ຄົ້ນຫາ

4.12.2555

ພຣະອານົນທ໌ເຖຣະ ຍອດເລຂາ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
-    ພຣະອານົນທ໌ເປັນພຸດທະອຸປະຖາກ ທີ່ຍິ່ງຍອດ ເຊິ່ງຮຽກວ່າເປັນຍອດແຫ່ງເລຂາ ຍິ່ງກວ່າເລຂາໃດໆໃນໂລກ ດັ່ງພຣະພຸດທະເຈົ້າຍ້ອງພຣະອານົນທ໌ໄວ້ວ່າ ໃນສຸດຕັນຕະປິດົກ ເຫຼັ້ມທີ ໒໐ ສະບັບສະຍາມຣັດພາສາປລີ ແລະສູດຕັນຕະປິຕະເກ ເຫຼັ້ມທີ ໑໒ ອັງຄຸດຕະຣະນິກາຍັສສະ ເອກ-ທຸກ-ຕິກກະນິປາຕາ ໑໔໙ ວັຄໂຄ ຕະຕິໂຍ.
   

    ປາລີ:
    ວັຄໂຄ ຕະຕິໂຍ
໑. ເອຕະທັຄຄັງ ພິກຂາເວ ມະມະ ສາວະການັງ ພິກຂູນັງ ພະຫຸສສຸຕານັງ
    ຍະທິທັງ ອານັນໂທ,
໒. ສະຕິມັນຕານັງ ຍະທິທັງ ອານັນໂທ,
໓. ຄະຕິ ມັນຕານັງ ຍະທິທັງ ອານັນໂທ,
໔. ທະຕິມັນຕານັງ ຍະທິທັງ ອານັນໂທ,
໕. ອຸປະຖາການັງ ຍະທິທັງ ຍະທິທັງ.   

ແປລາວ:
ວັຄທີ ໓
໑. ດູກອນ ພິກຂຸທັງຫຼາຍ !! ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ເປັນພະຫູສູຕ.
໒. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ມີສະຕິ.
໓. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ຄະຕິ.
໔. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ຜູ້ມີຄວາມພຽຣ.
໕. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ເປັນອຸປະຖາກ.

- ທ່ານຜູ້ໃດ ສະໝັກ ຫຼືມີໜ້າທີ່ຕຳແໜ່ງເປັນເລຂາຂອງເຈົ້ານາຍ ຫຼືເປັນເລຂາຂອງຜູ້ບໍລິ ຫານໜ່ວຍງານລັດ, ບໍຣິສັດ ແລະອື່ນໆ ຄວນຈະຮຽນເອົາແບບຢ່າງຂອງພຣະອານົນທ໌ນີ້, ໃນບັນດາ ພິກຂຸສາວົກຂອງພຣະພຸດທະອົງຄ໌ນັ້ນ ພຣະອົງຊົງຍົກຍ້ອງ ຫຼືຕັ້ງເອຕະທັກຄະໄວ້ຫຼາຍ ອົງຄ໌ ທັງເປັນພິກຂຸແລະພິກຂຸນີ້ ໃນໜັງສືອະນຸພຸດທະພຣະອົງຄ໌ໄດ້ຍົກຍ້ອງພິກຂຸສາວົກໄວ້ ໘໐ ອົງ ພິກຂຸນີສາວົກ ໔໐ ອົງຄ໌ ວ່າເປັນເລີດກວ່າພິກຂຸທັງຫຼາຍ ແຕ່ພຣະພິກຂຸສາວົກທີ່ຊົງມີຄຸນສົມບັດ ທີ່ຍ້ອງໄວ້ຫຼາຍກວ່າໝູ່ເຖິງ ໕ ຂໍ້ຄືພຣະອານົນທ໌ນັ້ນເອງ ດັ່ງທີ່ກ່າວແລ້ວ,