ຄົ້ນຫາ

12.06.2551

ພຸດທະປວັດ ສຳລັບນັກວິຊາການ

ພຣະພຸດທະປະຫວັດ ສຳລັບວິຊາການ
------
 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້

ພຣະພຸດທະສາດສະໜາມີແຫ່ງກຳເນີດຢູ່ໃນດິນແດນທີ່ຮູ້ຈັກກັນໃນຄັ້ງພຣະພຸດທະກາລວ່າ “ຊົມພູທະວີບ” ອັນໄດ້ແກ່ທະວີບ ທີ່ມີລັກສະນະສັນຖານຄ້າຍຄືໃບຊົມພູ ຫຼືໃບຫວ້າ ໃນປັດຈຸບັນຊົມພູທະວີບ ມີຖານະເປັນພຽງອະນຸທະວີບ(sub-continent) ແຫ່ງເອເຊັຍໃຕ້ ປະກອບດ້ວຍດິນແດນຂອງ ປະເທດອິນເດັຍ ປາກິສະຖານ ເນປານ ແລະບັງຄະລາເທດ ແຕ່ໃນຄັ້ງພຣະພຸດທະກາລ ພາກພື້ນຊົມພູທະວີບຖືກແບ່ງເປັນປະເທດໃຫຍ່ນ້ອຍເຊິ່ງຮຽກກັນວ່າຣັດຫຼືແຄວ້ນຈຳນວນບໍ່ນ້ອຍກວ່າ 21 ແຄວ້ນ ສະເພາະແຄວ້ນມະຫາອຳນາດ ໃນສະໄໝນັ້ນມີ 4 ແຄວ້ນຄື: ມະຄົດ ໂກສລະວັງສາ ແລະອວັນຕີ.
ໃນພູມພາກດ້ານເໜືອຂອງຊຸມພູທະວີບ ອັນເປັນດິນແດນຮອຍຕໍ່ຣະຫວ່າງອິນເດຍ ແລະເນປານປັດຈຸບັນມີ ແຄວ້ນນ້ອຍ ແຄວ້ນໜຶ່ງຊື່ວ່າ ສັກກະຊົນນະບົດ ເປັນດິນແດນຂອງຊົນຊາດ ຜູ້ເອີ້ນຕົນເອງວ່າສາກະຍະ ພຣະຣາຊາ ຜູ້ປົກຄອງແຄວ້ນນີ້ ໃນຄັ້ງນັ້ນມີພຣະນາມວ່າ ພຣະເຈົ້າສຸດໂທທະນະ ພຣະອົງມີຊື່ໂຄດ ຫຼືນາມສະກຸນວ່າ ໂຄຕະມະ ບາງຄັ້ງມີຜູ້ຮຽຫພຣະອົງ ດ້ວຍພຣະນາມເຕັມວ່າ ພຣະເຈົ້າສຸດໂທທະນະ ໂຄຕະມະ ຣາຊສຳນັກຂອງພຣະອົງຕັ້ງຢູ່ ໃນເມືອງຫຼວງຊື່ວ່າ ກຸງກະບິນລະພັດ(ກະປິລະວັດ).

ປຣະສູດ:
ພຣະເຈົ້າສຸດໂທທະນະມີພຣະມະເຫສີພຣະນາມວ່າ ມະຫາມາຍາເທວີ ທັງສອງພຣະອົງຊົງຢູ່ຮ່ວມກັນມາ ດ້ວຍຄວາມພາສຸກຈົນກະທັ້ງພຣະເທວີມີພຣະຄັນ ເມື່ອພຣະຄັນແກ່ຈວນ(ໃກ້)ຈະປະສູດ ພຣະນາງໄດ້ຮັບພຣະບໍ ຣົມຣາຊານຸຍາດຈາກພຣະສວາມີ ໃຫ້ປ່ຽນພຣະຣາຊຖານໄປປະທັບທີ່ກຸງເທວະທະຫະເປັນການຊົ່ວຄາວທັ້ງນີ້ກໍ່ເພື່ອ ປະສູດໃນຕະກູນຂອງພຣະນາງຕາມປະເພນີທີ່ນິຍົມສະໄໝນັ້ນ ພຣະເທວີສະເດັດອອກຈາກກຸງກະບິນລະພັດ ພ້ອມດ່ວຍ ຂ້າຣາຊບໍຣິພານໃນເວລາເຂົ້າຂອງວັນເພັງເດືອນ 6 ກ່ອນພຸດທະສັກຣາຊ 80 ປີ ເມື່ອຂະບວນສະເດັດຜ່ານມາເຖີງ ສວນລຸມພິນີ ອັນຕັ້ງຢູ່ເຄີ່ງກາງທາງລະຫວ່າງກຸງກະບິນລະພັດ ແລະກຸງເທວະທະຫະຕໍ່ກັນ ພຣະນາງຊົງມີພຣະ ປະສົງຈະປະພາສອຸທິຍານ ຂ້າຣາຊບໍຣິພານຈຶ່ງເຊີນສະເດັດແວະ ໄປປະທັບພັກຜ່ອນໃຕ່ສາລະ ຂະນະປະທັບຢູ່ທີ່ສວນລຸມພິນີນັ້ນ ພຣະນາງໄດ້ປະສູດ 3 ພຣະໂອຣົດພາຍໃຕ້ຕົ້ນສາລະ ເມື່ອພຣະເຈົ້າສຸດໂທທະນະ ຮູ້ຂ່າວປະສູດຈຶ່ງ ສັ່ງໃຫ້ເຊີນສະເດັດພຣະນາງ ພ້ອມດ້ວຍພຣະຣາຊກຸມມານກັບຄືນກຸງກະບິນລະພັດໂດບຮີບ.
ຂ່າວເລື່ອງການປະສູດແພ່ໄປເຖີງອະສິດດາບົດ ຜູ້ອາໃສຢູ່ໃນອາສົມເຊີ່ງເຂົາຫິມາໄລ ດາບົດທ່ານນີ້ມີຄວາມ ຄຸ້ນເຄີຍກັບຣາຊສຳນັກຂອງ ພຣະເຈົ້າສຸດໂທທະນະ ພໍຮູ້ຂ່າວເລື່ອງການປະສູດຂອງພຣະຣາຊກຸມມານ ດາບົດຈຶ່ງ ລົງຈາກເຂົາເຂົ້າໄປຢ້ຽມຣາຊສຳນັກ ທ່ານມີຄວາມຮູ້ກ່ຽວກັບການທຳນາຍມະຫາປຸຣິດລັກສະນະ ພໍເປັນພຣະຣາຊ ກຸມມານກໍ່ທຳນາຍໄດ້ທັນທີວ່າ ນີ້ຄືຜູ້ຈະຕັດສະຣູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງກ່າວພຣະຍາກອນວ່າ ພຣະ ຣາຊກຸມມານນີ້ຈັກບັນລຸພຣະສັບພັນຍູຕະຍານ ເຫັນແຈ້ງພຣະນິບພານອັນບໍຣິສຸດຢ່າງຢີ່ງ ຊົງຫວັງປະໂຫຍດແກ່ ມວນຊົນເປັນອັນມາກ ຈະປະກາດທັມຈັກພຣົມມະຈັນຂອງພຣະກຸມມານນີ້ຈັກແພ່ຫຼາຍ ແລ້ວກາບລົງແທບພຣະບາດຂອງພຣະກຸມມານ ພຣະເຈົ້າສຸດໂທທະນະທອດພຣະເນດເຫັນເຫດການນັ້ນຊົງຮູ້ສຶກອັດສະຈັນ ແລະ ປ່ຽມລົ້ນດ້ວຍປີຕິ ເຖີງກັບຊຸດພຣະອົງອະພິວາດພຣະຣາຊກຸມມານຕາມຢ່າງດາບົດ.
ເມື່ອພຣະກຸມມານປະສູດໄດ້ 5 ວັນ ພຣະເຈົ້າສຸດໂທທະນະໃຫ້ປະກອບພິທີສະເຫຼີມສະຫຼອງຮັບຂວັນ ແລະຂະນານພຣະນາມໂດຍ ເຊີນພຣາມ 108 ຄົນຜູ້ຊ້ຽວຊານມາບໍຣິໂພກໂພຊະນະອາຫານ ທີ່ປະຊຸມຂອງພຣາມໄດ້ ຖວາຍພຣະນາມວ່າ ”ສິດທັດຖະ” ແປວ່າ ”ສົມປະສົງ” ກ່າວຄືພຣະຣາຊກຸມມານຈະຊົງປາດຖະໜາສິ່ງໃດ ກໍ່ຈະໄດ້ ສິ່ງນັ້ນຕາມຄວາມປາດຖະໜາ ຄົນສ່ວນຫຼາຍມັກເອີ້ນພຣະອົງຕາມຊື່ໂຄດວ່າ”ໂຄຕະມະ” ຕໍ່ຈາກນັ້ນພຣາມ 8 ຄົນຜູ້ຮູ້ການທຳນາຍລັກສະນະໄດ້ກວດສອບລັກສະນະຂອງພຣະກຸມມານ ແລ້ວພົບວ່າພຣະກຸມມານມີລັກສະນະມະຫາ ບຸຣຸດ 32 ປະການ ຈົ່ງເຫັນຄຳທຳນາຍຊີວິດໃນອະນາຄົດຂອງພຣະກຸມມານ ພຣາມ 7 ຄົນ ທຳນາຍວ່າພຣະສິດທັດ ຖະກຸມມານນີ້ ຖ້າຢູ່ຄອງເພດຄາຣະວາດຈະໄດ້ເປັນພຣະເຈົ້າຈັກກະພັດ ແຕ່ຖ້າອອກຜະນວດ ຈະໄດ້ເປັນພຣະສັມ ມາສັມພຸດທະເຈົ້າ ສາສດາເອກຂອງໂລກ ແຕ່ພຣາມຄົນທີ 8 ຊື່ວ່າໂກນດັນຍະໃຫ້ຄຳທຳນາຍຍືນຍັນໜັກແໜ້ນເປັນ ຄະຕິດຽວວ່າ ພຣະກຸມມານຈະຕ້ອງອອກຜະນວດ ແລະຕັດສະຣູ້ເປັນພຣະສັມມາສັມພຸດທະເຈົ້າ.
