ຄົ້ນຫາ
9.20.2555
ຄຸນສົມບັດຂອງພຣະພູດທະເຈົ້າ
ພຣະພຸດທະເຈົ້າ ຊົງປະກອບດ້ວຍຄຸນສົມບັດ ບຸກຄະລິກະພາບຂອງການສະແດງທັມ
໑. ຣູປປັປປະມານິກາ : ມີພຣະຮູບໂສມທີ່ງົດງາມ ສົມບູນດ້ວຍມະຫາສັປປຸຣິສະລັກສະນະ ໓໒ ປະການ.
໒. ໂຂສັປປະມານິກາ : ມີພຣະສຸຣະສຽງທີ່ອ່ອນຫວານຈັບໃຈແກ່ຜູ້ຟັງ.
໓. ລູຂັປປະມານິກາ : ມີບໍຣິຂານຫຼື້ປັດໄຈທີ່ເສົ້າໝອງຍັງຄວາມເຫຼື້ອມໃສໃຫ້ເກີດ.
໔. ທັມມັປປະມານິກາ : ເປັນຜູ້ຊົງທັມອັນຍອດຢ້ຽມ ໃນບັນດາໝູ່ມະນຸດ ແລະເທວະດາທັງຫຼາຍ ຊົງເປັນຣາຊາແຫ່ງທັມສົມບູນດ້ວຍວິຊຊາ ແລະຈາຣະນະ.
ພຣະພຸດທະເຈົ້າຊົງມີພຣະສຸຣພະສຽງເໝືອນກັບພຣົມ ຊົນທັງຫຼາຍໄດ້ຟັງແລ້ວ ຕ່າງກໍຕິດໃຈໃນພຣະສຸຣະສຽງຂອງ ພຣະອົງ ໄດ້ເຫັນປະຕິກິຣິຍາ ໄດ້ຟັງທັມອັນງາມຂອງພຣະອົງ ແລ້ວຕ່າງກໍເກີດຄວາມເຫຼື້ອມໃສສັດທາ ດັ່ງທີ່ອຸຕຣະ ພຣາມ ໄດ້ກ່າວຍ້ອງຍໍຊົມເຊີຍພຣະອົງໄວ້ດັ່ງນີ້ :
- ທ່ານພຣະໂຄດົມ ພຣະອົງນັ້ນຊົງມີພຣະສຸຣະສຽງ ກືກກ້ອງເປັ່ງອອກມາຈາກພຣະໂອດ ປະກອບດ້ວຍອົງ ໘ ປະການ.
໑. ນູ່ມນວນ.
໒. ຟັງຊັດເຈນ.
໓. ມ່ວນ, ອ່ອນຫວານ.
໔. ຟັງງ່າຍ.
໕. ກົມກ່ອມ.
໖. ບໍ່ແຫບ.
໗. ເລິກເຊິ່ງ.
໘. ມີພຣະສຸຣະສຽງກັງວານ.
