຸດທະ ພົດຄັ້ງແຮກຕອນນີ້ເອງ)

໑໒. ເຮັດວຽກພຣະສາສນາ
ຕລອດເວລາສີ່ສິບຫ້າປີ ພຣະພຸທອົງຄ໌ເຈົ້າໄດ້ປະກາດຄວາມຈິງຄືທັມມະ ທີ່ພົ້ນຈາກທຸກແກ່ຊາວໂລກຢ່າງກວ້າງຂວາງພ້ອມທັງໄດ້ປະກາດກົດແຫ່ງກາຣກະທຳ ຄວາມດີ ແລະ ຄວາມຊົ່ວ ແລະ ທຳໃຫ້ຈິດໃຈຜ່ອງໃສອັນເປັນຫຼັກຊີວິດທຸກໆຄົນ ແລະ ໄດ້ປະກາດລົບລ້າງຄວາມບໍ່ຮູ້ເທົ່າເຖິງກາຣອັນຈັກນຳສັພພະສັຕວ໌ໃຫ້ຕົກທຸກໄດ້ຍາກແລ້ວພຣະອົງກໍໄດ້ຈູດໂຄມໄຟ
ອັນເປັນແສງສວ່າງທີ່ຈະນຳສັພສັດໃຫ້ພົ້ນຈາກທຸກໄດ້ ພ້ອມທັງເກີດຄວາມຮົ່ມເຢັນເປັນສຸກຢູ່ຕລອດມາຈົນເຖິງ ທຸກວັນນີ້.
໑໓. ປະກາສປະຣິນພພານ(ປົງສັງຂາຣ)
ເມື່ອສະເດັດເຖິງປາວາລະເຈດີແລ້ວ ພຣະອົງສະເດັປປະທັບໜັ່ງທີ່ຮົ່ມຕົ້ນໄມ້ທີ່ມີເງົາໜາຕົ້ນໜຶ່ງ ພຣະອານົນທ໌ໄດ້ໝອບລົງແລ້ວ ຂາບທູນວ່າ “ຂ້າແຕ່ພຣະອົງຄ໌ຜູ້ປະເສີດຂໍພຣະອົງຄ໌ອາສັຍກະຣູນາ ແກ່ຂ້າ ນ້ອຍ ແລະ ຜູ້ສັດ ຈົ່ງດໍາພຣະຊົນຊີບຢູ່ຕໍ່ໄປອີກເຖີດ ຢ່າຟ້າວສະເດັດພຣະນິພພານເລີຍ” ຂາບທູນແລ້ວ ພຣະອານົນກໍນໍ້າຖ້ວມທົ້ນ ພຣະພຸດທະອົງຕັດວ່າ “ອານົນທ໌ເອີຍ ເປັນໄປບໍ່ໄດ້ທີ່ພຣະອົງຄ໌ຈະກັບໃຈ ພຣະ ອົງຄ໌ຈະຕ້ອງສະເດັດປະຣິນິພພານໃນວັນເພັງເດືອນວິສາຂະ ອີກສາມເດືອນຂ້າງໜ້ານີ້ ອານົນທ໌ເຮົາສະແດງນິ ມິຕໂອພາສຢ່າງແຈ່ມແຈ້ງແກ່ທ່ານພໍເປັນນັຍຍະບໍ່ນ້ອຍກວ່າ ໑໖ ຄັ້ງແລ້ວວ່າ ຄົນຢ່າງເຮົາມິອິທທິບາທພາວະ ນາ ທີ່ໄດ້ອົບຮົມມາດ້ວຍດີ ຖ້າຈະປະສົງຢູ່ເຖິງກັບເຖິງກັນ ຫຼືຫຼາຍກວ່ານັ້ນກໍພໍຢູ່ໄດ້ ແຕ່ທ່ານສະຫຼັ້ງໃຈບໍ່ທູນອັນ ໃດແກ່ເຮົາເລີຍ ເຮົາຕັ້ງໃຈວ່າໃນຄາວກ່ອນໆນັ້ນ, ຖ້າທ່ານທູນໃຫ້ເຮົາຢູ່ຕໍ່ໄປ ເຮົາຈະຫ້າມເສັຍສອງຄັ້ງ ຄັ້ງທີ ສາມເຮົາຈະຮັບອາຣາທະນາທ່ານ, ບັດນີ້ຊ້າເສັຍແລ້ວ ເຮົາບໍ່ອາດກັບໃຈໄດ້ອີກ”
ອານົນເອີຍ ບັດນີ້ສັງຂານອັນເໝືອນກວຽນທີ່ຊໍາຣຸດນີ້ ໄດ້ສລະແລ້ວ, ເຣື່ອງທີ່ດຶງກັບຄືນມາອີກຄັ້ງໜຶ່ງ ນັ້ນ ມັນບໍ່ແມ່ນວິໄສຂອງຕຖະຄົດ ບຸຄຄົນຍ່ອມພັດພາກຈາກສິ່ງທີ່ຮັກ ທີ່ເພິ່ງໃຈເປັນທັມມະດາ ຫຼີກລຽງບໍ່ໄດ້ ອານົນທ໌ ຊີວິດນີ້ມີຄວາມພັດພາກເປັນທີ່ສຸດ ສິ່ງທັງຫຼາຍມີຄວາມແຕກດັບໄປເປັນທັມມະດາ ຈະປາຖນາບໍ່ໃຫ້ ເປັນດັ່ງທີ່ມັນຄວຣຈະເປັນ ເປັນຖານະທີ່ບໍ່ເພິງຫວັງໄດ້ ທຸກສິ່ງທຸກຢ່າງດຳເນີນໄປ ເຄື່ອນໄປສູ່ຈຸດສະຫຼາຍ ຕົວທຸກຂະນະ”
ນັບແຕ່ບັດນັ້ນ ພຣະອົງກໍສະເດັດໄປຍັງ ເມືອງກຸສີນາຣາ ດ້ວຍພຣະບາດ ເປັນເວລາ ໓ ເດືອນ ກໍເຖິງ ສາລະວະໂນທະຍານ ແຫ່ງເມືອງກຸສິນາຣາ.