ໃນວັນທີ 7 ນັບແຕ່ວັນປະສູດ ພຣະນາງມະຫາມາຍາເທວີຜູ້ເປັນພຣະຊົນນີຂອງພຣະກຸມມານໄດ້ທິວົງຄົດ ທັ້ງນີ້ເພາະ ”ມານດາຂອງພຣະໂພທິສັດມີອາຍຸນ້ອຍແທ້ ເມື່ອພຣະໂພທິສັດປະສູດໄດ້ 7 ວັນ ມານດາຂອງພຣະໂພທິ ສັດຍ່ອມທິວົງຄົດໄປບັງເກີດໃນສະຫວັນຊັ້ນດຸສິດ” ນັບແຕ່ນັ້ນມາພຣະສິດທັດຖະຣາຊກຸມມານຈຶ່ງຢູ່ໃນຄວາມດູແລຂອງພຣະນາງມະຫາປະຊາບໍດີ ໂຄຕະມີ ພຣະນ້ານາງຂອງພຣະອົງຊຶ່ງເປັນມະເຫສີຂອງພຣະເຈົ້າສຸດໂທທະນະສືບຕໍ່ມາ.

ໄວໜຸ່ມ
ຄຳພະຍາກອນຂອງພາມທີ່ວ່າ ຖ້າພຣະຣາຊກຸມມານຢູຄອງເພດຄາຣາວາດຈະໄດ້ເປັນພຣະພຸດທະເຈົ້າຈັກ ກະພັດ ນັ້ນສ້າງຄວາມປີຕິຍິນດີແກ່ພຣະເຈົ້າສຸດໂທທະນະ ຜູ້ປາດຖະໜາຈະເຫັນສັກກະຊົນນະບົດຊຶ່ງເປັນອານະຈັກນ້ອຍ ທີ່ຕ້ອງສະຍົບສະຍອມຕໍ່ອຳນາດຂອງມະຫາອະນາຈັກ ເພື່ອນບ້ານຊື່ແຄວ້ນໂກສົນ ພຣະອົງປາດຖະໜາຈະເຫັນພຣະໂອຣົດສ້າງສັກກະຊົນນະບົດໃຫ້ມີອຳນາດເໜືອແຄວ້ນມະຫາອຳນາດໃນສະໄໝນັ້ນ ແຕ່ພຣະອົງຍັງຊົງຫວັ່ນ ພຣະທັຍວ່າ ພຣະຣາຊໂອຣົດອາດເລືອກການອອກບັນພະຊາເປັນຈຸດໝາຍສຳຄັນກວ່າການຄອງຣາດ ຕາມຄຳພະຍາກອນໃນຂໍ້ທີສອງ ເພາະພຣະອົງເປັນກະສັດຈຶ່ງຕ້ອງພະຍາຍາມດຳເນີນການໃຫ້ພຣະກຸມມານໄດ້ຂຶ້ນຄອງຣາດສືບຕໍ່ໄປ ແລະຊົງກະທຳການທຸກວິຖີທາງເພື່ອປ້ອງກັນພຣະຣາຊໂອຣົດ ບໍ່ໃຫ້ມີພຣະທັຍນ້ອມໄປທາງ ບັນພະຊາ ຊົງຮັບສັ່ງໃຫ້ຂ້າຣາຊບໍຣິພານສາມສະໝົມທັງຫຼາຍໃຫ້ເອົາອົກເອົາໃຈແກ່ພຣະສິດທັດຖະຣາຊກຸມມານຢ່າງເຕັມທີ່ ບໍ່ມີອັນໃດທີ່ພຣະກຸມມານປາດຖະໜາແລ້ວຈະບໍ່ໄດ້ ພຣະກຸມມານຈຶ່ງເປັນຜູ້ທີ່ມີຄວາມສຸກຢ່າງໃຫຍ່ຫຼວງ ດັ່ງມີບັນທຶກ ກ່າວໄວ້ວ່າ.
”ພິກຂຸທັງຫຼາຍ ເຮົາເປັນຜູ້ອຽດອ່ອນມາກ ລະອຽດທີ່ສຸດພຣະຊະນົກຮັບສັ່ງໃຫ້ຂຸດສະໂບກຂະຣະນີ 3 ສະ ສຳ ລັບເຮົາໄວ້ໃນພຣະຣາຊວັງ ໃຫ້ປູກອຸບົນບົວຂາບສະໜຶ່ງ ປູກປະທຸບບົວຫຼວງສະໜຶ່ງ ປູກປຸນດະຣິກບົວຂາວສະໜຶ່ງ ບໍ່ພຽງແຕ່ເຮົາຈະໃຊ້ໄມ້ຈັນແຄວ້ນກາສີເທົ້ານັ້ນ ທັງຜ້າໂພກ ເສື້ອ ຜ້ານຸ່ງ ຜ້າຫົ່ມຂອງເຮົາລ້ວນແຕ່ທຳໃນແຄວ້ນກາສີ ມີຄົນຄອຍກັ້ນສວດຄາຖາໃຫ້ເຮົາຕະຫຼອດຄືນວັນ ດ້ວຍຫວັງວ່າ ໜາວຮ້ອນ ທຸຣີ ຫຍ້າ ຫຼືນຳ້ຄ້າງຢ່າໄດ້ລ່ວງເລີຍ”.
ເຖີງແມ່ນວ່າພຣະຣາຊບິດາຈະໄດ້ພະຍາຍາມທຸກວິຖີທາງເພື່ອຊັກຈູງພຣະຣາຊກຸມມານໃຫ້ຄິດຢູ່ໃນສະເໜ່ ຍົ້ວຍວນໃຈຂອງເພດຄະລືຫັດ ກໍ່ເໝືອນວ່າຄວາມພະຍາຍາມນັ້ນຈະບໍ່ສາມາດທຳລາຍພຣະອຸປະນິສັຍໃຝ່ທັມມະຂອງພຣະຣາຊກຸມມານ ດັ່ງມີເຫດການໜຶ່ງເກີດຂຶ້ນ ກ່າວຄື່ວ່າ ຄັ້ງໜຶ່ງມີການຈັດງານມຸງຄຸນແຣກນາຂວັນ ພຣະເຈົ້າສຸດໂທທະນະສະເດັດດ້ວຍພຣະອົງເອງ ໂປດໃຫ້ເຊີນພຣະກຸມມານສະເດັດໄປດ້ວຍ ແລະໃຫ້ແຕ່ງທີ່ນັ່ງຢູ່ພາຍໃຕ້ ຕົ້ນຫວ້າ ຄັນວ່າເຖີງເວລາແຣກນາຂວັນແລ້ວ ພວກສະໜົມພີ່ພີ່ລ້ຽງນາງນົມພາກັນໄປເບີ່ງພິທີແຣກນາຂວັນ ປະໃຫ້ ພຣະກຸມມານຢູ່ພຽງລຳພັງ ພຣະກຸມມານນັ່ງຂັດສະມາທິຈະເລີນອານາປານະສະຕິກັມມັດຖານຈົນໄດ້ປະຖົມຍານ ຂະນະນັ້ນເປັນເວລາບ່າຍ ເງົາຂອງຕົ້ນໄມ້ທັງຫຼາຍກໍ່ໄດ້ປ່ຽນທິດທາງໄປຕາມດວງຕະເວັນ ຍົກເວັ້ນເງົາຂອງຕົ້ນຫວ້າ ຊຶ່ງຍຸດຢູ່ກັບທີ່ ປຽບເໝືອນເງົາໃນຕອນກາງເວັນ ປາກົດເປັນອັດສະຈັນໃຈແກ່ພີ້ລ້ຽງນາງສະໜົມທີ່ກັບມາເຫັນ ຈຶ່ງຮີບ ນຳເອົາຄວາມໄປກາບທູນແກ່ພຣະຣາຊບິດາ ພຣະເຈົ້າສຸດໂທທະນະສະເດັດໄປທອດພະເນັດ(ນອນ)ກໍ່ເຫັນເຫດ ການ ຊົງເລື້ອມໃສພຣະໂອຣົດເປັນຢ່າງຍິ່ງ ເຖີງກັບຍົກພະຫັດຂຶ້ນຖວາຍອະພິວາດພຣະກຸມມານອັນເປັນການອະພິ ວາດຄັ້ງທີ 2 ນັບແຕ່ການອະພິວາດຄັ້ງທຳອິດ ເມື່ອວັນທີອະສິດດາບົດເຂົ້າເຝົ້າພຣະກຸມມານ.
ເມື່ອພຣະກຸມມານຊົງຈະເລີນວັຍພໍທີ່ຈະເຂົ້າຮັບການສຶກສາໄດ້ ພຣະຣາຊບິດາຊົງພາໄປມອບໄວ້ໃນສຳນັກ ຄຣູວິສວາມິດ ເພື່ອໃຫ້ສຶກສາສີລະປະວິທະຍາອື່ນໆ ທີ່ຈຳເປັນສຳຫຼັບຣັດຊະທາຍາດທັງຫຼາຍ ພຣະຣາຊກຸມມານຊົງ ສຶກສາໄດ້ຢ່າງວ່ອງໄວ ບໍ່ນານກໍ່ຈົບຫຼັກສູດ ຄັນວ່າເຖີງເວລາຕ້ອງສະແດງຄວາມສາມາດຕໍ່ໜ້າພຣະທີ່ນັ່ງ ພຣະອົງກໍ່ ສະແດງໄດ້ເລີດລ້ຳ ກໍ່ນຳຄວາມຊື່ນຊົມໂສມພະທັຍມາສູ່ພຣະຣາຊບິດາແລະຍາດມິດທັງຫຼາຍເປັນຢ່າງຍິ່ງ.