ພຣະສຸຣະສຽງທີ່ພຣະພຸດທະອົງຊົງສອນພຸດທະບໍຣິສັດ ໃຫ້ເຂົ້າໃຈນັ້ນບໍ່ໄດ້ກ້ອງອອກໄປນອກພຸດທະບໍຣິສັດ ນັ້ນ ຊົນທັງຫຼາຍທີ່ທ່ານພຣະໂຄດົມຊົງຊີ້ແຈ້ງໃຫ້ຊັດເຈນ ຊວນໃຫ້ຢາກຮັບເອົາໄປປະຕິບັດເຈົ້າໃຈ ອາດຫານ ອອຍໃຈໃຫ້ລື່ນເລີງດ້ວຍທັມມິກະຖາ ຈຶ່ງລຸກຈາກທີ່ນັ່ງໄປຫຼຽວເບິ່ງ ໂດຍບໍ່ຢາກຈາກໜີໄປ ເຮົາໄດ້ເຫັນພຣະໂຄ ດົມພຣະອົງນັ້ນ ຊົງດຳເນີນປະທັບຢືນສະເດັດເຂົ້າໄກ້ບ້ານ ປະນິ່ງໃນໃກ້ບ້ານ ກຳລັງສະເຫວີຍພຣະກາຍາຫານ
ໃນທີ່ໃກ້ບ້ານ ສະເຫວີຍສະເຣັດແລ້ວກໍຊົງນັ່ງນິ້ງ ສະເຫວີຍສຳເຣັດແລ້ວຊົງອະນຸໂມທະນາ ສະເດັດກັບມາຍັງພຣະ
ອາຣາມ ສະເດັດມາເຖິງພຣະອາຣາມແລ້ວ ສະເດັດປະທັບນັ່ງນິ້ງຢູ່ໃນພຣະອາຣາມແລ້ວ ຊົງສະແດງທັມແກ່ພຸດທະ
ບໍຣິສັດ ທ່ານພຣະໂຄດົມພຣະອົງນັ້ນ ຊົງພຣະຄຸນເຊັ່ນນີ້ ແລະຊົງຄຸນຍິ່ງກວ່າທີ່ກ່າວແລ້ວ.
ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
ທີ່ຊາວໂລກທັງຫຼາຍເພິ່ງພໍໃຈ ດັ່ງນີ້:(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)

9.14.2555
ມີຄົນເປັນບ້ານເຊົາບ້າເພາະຟັງວິທະຍູລາຍການອາຈານບູນເຕີມ ສີບຸນເຮືອງ
ມີຄົນເປັນບ້າເຊົາບ້າເພາະຟັງວິທະຍູລາຍການອາຈານບູນເຕີມ ສີບຸນເຮືອງ
--------------------------------------------
ເລື່ອງທີ່ເວົ້ານີ້ ເຖິງຖ້າເປັນເລື່ອງຄວາມເຊື່ອສະເພາະບຸກຄົນ ກໍຕາມແຕ່່ເປັນ ເລື່ອງທີ່ຄວນເຜີຍແຜ່ ນຳມາເປັນບົດຮຽນໃຫ້ຫຼາຍທ່ານໄດ້ ທຸກ
--------------------------------------------
ເລື່ອງທີ່ເວົ້ານີ້ ເຖິງຖ້າເປັນເລື່ອງຄວາມເຊື່ອສະເພາະບຸກຄົນ ກໍຕາມແຕ່່ເປັນ ເລື່ອງທີ່ຄວນເຜີຍແຜ່ ນຳມາເປັນບົດຮຽນໃຫ້ຫຼາຍທ່ານໄດ້ ທຸກ
4.12.2555
ພຣະອານົນທ໌ເຖຣະ ຍອດເລຂາ
ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
- ພຣະອານົນທ໌ເປັນພຸດທະອຸປະຖາກ ທີ່ຍິ່ງຍອດ ເຊິ່ງຮຽກວ່າເປັນຍອດແຫ່ງເລຂາ ຍິ່ງກວ່າເລຂາໃດໆໃນໂລກ ດັ່ງພຣະພຸດທະເຈົ້າຍ້ອງພຣະອານົນທ໌ໄວ້ວ່າ ໃນສຸດຕັນຕະປິດົກ ເຫຼັ້ມທີ ໒໐ ສະບັບສະຍາມຣັດພາສາປລີ ແລະສູດຕັນຕະປິຕະເກ ເຫຼັ້ມທີ ໑໒ ອັງຄຸດຕະຣະນິກາຍັສສະ ເອກ-ທຸກ-ຕິກກະນິປາຕາ ໑໔໙ ວັຄໂຄ ຕະຕິໂຍ.(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
ປາລີ:
ວັຄໂຄ ຕະຕິໂຍ
໑. ເອຕະທັຄຄັງ ພິກຂາເວ ມະມະ ສາວະການັງ ພິກຂູນັງ ພະຫຸສສຸຕານັງ
ຍະທິທັງ ອານັນໂທ,
໒. ສະຕິມັນຕານັງ ຍະທິທັງ ອານັນໂທ,
໓. ຄະຕິ ມັນຕານັງ ຍະທິທັງ ອານັນໂທ,
໔. ທະຕິມັນຕານັງ ຍະທິທັງ ອານັນໂທ,
໕. ອຸປະຖາການັງ ຍະທິທັງ ຍະທິທັງ.
