ຄົ້ນຫາ

8.28.2556

ພຣະພຸດທະເຈົ້າ


ພຣະພຸດທະເຈົ້າ

 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)

            ພຣະພຸດທະເຈົ້າ ຫຼືພຣະສັມມາສັມພຸດທະເຈົ້າ ເປັນສາມັນນາມທີ່ໃຊ້ຮຽກພຣະ ບໍຣົມມະສາດສະດາຂອງສາສນາພຸດ, ພຣະພຸດທະສາສນາທັງສອງຝ່າຍຄື ຝ່າຍເຖຣະ ວາດ(ຫິນະຍານ) ແລະອາຈະຣິຍະວາດ(ມະຫາຍານ) ລ້ວນແຕ່ນັບຖືພຣະພຸດທະເຈົ້າ ເປັນພຣະບໍຣົມມະສາສະດາຂອງຕົນເໝືອນກັນ ແຕ່ລາຍລະອຽດປີກຍ່ອຍຕ່າງກັນ, ຝ່າຍອາຈາຣິຍະວາດໃຫ້ຄວາມສຳຄັນກັບພຣະພຸດທະເຈົ້າອົງປັດຈຸບັນ ຄື ພຣະໂຄຕະ ມະພຸດທະເຈົ້າ ຫຼືພຣະໂຄດົມ, ເຊິ່ງເຊື່ອວ່າພຣະອົງເປັນພຣະພຸດທະເຈົ້າເປັນອົງທີ ໃນ ພັດທະຣະກັບນີ້ ແລະມີການກ່າວເຖິງພຣະພຸດທະເຈົ້າໃນອະດີດ ແລະອະນາຄົດດ້ວຍ ແຕ່ບໍ່ໃຫ້ຄວາມສຳຄັນຍິ່ງໄປກວ່າອົງປັດຈຸບັນ, ຝ່າຍອາຈະຣິຍະວາດນັບຖືພຣະພຸດທະ ເຈົ້າຂອງຝ່າຍເຖຣະວາດທັງໝົດ ແລະເຊື່ອວ່ານອກຈາກພຣະພຸດທະເຈົ້າ ໒໘ ພຣະອົງທີ່ ລະບຸໄວ້ໃນພຸດທະວົງ ຂອງພຣະໄຕປິດົກພາສາປາລີແລ້ວ ຍັງມີພຣະພຸດທະເຈົ້າອີກ ມາກມາຍເພີ່ມຕື່ມຂຶ້ນມາຈາກຕຳນານຂອງເຖຣະວາດ.
            ຜູ້ປາຖະໜາຈະເປັນພຣະພຸດທະເຈົ້າ ຈະຕ້ອງບຳເພັງປາຣະມີ ເປັນພຣະໂພທິ ສັດກ່ອນ ເມື່ອປາຣະມີເຕັມແລ້ວຈຶ່ງໄດ້ຕັດເປັນພຣະພຸດທະເຈົ້າໃນຊາດສຸດທ້າຍ, ພຣະ ພຸດທະເຈົ້າທຸກພຣະອົງມີລັກສະນະພິເສດກົງກັນຄື ເປັນມະນຸດເພດຊາຍ ທີ່ເກີດໃນວັນ ນະກະສັດ ຫຼືພຣາມ ພ້ອມດ້ວຍມະຫາປຸຣິສະລັກທະນະ ກ່ອນອອກຜະໜວດຈະອະພິ ເສກສົມຣົດມີພຣະໂອຣົດພຣະອົງໜຶ່ງ, ວັນອອກຜະໜວດຈະຕ້ອງກົງກັບວັນເພັງເດືອນ ວິສາຂະ.
            ຕາມຄຳພີພຸດທະສາສນາ ຖືກັນວ່າ ພຣະພຸດທະເຈົ້າ (ໂຄຕະມະພຸດທະເຈົ້າ) ພຣະອົງຊົງພຣະຊົນຊີບຢູ່ລະຫວ່າງ ໘໐ ປີກ່ອນພຸດທະສັງກາດ ຈົນເຖິງເລີ່ມພຸດທະສັງ ກາດ ເຊັງເປັນວັນປະຣິນິພພານ ຄືກົງກັບ ໕໔໓ ປີ ກ່ອນຄິດຕະການ ຕຳລາລາວອ້າງ ອີງປະຕິທິນຈັນະທະຣະຄະຕິແບບລາວ.