ເມື່ອພຣະສິດທັດຖະຣາຊກຸມມານມີອາຍຸຄົບ 16 ພັນສາ ເປັນເວລາອັນສົມຄວນແກ່ການອະພິເສກສົມຣົດ ພຣະຣາຊບິດາສັ່ງໃຫ້ສ້າງປາສາດ 3 ຫຼັງຊື່ວ່າ ສຸຈັນທະ ໂກກຸນທະ ແລະໂກນຈະ ເພື່ອເປັນທີ່ປະທັບຂອງພຣະຣາຊ ໂອຣົດໃນ 3 ລະດູຄື: ລະດູໜາວ ລະດູຮ້ອນ ແລະລະດູຝົນ ແລ້ວຊົງຂໍເຈົ້າຫຍິງຍະໂສທະລາ(ພິມພາ) ພຣະຣາຊບຸດຕີຼ ຂອງພຣະເຈົ້າສຸບປະພຸດທະດຳຣັດ ຕັດເລົ່າຕອນພາຍຫຼັງວ່າ ”ເມື່ອກ່ອນສະໄໝເຮົາເປັນຄະລືຫັດຄອງບ້ານເມືອງ ເປັນຜູ້ອິ່ມໜຳພຽບພ້ອມດ້ວຍກາມຄຸນຫ້າ ບຳລຸງຕົນດ້ວຍຮູບ ກິ່ນ ສຽງ ຣົດ ສຳຜັດທີ່ໜ້າປາດຖະໜາຮັກໃຄ່ ໜ້າຮັກ ປະກອບດ້ວຍກາມ ເປັນທີ່ຕັ້ງແຫ່ງຄວາມກຳນັດ ປາສາດຂອງເຮົານັ້ນມີເຖີງ 3 ຫຼັງຄື: ປາສາດໜຶ່ງເປັນທີ່ຢູ່ໃນລະດູ ຝົນ ປາສາດໜຶ່ງເປັນທີ່ຢູ່ໃນລະດູໜາວ ແລະປາສາດໜຶ່ງເປັນທີ່ຢູ່ໃນລະດູຮ້ອນ ເຮົານັ້ນຖືກບຳລຸງດ້ວຍດົນຕຣີ ບໍ່ມີບຸກຄົນເຈືອປົນຢູ່ໃນປາສາດສຳຫຼັບລະດູຝົນຕະຫຼອດສີ່ເດືອນ ບໍ່ເຄີຍລົງຈາກປາສາດເລີຍ”.

ອອກບັນພະຊາ (ບວດ)
ເຖີງແມ່ນວ່າພຣະສີດທັດຖະຣາຊກຸມມານຈະຊົງດຳເນີນຊີວິດອັນສົມບູນພູນສຸກຢ່າງນັ້ນ ຄວາມເບື່ອໜ່າຍໃນເພດຄາລະວາດກໍ່ເກີດຂຶ້ນໄດ້ ຈົນທຳໃຫ້ພຣະອົງຕັດສິນອອກບັນພະຊາເມື່ອມີອາຍຸໄດ້ 29 ພັນສາ ອັນໃດຄືສາຍ ເຫດທີ່ແທ້ຈິງຂອງການອອກບັນພະຊາ ຍັງເປັນບັນຫາທີ່ຍັງບໍ່ມີຂໍ້ຍຸດຕິໄດ້ ນັກປຣາດສ່ວນໃຫຍ່ເຊື່ອຕາມແນວທາງ ມະຫາປະທານສູດ 13 ທີ່ວ່າພຣະສິດທັດຖະຣາຊກຸມມານສະເດັດປະພາດພຣະອຸດທະຍານ 4 ຄັ້ງ ຊົງພົບເທວະ ທູດ 4 ຄື: ຄົນແກ່ ຄົນເຈັບ ຄົນຕາຍ ແລະສົມມະນະຕາມລຳດັບໃນການປະພາດແຕ່ລະຄັ້ງ ການພົບເທວະທູດຫຼື ຄວາມທຸກ 4 ມິຕິຂອງຊີວິດທຳໃຫ້ພຣະເນດສະວ່າງພໍທີ່ຈະຫຍັ່ງຮູ້ເຖີງຄວາມບໍ່ທ່ຽງແທ້ ແລະໄຮ້ແກ່ນສານຂອງຊີວິດ ພຣະອົງຊົງເກັບເອົາພາບຂອງຄົນແກ່ ຄົນເຈັບ ແລະຄົນຕາຍມາເປັນເລື່ອງທີ່ຈະຕ້ອງຄົ້ນຄິດຢ່າງຈິງຈັງ ທຳໃຫ້ລຸດ ຄວາມມົວເມົາໃນຄວາມບໍ່ຮູ້ແຈ້ງ ຄວາມມີສຸຂະພາບດີ ແລະຄວາມມົວເມົາໃນຊີວິດ ຊົງເຕືອນພຣະອົງເອງວ່າ ພຣະອົງໜີຄວາມແກ່ ຄວາມເຈັບ ແລະຄວາມຕາຍບໍ່ພົ້ນ 14 ແຕ່ຍັງມີທາງລຸດພົ້ນເຫຼືອຢູ່ສາຍໜຶ່ງນັ້ນຄື ການເລືອກ ໃຊ້ຊິວິດແບບສັມມະນະນັກບວດອັນອອກຈາກການພາລະກິດທີ່ເປັນເຄື່ອງຖ່ວງບໍ່ໄດ້ຄົ້ນພົບໂມກຂະທັມ ພຣະອົງຊົງຄິດວ່າ ”ຊີວິດຄາລະວາດຄັບແຄບ ເປັນທາງມາແຫ່ງຝຸ່ນລະອອງ ການບວດເປັນທາງສະດວກປອດປົ່ງ ການທີ່ບຸກ ຄົນຜູ້ຄອງເຮືອນຈະປະພຶດພົມມະຈັນໃຫ້ບໍລິບູນບໍລິສຸດ ຢ່າງໃດກໍ່ຕາມເຮົາຄວນຈະປົງຜົມແຖໜວດ ນຸ່ງຫົ່ມຜ້າກາສາ ວະພັດ ແລະສະລະບ້ານເຮືອນອອກບວດເປັນບັນພະຊິດ”.
ເມື່ອໄດ້ຕັດສິນພຣະໄທອອກພຣະນວດແລ້ວ ພຣະສິດທັດຖະຣາຊກຸມມານຊົງລໍເວລາຢູ່ຈົນກະທັ້ງຮູ້ຂ່າວຂອງພຣະນາງພິມພາ ປະສູດພຣະໂອຣົດຜູ້ຕໍ່ມາ ໄດ້ພຣະນາມວ່າ ”ຣາຫຸລ” ເພາະວ່າໃນວັນປະສູດ ພຣະສິດທັດຖະ ຣາຊກຸມມານຊົງເປັ່ງອຸທານວ່າ ”ຣາຫຸລໍ ຊາຕໍ ພັນທະນໍ ຊາຕໍ” ຕົກເວລາຕອນກາງຄືນຂອງວັນປະສູດນັ້ນ ພຣະສິດ ທັດຖະຣາຊກຸມມານຊົງນັດແນະກັບນາຍສັນນະ ໃຫ້ນຳມ້າກັນຖະກະຕຽມລໍນຳສະເດັດອອກບັນພະຊາ ພຣະອົງສະ ເດັດໄປທອດພຣະເນດພຣະຣາຫຸລກຸມມານ ແລະພຣະນາງພິມພາຜູ້ກຳລັງບັນທົມຫຼັບ ແລ້ວຊົງມ້າກັນຖະກະ ພ້ອມ ນາຍສັນນະສະເດັດອອກຈາກພຣະຣາຊວັງ ໃນຄືນທີ່ສະເດັດອອກບັນພະຊານັ້ນ ພຣະສິດທັດຖະຣາຊກຸມມານຊົງມີ ພຣະຊົນອາຍຸ 29 ພັນສາ.
ເມື່ອສະເດັດອອກພົ້ນພະຣາຊວັງແລ້ວ ພຣະສິດທັດຖະຣາຊກຸມມານຊົງເຂົ້າເຂດແຄວ້ນໂກສົນ ແລະແຄວ້ນ ວັດຊີ ເວລາໃກ້ຮຸ່ງສະເດັດເຖີງຝັ່ງແມ່ນ້ຳອະໂມນະທີ ແມ່ນ້ຳສາຍນີ້ຢູ່ລະຫວ່າງເຂດແດນຂອງສາມແຄວ້ນຄື: ແຄວ້ນ ສັກກະ ແຄວ້ນໂກສົນ ແລະແຄວ້ນວັດຊີ ພຣະອົງຊົງມ້າຂ້າມຝັ່ງແມ່ນ້ຳ ແລ້ວສະເດັດລົງຈາກຫຼັງມ້າ ໄປປະທັບນັ່ງ ຢູ່ເທິງກອງຊາຍ ຊົງປ່ຽນເຄື່ອງແລ້ວມອບໃຫ້ນາຍສັນນະນຳກັບພຣະນະຄອນ ຊົງຕັດພຣະເມົາລີດ້ວຍພຣະຂັນ ຄອງ ຜ້າກາສາວະພັດແລ້ວອະທິດຖານໃຈບວດເປັນບັນພະຊິດ ຊົງສົ່ງນາຍສັນນະກັບສະເດັດລຳພັງພຽງອົງດຽວ ແລ້ວ
ມຸ້ງໜ້າໄປຍັງແຄວ້ນພຣະນະຄອນ.