ແປລາວ:
ວັຄທີ ໓
໑. ດູກອນ ພິກຂຸທັງຫຼາຍ !! ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ເປັນພະຫູສູຕ.
໒. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ມີສະຕິ.
໓. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ຄະຕິ.
໔. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ຜູ້ມີຄວາມພຽຣ.
໕. ພຣະອານົນທ໌ ເລີສກວ່າພິກຂຸສາວົກຂອງເຮົາ ຜູ້ເປັນອຸປະຖາກ.
- ທ່ານຜູ້ໃດ ສະໝັກ ຫຼືມີໜ້າທີ່ຕຳແໜ່ງເປັນເລຂາຂອງເຈົ້ານາຍ ຫຼືເປັນເລຂາຂອງຜູ້ບໍລິ ຫານໜ່ວຍງານລັດ, ບໍຣິສັດ ແລະອື່ນໆ ຄວນຈະຮຽນເອົາແບບຢ່າງຂອງພຣະອານົນທ໌ນີ້, ໃນບັນດາ ພິກຂຸສາວົກຂອງພຣະພຸດທະອົງຄ໌ນັ້ນ ພຣະອົງຊົງຍົກຍ້ອງ ຫຼືຕັ້ງເອຕະທັກຄະໄວ້ຫຼາຍ ອົງຄ໌ ທັງເປັນພິກຂຸແລະພິກຂຸນີ້ ໃນໜັງສືອະນຸພຸດທະພຣະອົງຄ໌ໄດ້ຍົກຍ້ອງພິກຂຸສາວົກໄວ້ ໘໐ ອົງ ພິກຂຸນີສາວົກ ໔໐ ອົງຄ໌ ວ່າເປັນເລີດກວ່າພິກຂຸທັງຫຼາຍ ແຕ່ພຣະພິກຂຸສາວົກທີ່ຊົງມີຄຸນສົມບັດ ທີ່ຍ້ອງໄວ້ຫຼາຍກວ່າໝູ່ເຖິງ ໕ ຂໍ້ຄືພຣະອານົນທ໌ນັ້ນເອງ ດັ່ງທີ່ກ່າວແລ້ວ,
3.26.2555
ປະວັດພຣະ ໘ ປາງ
ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
- ມີຄົນມາຖາມເລື່ອງພຣະປະຈຳວັນເກີດ ວ່າເກີດວັນນັ້ນວັນນີ້ ຄວນໄຫວ້ພຣະອົງໃດດີ ? ບາງຄົນກໍມາຫາວ່າຢາກໄດ້ ພຣະໄປບູຊາ ບາງຄົນກໍມາຂໍພຣະໄປແຂວນຄໍ ຄັນຫາມາໃຫ້ແລ້ວກໍບອກວ່າບໍ່ແມ່ນພຣະປະຈຳວັນເກີດຕົນ ຕົນເກີດວັນນັ້ນ ຢາກໄດ້ພຣະຈັ່ງຊັ້ນ ເລົ່ານີ້ເປັນຕົ້ນ ບາງຄົນກັບສົ່ງຄືນກໍຍັງມີ.