            . ຄວາມໝາຍແລະຄຸນລັກສະນະຂອງພຣະພຸດທະເຈົ້າ.
            ໃນພຸດທະສາສນາ, ພຸດທະ (ປາລີ ພຸດທະ ແປວ່າຜູ້ຮູ້, ຜູ້ຕື່ນ, ຜູ້ເບິກບານ”) ໝາຍເຖິງບຸກຄົນຜູ້ຕັດສະຮູ້ອະຣິຍະສັຈຈະ ແລ້ວຢ່າງຖ່ອງແທ້, ທະຊັກຄະສູດກ່າວວ່າ ພຣະພຸດທະເຈົ້າມີລັກສະນະ ປະການ ອັນໄດ້ແກ່:
            ກ.໑. ອະຣະຫັງ ໝາຍເຖິງຜູ້ໄກຈາກກິເລດ.
            ກ.໒. ສັມມາສັມພຸດໂທ ໝາຍເຖິງ ຜູ້ຕັດສະຮູ້ພຣະອົງເອງ.
            ກ,໓. ວິຊຊາຈາຣະນະສັມປັນໂນ ໝາຍເຖິງ ຜູ້ຮູ້ແລະຜູ້ຄວນປະພຶດທັມເຖິງພ້ອມ.
            ກ,໔. ສຸຄໂຕ ໝາຍເຖິງ ຜູ້ສະເດັດໄປດ້ວຍດີ.
            ກ.໕. ໂລກະວິທູ ໝາຍເຖິງ ຜູ້ຮູ້ແຈ້ງໂລກ.
            ກ.໖. ອະນຸຕຕະໂຣ ປຸຣິສະທັມມະສາຣະຖີ ໝາຍເຖິງ ຜູ້ຝຶກຄົນໄດ້ດີ ບໍ່ມີຜູ້ອື່ນ ຍິ່ງກວ່າ.
            ກ.໗. ສັຕຖາ ເທວະມະນຸສສານັງ ໝາຍເຖິງ ເປັນສາສະດາຂອງເທວະດາ ແລະມະ ນຸດທັງຫຼາຍ.
            ກ.໘. ພຸດໂທ ໝາຍເຖິງ ຜູ້ຕື່ນ.
            ກ.໙. ພະຄະວາ ໝາຍເຖິງ ຜູ້ມີພະຄະທັມ (ທັມຂອງພຣະພຸດທະເຈົ້າ)
           