ໃນທ່ີນີ້ມີຂໍ້ສົງໃສບາງປະການກ່ຽວກັບອາການກິຣິຍາ ທີ່ພຣະສິດທັດຖະຣາຊກຸມມານສະເດັດອອກພະນວດ ນັ້ນກໍ່ຄື: ຕາມເລື່ອງລາວທີ່ບັນຍາຍມານັ້ນ ພຣະກຸມມານສະເດັດໜີອອກພຣະນວດໃນເວລາກາງຄືນ ໂດຍທີ່ພຣະ ຣາຊບິດາ ແລະພຣະປະຍູນຍາດບໍ່ຮູ້ ແຕ່ພຣະໄຕຣປິດົກໄດ້ບັນທຶກໄວ້ວ່າ ພຣະຣາຊບິດາແລະພຣະປະຍູນຍາດຊົງຮູ້ ແຕ່ບໍ່ອາດຈະທັກທ້ວງຫ້າມປາມໄດ້ ດັ່ງທີ່ພຣະພຸດທະເຈົ້າຊົງເລົ່າໄວ້ວ່າ” ສະໄໝເມື່ອເຮົາຍັງເປັນໜຸ່ມ ມີຜົມດຳສະ ນິດ ຢູ່ໃນໄວກຳລັງເຕີບໂຕ ເປັນປະຖົມໄວ ເມື່ອມານດາບິດາບໍ່ປາດຖະໜາ(ຈະໃຫ້ບວດ) ຮ້ອງໄຫ້ນ້ຳຕາໜອງໜ້າຢູ່ ເຮົາໄດ້ປົງຜົມແຖໜວດ ນຸ່ງຫົ່ມຜ້າກາສາວະພັດ ສະລະເຮືອນອອກບວດເປັນບັນພຣະຊິດ” 17 ພຣະຣາຊດຳຣັດນີ້ ສະແດງວ່າ ພຣະເຈົ້າສຸດໂທທະນະຊົງຮູ້ດີວ່າ ພຣະສິດທັດຖະຣາຊກຸມມານຈະອອກພຣະນວດ ແຕ່ບໍ່ອາດທັກທ້ວງ ຫ້າມປາມໄດ້ ບັນຫາຈຶ່ງເກີດຂຶ້ນວ່າ ເປັນຫຍັງຈຶ່ງທັກທ້ວງຫ້າມປາມບໍ່ໄດ້? ຄົງຈະມີເຫດຈຳເປັນບາງປະການ ເກີດຂຶ້ນແຕ່ບໍ່ອາດໄດ້ຮັບການບັນທຶກເປັນຫຼັກຖານ ຖ້າເຊື່ອຕາມຄຳສົມມຸດວ່າ ພຣະຣາຊກຸມມານສະເດັດໜີອອກໄປ ພຣະນວດ ພຣະຣາຊບິດາຊົງຮູ້ ກໍ່ໜ້າຈະສົ່ງຄົນໄປຕິດຕາມອ້ອນວອນໃຫ້ກັບພຣະນະຄອນ ແຕ່ກໍ່ບໍ່ປະກົດວ່າມີການ ກະທຳເຊ່ັນນັ້ນເລີຍ.
ຢ່າງໃດກໍ່ຕາມ ປະເດັນສຳລັບປະນີປະນອມໃນທີ່ນີ້ໜ້າຈະເປັນວ່າ ພຣະສິດທັດຖະຣາຊກຸມມານສະເດັດໜີ ໃນເວລາກາງຄືນ ພຣະຣາຊບິດາມາຮູ້ເລື່ອງລາວໃນເວລາຕອນເຊົ້າ ເມື່ອນາຍສັນນະກັບມາກາບທູນວ່າ ພຣະກຸມ ມານໄດ້ປົງຜົມແຖໜວດອະທິດຖານເພດເປັນບັນພຣະຊິດແລ້ວ ພຣະຣາຊບິດາຈຶ່ງມີຄວາມໂສກເສົ້າໃຈ ແຕ່ບໍ່ອາດ ສົ່ງຄົນໄປຕາມກັບວັງໄດ້ເພາະພຣະຣາຊກຸມມານຕັດພຣະເມົາລີເສຍແລ້ວ ສົມເດັດພຣະມະຫາສັມມະນະເຈົ້າ ຊົງ ປະທານການວິໄສໄວ້ວ່າ ”ບາງທີການຕັດພຣະເມົາລີນັ້ນເອງເປັນເຫດໃຫ້ພຣະຣາຊບິດາ ແລະພຣະຍາດວົງເຊື້ອ ສິ້ນຫວັງໃນພຣະອົງ ເພາະໄດ້ຍິນວ່າ ຄົນໃນຄັ້ງນັ້ນຖືການຕັດຜົມວ່າເປັນຈັນໄລ ຄົນຜູ້ຕັດຫຼືແຖຜົມແລ້ວເປັນທີ່ດູ ໝິ່ນຂອງຄົນທັງຫຼາຍ”.

ບຳເພັງພຽນ
ພາຍຫຼັງການບັນພະຊາ ພຣະສິດທັດຖະໄດ້ສະເດັດດຳເນີນເຖີງແຄວ້ນມະຄົດ ແລ້ວສະໝັກເປັນສິດຂອງຄະ ນາຈານໃຫຍ່ 2 ທ່ານຄື: ອາຣານດາບົດ ແລະອຸທະກະດາບົດ ຝຶກປະຕິບັດກັມມັດຖານຫຼືໂຍຄະໃນສຳນັກຂອງອາ ຈານທ່ານໜຶ່ງຈົນໄດ້ຮູບຍານ 4 ແລະອະຮູບຍານ 3 ຄືໄດ້ຂັ້ນອາກິນຈັນຍາຍະຕະນະ ແລະໄດ້ຮູບຍານທີ 4 ຄື: ເນວະ ສັນຍານນາສັນຍາຍະຕະນະ ຊື້ງເປັນຊັ້ນທີ່ຈົບຫຼັກສູດໝົດພູມຄວາມຮູ້ຂອງອາຈານ ເຖີງອາຈານທັງສອງຈະເຊີນໃຫ້ ຢູ່ໃນສຳນັກຕໍ່ໄປດ້ວຍຕຳແໜ່ງຖານະເທົ່າທຽມອາຈານ ພຣະສິດທັດຖະກໍ່ບໍ່ຊົງປາດຖະໜາ ຊົງອຳລາຈາກສຳນັກ ໄປເພາະພິຈາຣະນາເຫັນວ່າລຳພັງຍານສະມາບັດທີ່ໄດ້ມາຍັງບໍ່ແມ່ນສັມມາສັມໂພທິຍານ.
ໜັງສືພຸດທະປະຫວັດພາສາລາວ ສ່ວນຫຼາຍນິຍົມກ່າວເຖີງເຫດການຕອນນີ້ໄວ້ວ່າ ພຣະໂພທິສັດໄດ້ທົດລອງ ປະຕິບັດໃນລັດທັງສອງນັ້ນແລ້ວ ຊົງເວົ້າວ່າ ທາງປະຕິບັດນີ້ບໍ່ແມ່ນຫົນທາງພຣະໂພທິຍານ 20 ການບັນທຶກແບບນີ້ ເທົ່າກັບສະແດງວ່າ ການບຳເພັນສະມາທິເຖີງຂັ້ນອະຮູບຍານ 4 ບໍ່ໄດ້ເປັນປະໂຫຍດເກື້ອກູນແກ່ການບັນລຸພຣະນິບ ພານ ມີແຕ່ຈະອອກນອກທາງທຳໃຫ້ເສຍເວລາ ບໍ່ຕ່າງຈາກການບຳເພັນທຸກກິຣິຍາໃນອັນດັບຖັດໄປ.
ເມື່ອວິເຄາະເບິ່ງແລ້ວຈະເຫັນວ່າ ການປະຕິບັດສະມາທິຈົນໄດ້ອະຮູບຍານ 4 ບໍ່ຖືວ່າອອກນອກທາງນິບ ພານແຕ່ຢ່າງໃດ ແຕ່ຄວາມຈິງນັ້ນການໄດ້ຍານສະມາບັດເປັນການຢູ່ເຄິ່ງນິບພານ ເພາະໄດ້ພຽງສິກຂາ 2 ຂໍ້ຄື: ສິນ ກັບສະມາທິ ແຕ່ຍັງຂາດປັນຍາ ສິ່ງທີ່ອາລານດາບົດ ແລະອຸດທະກະດາບົດສອນສາວົກຄື: ສິ່ງທີ່ເອີ້ນວ່າ ໂຍຄະ ເຊີ່ງ ເປັນວິທີຈະເລີນສະມາທິພາວະນານັ້ນເອງ ຜົນຂອງໂຍຄະ ເທົ່າກັບຫຼືເປັນອັນດຽວກັນກັບຜົນຂອງສະມະຖະກັມມັດ ຖານໃນພຣະພຸດທະສາດສະໜາ ອັນນີ້ເປັນການຍືນຍັນວ່າ ສະມະຖະກັມມັດຖານມີຢູ່ແລ້ວໃນສາດສະໜາອື່ນ ສະໄໝພຣະພຸດທະເຈົ້າ ມີແຕ່ສະມະຖະກັມມັດຖານຢ່າງດຽວບໍ່ທຳໃຫ້ເຖີງພຣະນິບພານ ພຣະພຸດທະອົງຊົງໃຊ້ສະມາ ທິທີ່ໄດ້ຈາກການປະຕິບັດສະມະຖະກັມມັດຖານມາເປັນບາດແຫ່ງການຈະເລີນວິປັດສະນາກັມມັດຖານ ຈຶ່ງໄດ້ປັນ ຍາການຕັດສະຣູ້ ດັ່ງນັ້ນວິປັດສະນາກັມມັດຖານຈຶ່ງເປັນຄຳສອນພິເສດທີ່ມີສະເພາະໃນພຣະພຸດທະສາດສະໜາເທົ້ານັ້ນ.