໑໔. ປັຈສິມະໂອວາທ
ກ່ອນທີ່ພຣະພຸທເຈົ້າຈະສະເດັດດັບຂັນທະປຣິນິພພານນັ້ນ ພຣະອົງຄ໌ເຈົ້າ ເພິ່ນໄດ້ຝາກຄຳສັ່ງສຸດທ້າຍໄວ້ໃຫ້ແກ່ພວກເຣົາທັງຫຼາຍ ຮຽກວ່າ ປັຈສິມະພຸທໂທວາທ ວ່າ:
ສິ່ງທັງຫຼາຍໃນໂລກນີ້
ບໍ່ທ່ຽງແທ້ແນ່ນອນ
ທົນຢູ່ເຫິງນານບໍ່ໄດ້ ແລະ
ບໍ່ແມ່ນຂອງຕົນ ຂອງຕົວອີກຊໍ້າ.
ສູເຈົ້າທັງຫຼາຍຈົ່ງທໍາງານໃຫ້ໂຕເອງ ແລະ ທໍາງານໃຫ້ຜູ້ອື່ນນັ້ນ ດ້ວຍຄວາມລະມັດລະວັງແດ່ທ້ອນ.

໑໖. ປະຣິນິພພານ(ຄືຕາຍ)
ໃນປີທີສີ່ສິບຫ້າ ອາຍຸຂອງພຮະພຸທອົງຄ໌ເຈົ້າ ໄດ້ແປດສິບປີບໍຣິບູນພໍໍດີ ພຣະພຸທອົງເຈົ້າປະຣິນິພພານ ເມື່ອວັນເພັງເດືອນຫົກໃນຮົ່ມກົກຮັງສອງຕົ້ນຮຽງກັນ ສະຖານທີ່ນັ້ນເອີ້ນວ່າ ສາລະວະໂນທະຍານ ແຫ່ງເມືອງກຸສິນາຣາ ເວລານີ້ຮຽກວ່າ ກາເຊັຽ.