. ພຣະນາມ ຫຼືຄຳທີ່ກ່າວຮຽກພຣະພຸດທະເຈົ້າ.
ພຣະນາມ ຫຼືຄຳທີ່ກ່າວຮຽກພຣະພຸດທະເຈົ້າ ມີຫຼາຍພຣະນາມ ດັ່ງຈະກ່າວຕໍ່ ລົງໄປນີ້:
ກ. ພຣະໂພທິສັດ: ໝາຍເຖິງ ທ່ານຜູ້ບຳເພັງປາຣະມີ ໑໐ (ໂດຍຍວດຍິ່ງ ໓໐ ທັດ) ຄື ທານ, ສິນ, ເມກຂັມມະ, ປັນຍາ, ວິຣິຍະ, ຂັນຕິ, ສັດຈະ, ອະທິຖານ, ເມດຕາ, ອຸເປກຂາ, ແລະທ່ານຜູ້ກຳລັງຈະໄດ້ຕັດເປັນພຣະພຸດທະເຈົ້າ.
ຂ. ອັງຄີຣົດ: ໝາຍເຖິງ ທ່ານຜູ້ມີຣັດສະໝີແຜ່ອອກຈາກກາຍ.
ຄ. ພຣະມະຫາບູຣຸດ: ເປັນຄຳໃຫ້ຮຽກພຣະພຸດທະເຈົ້າກ່ອນຕັດສະຮູ້ ອີກ ຄວາມ ໝາຍໜຶ່ງຄືມະຫາບູຣຸດຜູ້ຍິ່ງໃຫຍ່ຕະຖະຄົດ(ຕະຖາຄະຕະ) ເປັນຄຳທີ່ພຣະພຸດ ທະເຈົ້າຕັດເຖິງພຣະອົງເອງ ມີຄວາມໝາຍ ໘ ຢ່າງ ຄື
໑. ພຣະຜູ້ສະເດັດມາແລ້ວຢ່າງນັ້ນ.
໒. ພຣະຜູ້ສະເດັດໄປແລ້ວຢ່າງນັ້ນ.
໓. ພຣະຜູ້ສະເດັດມາເຖິງຕະຖະລັກສະນະ.
໔. ພຣະຜູ້ຕັດສະຮູ້ຕະຖະທັມຕາມທັມທີ່ມັນເປັນ.
໕. ພຣະຜູ້ຊົງເຫັນຢ່າງນັ້ນ,
໖. ພຣະຜູ້ຕັດຢ່າງນັ້ນ.
໗. ພຣະຜູ້ທຳຢ່າງນັ້ນ.
໘. ພຣະຜູ້ເປັນເຈົ້າ.
            ງ. ຕະຖະຄະຕະໂພທິສັດທາ: ໝາຍເຖິງ ການເຊື່ອຖືປັນຍາຕັດສະຮູ້ຂອງພຣະ ຕະຖະຄົດ.         
            ຈ. ພຣະທັມມະຣາຊາ: ໝາຍເຖິງ ທ່ານຜູ້ເປັນຣາຊາແຫ່ງທັມ.
            ສ, ທັມມະສວາມິສອນ: ທັມມະສາມິສອນ ໝາຍເຖິງ ທ່ານຜູ້ເປັນໃຫຍ່ໂດຍ ເປັນເຈົ້າຂອງທັມ.
            ຊ. ທັມມະສາມີ, ໝາຍເຖິງ ທ່ານຜູ້ເປັນເຈົ້າຂອງທັມ.
            ຍ. ທັມມິສຣາທິບໍດີ, ໝາຍເຖິງທ່ານຜູ້ເປັນອະທິບໍດີໃນທັມ, ເປັນຄຳກະວີ ອັນໝາຍເຖິງພຣະພຸດທະເຈົ້າ.
            ດ. ບ​ໍຣົມມະສາສະດາ, ພຣະບ​ໍຣົມມະສາສະດາ: ໝາຍເຖິງທ່ານຜູ້ເປັນພຣະສາ ສດາອັນຍອດຍິ່ງ, ພຣະຜູ້ເປັນຄຣູສູງສຸດ, ພຣະບໍຣົມມະຄຣູ.
            ຕ. ພຣະຜູ້ມີພຣະພາກເຈົ້າ, ພຣະພຸດທະເຈົ້າ ໝາຍເຖິງທ່ານຜູ້ຮູ້ດີ, ຮູ້ຮອບ, ດ້ວຍຕົນເອງກ່ອນແລ້ວ ສອນປະຊາຊົນໃຫ້ປະພຶດຊອບດ້ວຍກາຍ, ວາຈາ, ໃຈ.
            ຖ. ພຣະສາສດາ: ໝາຍເຖິງ ທ່ານຜູ້ຊົງສອນຊົນທັງປວງ.
            ທ. ພຣະສັມພຸດທະເຈົ້າ, ພຣະສັມມາສັມພຸດທະເຈົ້າ, ພຣະອໍຣະຫັນຕະສັມມາ ສັມພຸດທະເຈົ້າ, ສົມເດັດພຣະສັມມາສັມພຸດທະເຈົ້າ: ໝາຍເຖິງ ພຣະຜູ້ຕັດສະຮູ້ເອງໂດຍ ຊອບ.
            ນ. ພະຄະວາ: ໝາຍເຖິງ ທ່ານຜູ້ເປັນຜູ້ມີໂຊກ ຫຼືທ່ານຜູ້ຈຳແນກແຈກທັມ.
            ບ. ມະຫາສະມະນະ.
            ປ. ໂລກະນາດ, ພຣະໂລກະນາດ: ໝາຍເຖິງ ທ່ານຜູ້ເປັນທີ່ເພິ່ງແຫ່ງໂລກ.
            ຜ. ສຍັມພູ, ພຣະສັມພູ, ໝາຍເຖິງ ທ່ານຜູ້ຕັດສະຮູ້ໄດ້ໂດຍພຣະອົງເອງ, ບໍ່ມີໃຜສອນ.
            ພ. ສັພພັນຍູ, ພຣະສັພພັນຍູສັມມາສັມພຸດທະເຈົ້າ: ໝາຍເຖິງ ທ່ານຜູ້ຮູ້ທຸກສິ່ງ ທຸກຢ່າງ.
            ມ. ພຣະສຸຄະຕະ, ພຣະສຸຄົຕ, ພຣະສຸຄະໂຕ: ໝາຍເຖິງ ທ່ານຜູ້ສະເດັດໄປດີແລ້ວ.
(ຍັງມີຕໍ່ ໂຜດອ່ານຕໍ່ມື້ ວັນທີ ໒໙/໘/໒໐໑໓ ມື້ອື່ນ)