ແຕ່ເນື່ອງຈາກພຣະອົງບໍ່ໄດ້ປະຕິບັດວິປັດສະນາກັມມັດຖານ ຕໍ່ຈາກການໄດ້ອະຮູບຍານໃນສຳນັກຂອງອຸດ
ທະກະດາບົດ ພຣະອົງຈຶ່ງບໍ່ໄດ້ຕັດສະຣູ້ ຊົງພິຈາລະນາເຫັນວ່າອະຮູບຍານນີ້ ”ບໍ່ເປັນໄປເພື່ອເບື່ອໜ່າຍ ເພື່ອຄາຍ ກຳນັດ ເພື່ອສະຫງົບ ເພື່ອຄວາຍຮູ້ຍິ່ງ ເພື່ອຕັດສະຣູ້ ເພື່ອນິບພານ ແຕ່ເປັນໄປພຽງເພື່ອໃຫ້ອຸບັດໃນແນວສັນຍານາ ສັນຍາຍະເທົ່ານັ້ນ” ພຣະອົງຊົງຍຸດການບຳເພັນພຽນທາງໃຈພາພຣະອົງມາເຄີ່ງທາງນິບພານ ຊົງຫັນໄປບຳເພັນ ພຽນທາງກາຍເຊີ່ງພາອອກນອກທາງນິບພານ ການບຳເພັນພຽນທາງກາຍນັ້ນມີຊື່ເອີ້ນວ່າທຸກກິຣິຍາ.
ເມື່ອສະເດັດອອກຈາກສຳນັກຂອງດາບົດທັງສອງແລ້ວ ພຣະສິດທັດຖະໄດ້ສະເດັດໄປຍັງເຂດອຸຣຸເວລາເສ ນານິຄົມ ບຳເພັນທຸກກິຣິຍາຫຼື ການທໍຣະມານຕົນໃນທີ່ນັ້ນ ການບຳເພັນທຸກກິຣິຍານີ້ແບ່ງອອກເປັນ 3 ໄລຍະຄື:
ໄລຍະທີ 1 ຊົງກົດພຣະທົນດ້ວຍພຣະທົນ ກົດພຣະຕາລຸ(ເພດານ)ດ້ວຍພຣະຊິວຫາໄວ້ໃຫ້ແໜ້ນຈົນພຣະເສ ໂທ (ເຫງື່ອ) ໄຫຼອອກຈາກພຣະກັດສະ(ຂີ້ແຮ້) ສະເດັດແລ້ວຊົງທົດລອງທຳວິທີທີສອງ.
ໄລຍະທີ 2 ຊົງຜ່ອນກັ້ນລົມຫາຍໃຈເຂົ້າ-ອອກ ເມື່ອລົມເດີນບໍ່ສະດວກທາງຊ່ອງພຣະນາສິກ ແລະຊ່ອງພຣະ ໂອດ ກໍ່ເກີດສຽງດັງອູ້ທາງຊ່ອງພຣະກຣົນທັງສອງ ເຮັດໃຫ້ເຈັບພຣະສຽນຢ່າງແຮງ ມີອາການສຽດພຣະອຸທອນ ແລະ ຮ້ອນພຣະວໍຣະກາຍເປັນທີ່ສຸດ ເຖີງວ່າການຊົງທໍຣະມານກາຍພຽງນີ້ກໍ່ຍັງບໍ່ບັນລຸໂພທິຍານ ຈຶ່ງປ່ຽນເປັນວິທີທີ 3.
ໄລຍະທີ 3 ຊົງອົດພຣະກາຍາຫານ ໂດຍລຸດອາຫານລົງທ່ີລະນ້ອຍໆ ຈົນບໍ່ສັນພຣະກາຍຫານເລີຍ ພຣະວໍຣະກາຍຫ່ຽວແຫ້ງ ພຣະສະວີເສົ້າໝອງ ພຣະອັດຖິປາກົດທົ່ວພຣະວໍຣະກາຍ ເມື່ອຊົງລູບພຣະວໍຣະກາຍ ເສັ້ນແລະ ໂລມາກໍ່ຫຼຸດຕິດພຣະຫັດ ພຣະກຳລັງລຸດນ້ອຍຖອຍລົງ ເມື່ອສະເດັດຍ່າງໄປທາງໃດກໍ່ຊວນລົ້ມລົງສະຫຼົບ ພໍຟື້ນຄືນ ສະຕິຂຶ້ນມາຊົງດຳຣິວ່າ ການທໍຣະມານຕົນຢ່າງນີ້ ກໍ່ທຳໄດ້ພຽງນີ້ ເຮົາທຳໜົດແລ້ວແຕ່ຍັງບໍ່ຕັດສະຣູ້ ການບຳເພັນ ທຸກກິຣິຍາຈຶ່ງບໍ່ໄດ້ຜົນ ໄດ້ຕັດສິນພຣະທັຍເລິກບຳເພັນທຸກກິຣິຍາ ສັນພຣະກາຍາຫານຕາມເຄີຍ ແລະຊົງຫັນກັບມາ ບຳເພັນພຽນທາງໃຈອີກ.
ເມື່ອພຣະສິດທັດຖະຣາຊກຸມມານອອກພຣະນວດ ພາມໂກນດັນຍະຜູ້ເຄີຍທຳນາຍລັກສະນະພຣະກຸມມານ ໃນວັນຂະນານພຣະນາມວ່າ ພຣະກຸມມານຈະຕ້ອງອອກບວດ ແລະຕັດສະຣູ້ເປັນພຣະພຸດທະເຈົ້າໄດ້ຊັກຊວນບຸດ ຂອງເພື່ອນ 4 ຄົນອອກພຣະນວດຕາມສະເດັດເພາະເຊື່ອໝັ້ນວ່າ ພຣະສິດທັດຖະຣາຊກຸມມານຈະຕ້ອງຕັດສະຣູ້ ເປັນພຣະອໍຣະຫັນສັມມາສັມພຸດທະເຈົ້າ ນັກບວດທັງຫ້າທີ່ມີໂກນດັນຍະ ເປັນຫົວໜ້າມີຊື່ເອີ້ນວ່າ ປັນຈະວັກຄີ ພວກ ປັນຈະວັກຄີນີ້ໄດ້ອະທິດຖານຮັບໃຊ້ພຣະໂພທິສັດຂະນະທີ່ຊົງບຳເພັນທຸກກິຣິຍາ ຈຶ່ງສາມາດເປັນພຣະຍານໄດ້ວ່າ ພຣະສິດທັດຖະທໍຣະມານພຣະອົງຫຼາຍນ້ອຍພຽງໃດ ຄັນເຫັນວ່າ ພຣະສິດທັດຖະຍຸດບຳເພັນທຸກກິຣິຍາ ຫັນກັບມາ ສັນພຣະກາຍາຫານອີກ ພຣະປັນຈະວັກຄີໄດ້ຕຳນິ ພຣະສິດທັດຖະວ່າ ລົ້ມເຫຼວແລະກາຍເປັນຄົນມັກຫຼາຍ ຕ່າງຮູ້ ສຶກຜິດຫວັງຈຶ່ງພາກັນລະຖີ້ມພຣະສິດທັດຖະຣາຊກຸມມານໜີໄປຢູ່ທີ່ ປ່າອິສິບທາຍວັນ ເມືອງພາຣານະສີ.
ການຈາກໄປຂອງພຣະປັນຈະວັກຄີນັບເປັນສິ່ງທີ່ດີ ເພາະຈະໄດ້ບໍ່ມີໃຜລົບກວນສະມາທິຂອງພຣະສິດທັດຖະ ພຣະອົງຈຶ່ງສາມາດບຳເພັນພຽນທາງໃຈໄດ້ເຕັມທີ່ ແລະການບຳເພັນພຽນຄັ້ງນີ້ເຮັດໃຫ້ພຣະອົງໄດ້ຕັດສະຣູ້.

ຕັດສະຮູ້
ໃນເວລາເຂົ້າຂອງວັນເພັງເດືອນ 6 ພຣະສິດທັດຖະປະທັບນັ່ງຢູ່ກ້ອງຕົ້ນໄຮ ນາງສຸຊາດານຳຖາດອາຫານ ມາເພື່ອແກ້ບົນຣຸກຂະເທວະດາປະຈຳຕົ້ນໄຮ ພໍ້ພຣະສິດທັດຖະກໍ່ເຂົ້າໃຈວ່າເປັນເທວະດານັ່ງລໍຖ້າອາຫານ ຈຶ່ງນຳ ເຂົ້າມາທຸປາຍາດໄປຖວາຍທັງຖາດ ພຣະສິດທັດຖະຮັບຂອງຖວາຍແລ້ວຖືຖາດໄປຍັງແຄມຝັ່ງແມ່ນ້ຳເນຣັນຊະລາ ອະທິດຖານພຣະວໍຣະກາຍແລ້ວຂຶ້ນມາປະທັບນັ່ງສັນເຂົ້າມະທຸປະຍາດຈຳນວນ 49 ປັ້ນຈົນໝົດ ຈາກນັ້ນກໍ່ສະເດັດ
ໄປປະທັບໃນດົງໄມ້ສາລະ ຈົນເຖີງເວລາບ່າຍຈຶ່ງສະເດັດໄປທີ່ຕົ້ນມະຫາໂພດ ຊົງປູລາດຫຍ້າຄາ 8 ກຳທີ່ໂສດຖິຍະ ພາມຖວາຍໃນລະຫວ່າງທາງລົງກ້ອງຕົ້ນມະຫາໂພດ ປະທັບນັ່ງຂັດສະມາທິ ປິ່ນພຣະພັກໄປທາງທິດຕາເວັນອອກ ຫັນຫຼັງເຂົ້າຫາຕົ້ນມະຫາໂພດ ຊົງອະທິດຖານວ່າ ” ເຖີງເນື້ອແລະເລືອດຈະເຫືອດແຫ້ງໄປ ເຮົາຍັງບໍ່ບັນລຸສັມມາ ສັມໂພທິຍານ ເຮົາຈະບໍ່ລຸກອອກຈາກທີ່ນີ້ເປັນອັນຂາດ”.