- ອັນທີ່ມັນຫຍຸ້ງໄປກວ່ານັ້ນ ຄັນໃຫ້ພຣະອົງບັກໃຫຍ່ກໍຕາມ ອົງນ້ອຍໆກໍຕາມ ກໍຕ້ອງຖາມວ່າ "ຜູ້ຍິງຈັບໄດ້ບໍ" ກໍຕອບວ່າຈັບໄດ້ ບາງຄົນກໍຈັບເອົາບາງຄົນບໍ່ກ້າຈັບ ຕ້ອງເອົາຂອງມາຮັບ ເຊັ່ນເອົາຖົງ, ເອົາແພຜ້າບ່ຽງເອົາກະຕິບເຂົ້າ ຫຼືເອົາຂອງທີ່ຫາໄດ້ມາຮອງຮັບ ອັນທີ່ມັນເປັນຕາຢາກຫົວນັ້ນຕີ ຄັນເພີ່ນຫາຂອງມາຮັບບໍ່ໄດ້ ກໍເອົາຊາຍເສື້ອ ແລະຊາຍສິ້ນມາຮັບເອົາພຣະ ບາງຄົນກໍເອົາໄມ້ມາຄີບເອົາໃສ່ກະແຕ໊ບ ອັນນີ້ມັນເປັນຕາໜ່າຍຄັກໆ ອົດສາຢ້ານບາບກັບເອົາຂອງບໍ່ຄວນມາຮັບເອົາພຣະ, ມີຄົນຖາມຫຼາຍເທື່ອຫຼາຍທີ ກໍເລີຍແບບບອກແບບກວນໆໄປເລີຍກະມີ ເຊັ່ນວ່າ "ຜູ້ຍິງຈັບໄດ້ບໍ ?" ຕອບວ່າ "ຈັບໄດ້" ເຂົາກະຍັງສົງໄສອີກວ່າ "ຫາກວ່າຜູ້ຍິງຈັບບໍ່ໄດ້" ກະຕອບວ່າ "ອັນວ່າກວ່າພຣະທອງ ຈັບໄດ້ໂລດ ອັນຈັບບໍ່ໄດ້ແມ່ນພຣະດັງໂກນ" ຮາໆໆໆໆ
12.15.2554
ພຣະເຈົ້າ ໑໐ ຊາດ
ລິງຄ໌ມາໃຫ້ອ່ານ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ບໍ່ສະຫງວນສິດ)
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ບໍ່ສະຫງວນສິດ)
| ໑ ພຣະເຕເມຍະຊາດົກ | ຍິ່ງດ້ວຍເນກຂັມມະປາຣີນີ. | |
| ໒.ພຣະຊະນົກຊາດົກ | ຍິ່ງດ້ວຍວິຣິຍະປາຣະມີ | |
| ໓. ພຣະສຸວັນນະສາມຊາດົກ | ຍິ່ງດ້ວຍເມຕຕາປາຣະມີ | |
| ພຣະເນມິຣາຊຣາກົກ | ຍິ່ງດ້ວຍອະທິດຖານະປາຣະມີ | |
| ໕. ພຣະມະໂສຫົດຊາກົດ | ຍິ່ງດ້ວຍປັນຍາປາຣະມີ | |
| ໖. ພຣະພູຣິທັດຊາດົກ | ຍິ່ງດ້ວຍສີລະປາຣະມີ. | |
| ໗. ພຣະຈັນທະກຸມາຣຊາດົກ | ຍິ່ງດ້ວຍຂັຍຕິປາຣະມີ | |
| ໘. ພຣະນາຣັດທະພຣົມຊາດົກ | ຍິ່ງດ້ວຍປຸເປກຂາປາຣະມີ | |
| ໙. ພຣະວິທູນບັນດິດຊາດົກ | ຍິ່ງດ້ວຍສັຈຈະປາຣະມີ | |
| ໑໐. ພຣະເວສສັນຕຣະຊາດົກ | ຍິ່ງດ້ວຍທານະປາຣະມີ |
สมัครสมาชิก:
ความคิดเห็น (Atom)