ຈາກນັ້ນ ຊົງຈະເລີນສະມາທິພາວະນາຈົນຈິດເປັນສະມາທິໄດ້ຍານທີ 4 ແລ້ວບຳເພັນພາວະນາຕໍ່ໄປຈົນໄດ້ ຍານ 3 ຄື ໃນຍາມທີໜຶ່ງຂອງຄືນນັ້ນຊົງໄດ້ປຸບເພນິວາສະນຸດຕິຍານ ຄື ລະນຶກຊາດປາງກ່ອນຂອງພຣະອົງເອງໄດ້ ໃນຍາມທີ 2 ຊົງໄດ້ຈຸຕູບປາຕະຍານ ຄືມີຕາທິບ ສາມາດເຫັນການຈຸຕິ ແລະອຸບັດຂອງວິນຍານທັງຫຼາຍ ແລະໃນຍາມ ສຸດທ້າຍຊົງໄດ້ອາສະວັກຍະຍານ ຄື ຕັດສະຣູ້ອະຣິຍະສັດ 4 ວ່າອັນໃດຄື ທຸກ ສະມຸທັຍ ນິໂຣດ ມັກຄະ ຄວາມຮູ້ນີ້ ເຮັດໃຫ້ກິເລດໝົດສິ້ນໄປຈາກຈິດໃຈ ພຣະອົງຕັດສະຣູ້ເປັນພຣະສັມມາສັມພຸດທະເຈົ້າໃນເວລາທີ່ແສງເງິນແສງທອງ ເລີ່ມຈັບຂອບຟ້າ ລວມໄລຍະເວລາທີ່ບຳເພັນພຽນຕັ້ງແຕ່ອອກພຣະນວດຈົນຕັດສະຣູ້ໄດ້ 6 ປີ ຂະນະທີ່ຕັດສະຣູ້ພຣະ ອົງເອງມີພຣະຊົນອາຍຸ 35 ພັນສາ.

ສະເຫວີຍພຣະບໍຣົມມະສຸກ
ເມ່ືອຕັດສະຣູ້ແລ້ວ ພຣະພຸດທະເຈົ້າສະເດັດປະທັບສະເຫວີຍສຸກຢູ່ກ້ອງຕົ້ນມະຫາໂພດ ແລະບໍຣິເວນຂ້າງ ຄຽງເປັນເວລາ 7 ອາທິດຄື:
- ອາທິດທີ 1 ປະທັບນັ່ງກ້ອງຕົ້ນມະຫາໂພດຕໍ່ໄປອີກ 7 ວັນຊົງໃຊ້ເວລາທົບທວນບາດ ທີ່ພຣະອົງເພີ່ງຕັດສະຣູ້.
- ອາທິດທີ 2 ສະເດັດອອກຈາກຕົ້ນມະຫາໂພດໄປທາງທິດຕາເວັນອອກສ່ຽງເໜືອ ປະທັບຍືນເພ່ງຕົ້ນມະຫາ ໂພດໂດຍບໍ່ໄດ້ຫຼັບຕາຕະຫຼອດ 7 ວັນ ສະຖານທີ່ນັ້ນມີຊື່ໃນສະໄໝຕໍ່ມາວ່າ ອະນິມິດເຈດີ.
- ອາທິດທີ 3 ສະເດັດກັບມາປະທັບຢູ່ໃນທີ່ກິ່ງກາງລະຫວ່າງອະນິມິດເຈດີ ແລະຕົ້ນມະຫາໂພດ ຊົງຍ່າງຈົມ ກົມຢູ່ທີ່ນັ້ນຕະຫຼອດ 7 ວັນ ທີ່ຈົມກົມນັ້ນມີຊື່ເອີ້ນວ່າ ”ຣັດຕະນະຈົມກົມເຈດີ”.
- ອາທິດທີ 4 ສະເດັດອອກໄປທາງທິດຕາເວັນຕົກສ່ຽງເໜືອຂອງຕົ້ນມະຫາໂພດ ປະທັບນັ່ງຂັດສະມາທິພິຈາ ຣະນາອະພິທັມປິດົກຕະຫຼອດ 7 ວັນ ສະຖານທີ່ນັ້ນມີຊື່ເອີ້ນຕໍ່ມາວ່າ ”ຣັດຕະນະຄອນເຈດີ”.
- ອາທິດທີ 5 ສະເດັດໄປທາງທິດຕາເວັນອອກຂອງຕົ້ນມະຫາໂພດ ປະທັບຢູ່ກ້ອງຕົ້ນໄຮເຊີ່ງເປັນທີພັກຂອງຄົນລ້ຽງແກະອັນໄດ້ຊື່ວ່າ ອະຊະປາລະນິໂຄດ ຊົງສະເຫວີຍສຸກຕະຫຼອດ 7 ວັນ.
- ອາທິດທີ 6 ສະເດັດໄປທາງທິດຕາເວັນອອກສ່ຽງໃຕ້ຂອງມະຫາໂພດ ປະທັບນັ່ງຢູ່ທ່ີນັ້ນ ແລະສະເຫວີຍສຸກຕໍ່ໄປອີກ 7 ວັນ.
- ອາທິດທີ 7 ສະເດັດໄປຍັງຕົ້ນເກດຫຼືອະຣາຊາຍະຕະນະເຊິ່ງຢູ່ທາງທິດໃຕ້ຂອງຕົ້ນມະຫາໂພດ ຊົງສະເຫວີຍ ສຸກຢູ່ທີ່ນັ້ນເປັນອາທິດສຸດທ້າຍ ໃນອາທິດນີ້ມີພໍ່ຄ້າ 2 ພີ່ນ້ອງຊື່ວ່າ: ຕະປຸດສະແລະພັນລິກະເດີນທາງຜ່ານມາພໍ້ຈຶ່ງນຳສະບຽງອາຫານເຂົ້າໄປຖວາຍແລ້ວ ປະກາດຕົນເປັນອຸບາສົກຄົນແລກທີ່ເຂົ້າເຖີງພຣະຣັດຕະນະສອງຄື: ພຣະ ພຸດແລະພຣະທັມເປັນສະຣະນະ.
ຄັນສະເຫວີຍສຸກຄົບ 7 ອາທິດແລ້ວ ພຣະອົງກໍ່ສະເດັດກັບມາປະທັບທີ່ຕົ້ນໄມ້ໄຮ ຊົງພິຈາຣະນາວ່າທັມມະ ທີ່ພຣະອົງຕັດສະຣູ້ເປັນຂອງລຶກຊຶ້ງຍາກທີ່ຜູ້ອື່ນຈະຮູ້ຕາມ ຄິດທໍ້ໃຈໃນອັນທີ່ຈະປະກາດທັມ ແຕ່ອາໄສທີ່ຊົງມີພຣະ ກະຣຸນາໃນໝູ່ສັດປະກອບກັບພິຈາຣະນາຮູ້ແທ້ເຖີງຄວາມແຕກຕ່າງລະຫວ່າງບຸກຄົນ 4 ປະເພດ ອັນປຽບໄດ້ກັບບົວ 4 ເຫຼົ່າຄື:
1. ອຸກຄະຖິຕັນຍູ ຜູ້ມີປັນຍາດີ ແລະມີກິເລດນ້ອຍ ສາມາດເຂົ້າໃຈແຈ້ງ ພຽງແຕ່ໄດ້ຍິນຫົວຂໍ້ທັມທີ່ຍົກຂຶ້ນສະແດງ ເໝືອນກັບດອກບົວທີ່ພົ້ນນ້ຳພໍຕ້ອງແສງອາທິດກໍ່ບານທັນທີ.
2. ວິປະຈິຕັນຍູ ຜູ້ມີປັນຍາປານກາງ ແລະມີກິເລດປານກາງ ສາມາດເຂົ້າໃຈທັມໄດ້ ຖ້າມີການອະທິບາຍ ຄວາມໃຫ້ກໍ່ເຂົ້າໃຈອອກໄປກ້ວາງແດ່ ບຸກຄົນປະເພດນີ້ເໝືອນກັບດອກບົວທີ່ຢູ່ນ້ຳພ້ອມຈະບານໃນວັນພຸ່ງຂຶ້ນ.
3. ເນຍຍະ ຜູ້ມີປັນຍານ້ອຍ ແຕ່ມີກິເລດໜາ ສາມາດເຂົ້າໃຈທັມໄດ້ກໍ່ຕໍ່ເມື່ອມີການພຳ່ສອນຍ້ຳແລ້ວຍ້ຳອີກ ເໝືອນຕົ້ນບົວທີ່ຢູ່ໃຕ້ນ້ຳ ລໍໂອກາດບານໃນວັນຕໍ່ໆໄປ.
4. ປະທະປະຣະມະ ບຸກຄົນໄຮ້ປັນຍາ ຮຽນຫົວຂໍ້ທັມໄດ້ແນ່ແຕ່ອາດຈະບໍ່ເຂົ້າໃຈຄວາມໝາຍບາງຄຳ ປຽບໄດ້ ກັບດອກບົວທີ່ກຳລັງຈະຂຶ້ນໃໝ່ ຍັງຢູ່ໃນພຶ້ນຕົມ ມັກຈະຕົກເປັນອາຫານປາແລະເຕົ່າ.
ໃນຈະພວກບຸກຄົນ 4 ປະເພດນີ້ ສາມປະເພດຂ້າງຕົ້ນຍັງເປັນຜູ້ທິ່ພຣະອົງພໍຈະສອນໃຫ້ຕັດສະຣູ້ຕາມໄດ້ ຊົງພິຈາຣະນາເຫັນດັ່ງນີ້ແລ້ວຈຶ່ງຕັດສິນພຣະທັຍສະແດງທັມ.

ປະຖົມມະເທສະໜາ:
ເມື່ອໄດ້ຕົກລົງພຣະທັຍວ່າຈະປະກາດສາດສະໜາແລ້ວ ຊົງນຶກເຖີງບຸກຄົນທີ່ສົມຄວນຈະສະແດງທັມຊຶ້ງ ຈະຕ້ອງເປັນປະເພດດອກບົວພົ້ນນ້ຳ ຊົງນຶກເຖີງອາລານດາບົດ ແລະອຸດທະກະບົດ ແຕ່ຮູ້ວ່າທ່ານທັງສອງສິ້ນຊີບ ແລ້ວ ຈຶ່ງຕັດສິນພຣະທັຍໂປດປັນຈະວັກຄີ ແລ້ວສະເດັດໄປປ່າອິສິບທາຍວັນ ເຖີງທີ່ນັ້ນໃນເວລາທ່ຽງຂອງວັນຂຶ້ນ 14 ຄຳ່ເດືອນ 8 ເມື່ອຕອນທຳອິດພໍ້ພຣະພຸດທະອົງ ພວກປັນຈະວັກຄີສະແດງອາການບໍ່ເຄົາລົບເຊື່ອຟັງພຣະສາດສະດາ ເມື່ອພຣະອົງຕັກເຕືອນແລ້ວຈຶ່ງຕັ້ງໃຈຟັງທັມມະເທສະໜາກັນທຳອິດທີ່ພຣະພຸດທະເຈົ້າຊົງສະແດງ ໃນວັນຮຸ່ງຂຶ້ນມີ ຊື່ວ່າ ທັມມະຈັກກັບປະວັດຕະນະສູດ ພຣະສູດນີ້ເປັນພຣະທັມມະເທສະໜາກັນທຳອິດຈຶ່ງມີຄວາມໝາຍຫຼາຍ ເພາະຖ້າຫາກບໍ່ມີໃຜສາມາດເຂົ້າໃຈໄດ້ກໍ່ຈະເຮັດໃຫ້ພຣະອົງທໍ້ພຣະທັຍໄປວ່າ ພຣະທັມມະນັ້ນລຶກຊຶ້ງເກີນກ່ວາຄົນ ທົ່ວໄປຈະຫຍັ່ງເຖີງ ສະນັ້ນເມື່ອທ່ານໂກນດັນຍະໄດ້ດວງຕາເຫັນທັມສຳເລັດ ເປັນພຣະໂສດາບັນໃນເວລາຈົບການ ເທສະໜາ ພຣະພຸດທະອົງຈຶ່ງເປັ່ງອຸທານວ່າ ”ອັນຍາສິ ວະຕະໂພ ໂກນດັນໂຍ” (ທ່ານຜູ້ຈະເລີນ!ໂກນດັນຍະໄດ້ຮູ້ ແລ້ວໜໍ) ເພາະອຸທານນີ້ທ່ານໂກນດັນຍະຈຶ່ງມີຊື່ເພີ້ມຂຶ້ນວ່າ ”ອັນຍາໂກນດັນຍະ” ທ່ານໄດ້ກາບທູນຂໍບັນພະຊາອຸປະ ສົມບົດໃນວັນນັ້ນເອງ ພຣະອົງຊົງບວດໃຫ້ດ້ວຍ ເອຫິພິກຂຸອຸປະສັມປະທາ ໂດຍເປັ່ງພຣະວາຈາວ່າ ”ທ່ານຈົ່ງມາເປັນ ພິກຂຸເຖິດ(ເອຫິພິກຂຸ) ທັມອັນເຮົາກ່າວແລ້ວນີ້ ທ່ານຈົ່ງປະພຶດພົມມະຈັນເພື່ອທຳທີ່ສຸດໂດຍຊອບເຖິດ” ທ່ານອັນຍາ ໂກນດັນຍະສຳເລັດເປັນພິກຂຸດ້ວຍພຣະວາຈານີ້ ທ່ານເປັນພຣະສົງອົງທຳອິດໃນພຣະພຸດທະສາດສະໜາ.
ອີກ4 ວັນຕໍ່ມາປັນຈະວັກຄີທີ່ເຫຼືອໄດ້ບັນພຣະຊາອຸປະສົມບົດທັງໝົດໃນວັນແຮມ 5 ຄຳ່ ເດືອນ 9 ພຣະອົງຊົງ ສະແດງອະນັດຕະລັກຂະນະສູດ ໂປດພຣະປັນຈະວັກຄີ ຈົນທັງ 5 ທ່ານໄດ້ສຳເລັດເປັນພຣະອໍຣະຫັນ ນັບວ່າມີພຣະ ອໍຣະຫັນເກີດຂຶ້ນໃນໂລກ 6 ອົງ ລວມທັງພຣະພຸດທະເຈົ້າ.

ພຸດທະກິດ 45 ພັນສາ:
ຕໍ່ຈາກນັ້ນພຣະພຸດທະເຈົ້າຊົງປະກາດພຣະສາດສະໜາ ໂດຍບໍ່ມີການຍຸດພັກ ເປັນເວລາ 45 ພັນສາ ພຸດ ທະກິດທີ່ພຣະອົງບຳເພັນຕະຫຼອດເວລານີ້ມາມາກມາຍ ພໍຈະສະຫຣຸບໄດ້ຕາມລຳດັບພັນສາດັ່ງນີ້.
ພັນສາທີ 1 ພຣະພຸດທະອົງຊົງສະເດັດຈຳພັນສາທີ່ປ່າອິສິບທາຍວັນພ້ອມພຣະປັນຈະວັກຄີ ຂະນະປະທັບຢູ່ ໃນທີ່ນັ້ນໄດ້ສະແດງທັມມະໂປດຍະສະກຸນຣະບຸດ ແລະໃຫ້ອຸປະສົມບົດດ້ວຍເອຫິພິກຂຸອຸປະສັມປະທາ ແກ່ຍະສະ ແລະສະຫາຍອີກ 4 ຄົນ ທຸກຄົນໄດ້ຟັງທັມສຳເລັດເປັນພຣະອໍຣະຫັນ ສ່ວນບິດາມານດາ ແລະອະດິດພັນຣະຍາ ຂອງພຣະຍະສະ ໄດ້ປະກາດຕົນເປັນອຸບາສົກອຸບາສິກາ ຜູ້ເຖີງຣັດຕະນະຕັຍເປັນສະຣະນະ ນັບເປັນອຸບາສົກອຸບາສິ ກາຄົນທຳອິດ ທີ່ເຖີງພຣະຣັດຕະນະຕັຍເປັນສະຣະນະ ໃນຂະນະນັ້ນມີພຣະອໍຣະຫັນໃນໂລກ 11 ອົງ ມີພຸດທະບໍຣິ ສັດ 3 ຄື ພິກຂຸ ອຸບາສົກ ອຸບາສິກາ.
ໃນພັນສານັ້ນເອງສະຫາຍອື່ນໆ ຂອງພຣະຍະສະ 50 ຄົນ ເປັນຊາວຊົນນະບົດ ໄດ້ຮູ່ຂ່າວວ່າພຣະຍະສະບວດຈຶ່ງມາຂໍບັນພະຊາອຸປະສົມບົດ ໄດ້ຟັງທັມສຳເລັດເປັນພຣະອໍຣະຫັນທຸກທ່ານ ເຮັດໃຫ້ຈຳນວນພຣະອໍຣະຫັນ ໃນພັນສາທີ 1 ມີທັງໝົດລວມ 61 ອົງ.
ພໍພົ້ນລະດູຝົນປີນັ້ນ ພຣະສາດສະດາຊົງສົ່ງພຣະອໍຣະຫັນສາວົກ 60 ອົງ ໄປປະກາດພຣະສາດສະໜາ ດ້ວຍ ຄຳສັ່ງວ່າ ”ພິກຂຸທັງຫຼາຍ! ທ່ານທັງຫຼາຍຈົ່ງທ່ຽວເດີນໄປເພື່ອປະໂຫຍດເພື່ອຄວາມສຸກແກ່ຊົນເປັນອັນມາກ ເພື່ອຄວາມ ເອັນດູແກ່ໂລກ ເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກແກ່ເທວະດາ ແລະມະນຸດທັງຫຼາຍ ແຕ່ຍ່າໄປທາງດຽວກັນເຖີງສອງອົງ ພິກຂຸທັງຫຼາຍ! ພວກທ່ານຈົ່ງສະແດງທັມໃຫ້ງົດງາມໃນເບື້ອງຕົ້ນ ຕອນສຸດທ້າຍ ຈົ່ງປະກາດພົມມະຈັນ (ສາດສະໜາ) ພ້ອມທັງອຣຣຖ ແລະພະຍັນຊະນະໃຫ້ບໍຣິສຸດບໍຣິບູນຢ່າງສິ້ນເຊີງ ສັດທັງຫຼາຍທີ່ີມີທຸລີໃນດວງຕາພຽງເລັກນ້ອຍກໍ່ມີຢູ່ ສັດພວກນີ້ຍ່ອມເຊື່ອມຍ້ອນບໍ່ໄດ້ຟັງທັມ ຜູ້ຮູ້ທົ່ວເຖີງທັມຈັກມີເປັນແນ້ ແຕ່ເຮົາເອງກໍ່ຈະໄປຍັງເຂດອຸຣຸເວລາເສນານິຄົມເພື່ອສະແດງທັມ”
ຄັນພຣະສາວົກແຍກຍາຍກັນໄປປະກາດພຣະສາດສະໜາແລ້ວ ພຣະສາດສະດາສະເດັດພຽງລຳພັງໄປຍັງ ເຂດອຸຣຸເວລາເສນານິຄົມ ໃນລະຫວ່າງທາງຊົງສະແດງທັມໂປດຊາຍໜຸ່ມ 30 ຄົນຊື່ວ່າພວກພັດທະວັກຄີ ຈົນຊາຍ ໜຸ່ມທັງໝົດບັນລຸອໍຣະຫັນ ປະທານອຸປະສົມບົດແລ້ວສົ່ງໄປປະກາດພຣະສາດສະໜາ.
ຈາກນັ້ນສະເດັດຕໍ່ໄປຍັງເຂດອຸຣຸເວລາເສນານິຄົມ ໃຊ້ເວລາ 2 ເດືອນ ຈຶ່ງປາບທິດຖີຂອງຫົວໜ້າ ຊະຖິນ ຊື່ອຸຣຸເວນ ກັສສະປະ ພ້ອມທັງບໍຣິວານ 500 ຄົນ ແລ້ວໄດ້ສະແດງທັມສ່ັງສອນຊະຖິນນ້ອງຊາຍອີກ 2 ທ່ານ ຄື ນະທີກັສສະປະຜູ້ມີບໍຣິວານ 300 ຄົນ ແລະຄະຍາກັສສະປະ ຜູ້ມີບໍຣິວານ 200 ຄົນ ຊົງປະທານອຸປະສົມບົດແກ່ຊະຖິນທັງໝົດ ຊົງພາພິກຂຸຊະຖິນ 1.003 ຮູບໄປທີ່ເຂດ ຄະຍາສີສະ ສະແດງອະທິດຕະປະຣິຍາຍສູດໂປດຈົນໝົດທຸກຮູບສຳເລັດເປັນພຣະອໍຣະຫັນທັງໝົດ.
ຈາກເຂດຄະຍາສີສະ ພຣະພຸດທະອົງຊົງພາພຣະອໍຣະຫັນ 1.003 ອົງໄປກຸງລາຊະຄຶນະຄອນຫຼວງແຫ່ງ ແຄວ້ນມະຄົດ ປະທັບຢູ່ໃນດົງຕານຫຼື ລັດຖິວັນ ພຣະເຈົ້າພິມພິສານຊົງຮູ້ຂ່າວຈຶ່ງສະເດັດພ້ອມດ້ວຍຂ້າຣາຊບໍຣິພານ ຈຳນວນຫຼາຍໄປເຝົ້າພຣະສາດສະດາ ເນື່ອງຈາກປະຊາຊົນທີ່ໄປເຝົ້າສ່ວນຫຼາຍເຄີຍນັບຖືລັດຖິຊະຖິນມາກ່ອນ ພຣະ ພຸດທະອົງຈຶ່ງຮັບສັ່ງໃຫ້ພຣະອຸຣຸເວລະກັດສະປະສະ ແດງຄວາມບໍມີແກ່ນສານຂອງລັດຖິຊະຖິນໃຫ້ໃນທີ່ປະຊຸມຮູ້ ແລ້ວພຣະອົງຈຶ່ງຊົງສະແດງອະນຸປຸພພິກຖາ ພຣະເຈົ້າພິມພິສານ ແລະຂ້າຣາຊບໍຣິພານສ່ວນຫຼາຍໄດ້ດວງຕາເຫັນທັມ ສ່ວນຂ້າຣາຊບໍຣິພານທີ່ບໍ່ບັນລຸທັມວິເສດກໍ່ປະຕິຍານຕົນເປັນພຸດທະມາມະກະ.
ວັນຕໍ່ມາ ພຣະພຸດທະເຈົ້າພ້ອມດ້ວຍພຣະພິກຂຸສົງໄດ້ໄປສັນອາຫານໃນພຣະຣາຊວັງຕາມຄຳອາຣາທະນາ ຂອງພຣະເຈົ້າພິມພິສານ ໃນວັນນັ້ນພຣະເຈົ້າພິມພິສານຊົງຖວາຍພຣະຣາຊອຸທະຍານເວລຸວັນ(ສວນໄຜ່) ເປັນທີ່ຢູ່ ຂອງພຣະສົງ ວັດເວລຸວັນຈຶ່ງເປັນວັດແຫ່ງທຳອິດໃນພຣະພຸດທະສາດສະໜາ.
ຈາກເລື່ອງລາວທີ່ບັນຍາຍມານີ້ ພໍຈະຈັບປະເດັນສຳຄັນອັນເນື່ອງດ້ວຍວິທີປະກາດສາດສະໜາຂອງພຣະ ພຸດທະເຈົ້າ ໃນຂັ້ນຕົ້ນພຣະອົງມຸ້ງເອົາຊະນະເຈົ້າລັດທິຢ່າງຊະຖິນສາມພີ່ນ້ອງໃຫ້ໄດ້ກ່ອນ ຈາກນັ້ນຈຶ່ງສະແດງທັມ ໂປດພຣະເຈົ້າພິມພິສານຜູ້ເປັນກະສັດຄອງແຄວ້ນມະຄົດ ຊຶ່ງມີອຳນາດຍີ່ງໃຫຍ່ບໍ່ແພ້ແຄວ້ນໂກສົນ ສັດທາທີ່ພຣະ ອົງໄດ້ຮັບຈາກປະມຸກຂອງອານາຈັກເປັນຫຼັກປະກັນວ່າ ພຣະສາດສະໜາຈະແພ່ຫຼາຍໄປສູ່ປະຊາຊົນຊາວມະຄົດໄດ້ ໂດຍງ່າຍ ນີ້ຄືເຫດຜົນວ່າເປັນຫຍັງພຣະພຸດທະສາດສະໜາຈຶ່ງແພ່ຫຼາຍ ຈົນເອົາຊະນະສາດສະໜາພຣາມໃນສະ ໄໝນັ້ນໄດ້ ເມື່ອຜູ້ນຳຍອມຮັບນັບຖືພຣະພຸດທະສາດສະໜາ ປະຊາຊົນຍ່ອມດຳເນີນຮອຍຕາມ.
ຂະນະປະທັບຢູ່ທີ່ວັດເວລຸວັນມະຫາວິຫານນັ້ນ ມີກຸ່ມປະຣິພາຊົກມີຫົວໜ້າຊື່ວ່າ ອຸປະຕິດສະ ແລະໂກລິຕະ ໄດ້ມາເຝົ້າພຣະພຸດທະເຈົ້າ ອຸປະຕິດສະ ແລະໂກລິຕະເຄີຍໄດ້ຟັງທັມຈາກພຣະອັດສະຊິມາກ່ອນຈົນໄດ້ສຳເລັດເປັນ ພຣະໂສດາບັນ ພຣະພຸດທະເຈົ້າປະທານອຸປະສົມບົດແກ່ປະຣິພາຊົກທັງໝົດ ແລະໄດ້ສະແດງທັມແກ່ພຣະບວດ ໃໝ່ທັງໝົດຍົກເວັ້ນພຣະອຸປະສິດຕະ ກັບພຣະໂກລິຕະສຳເລັດເປັນພຣະອໍຣະຫັນ ຕໍ່ມາພຣະອຸປະຕິດສະໄດ້ຮັບຍົກ ຍ້ອງສັນລະເສີນເປັນ ພຣະອັກຄະຣະສາວົກເບື້ອງຂວາ ໄດ້ນາມໃໝ່ວ່າພຣະສາຣິບຸດ ສ່ວນພຣະໂກລິຕະໄດ້ນາມ ໃໝ່ວ່າ ພຣະໂມກຄັນລາ ໄດ້ຮັບຍົກຍ້ອງສັນລະເສີນເປັນພຣະອັກຄະຣະສາວົກເບື້ອງຊ້າຍ.
ເມື່ອພຣະພຸດທະເຈົ້າປະທັບຢູ່ທີ່ວັດເວລຸວັນໄດ້ມີມະຫາສັນນິບາດ ຄືການປະຊຸມໃຫຍ່ຂອງພຣະສາວົກເອີ້ນ ວ່າຈາຕຸຣົງຄະສັນນິບາດແປວ່າ ການປະຊຸມປະກອບດ້ວຍອົງ 4 ອຣຣຖກຖາທີຄະນະສູດໄດ້ສະແດງໄວ້ວ່າອົງ 4 ນັ້ນ ຄື:
1. ພຣະສາວົກໄດ້ມາປະຊຸມກັນໃນວັນມາຄະປຸນນະມີ ຄືວັນເພັງເດືອນມາຄະຫຼືເດືອນສາມ.
2. ພຣະສົງ 1.250 ອົງໄດ້ມາປະຊຸມໃນວັນນັ້ນໂດຍບໍ່ໄດ້ນັດໝາຍ.
3. ພຣະສົງເຫຼົ່ານັ້ນເປັນພຣະອໍຣະຫັນຜູ້ໄດ້ອະພິນຍານ 6
4. ພຣະສົງທັງໝົດລ້ວນເປັນພຣະເອຫິພິກຂຸ ຄື ໄດ້ຮັບອຸປະສົມບົດທີ່ພຣະສາດສະໜາປະທານເອງ ໃນໂອ ກາດທີ່ມີການປະຊຸມໃຫຍ່ນີ້ ພຣະພຸດທະອົງໄດ້ຊົງສະແດງໂອວາດປະຕິໂມກທີ່ເລົ່າມາທັງໝົດເປັນພຸດ ທະກິດໃນພັນສາທີ 1
ພັນສາທີ 2.3 ແລະ 4 ພຣະພຸດທະເຈົ້າສະເດັດປະທັບທີ່ວັດເວລຸວັນ ພຸດທະກິດສຳຄັນໃນຊ້ວງນີ້ຄືການສະ ເດັດຢ້ຽມຢາມກຸງກະບິນລະພັດໃນພັນສາທີ 2 ສະແດງພຣະທັມມະເທສະໜາໂປດພຣະເຈົ້າສຸດໂທທະນະຈົນໄດ້ບັນ ລຸອະນາຄະມິຜົນ ພຣະມະຫາປະຊາບໍດີໂຄຕະມີ ແລະພຣະນາງພິມພາໄດ້ບັນໂສດາປັດຕິຜົນ ໂປດໃຫ້ພຣະສາຣິບຸດ ບັນພະຊາພຣະຣາຫຸລກຸມມານເປັນສາມະເນນອົງທຳອິດໃນພຣະພຸດທະສາດສະໜາ ໃນໄລຍະນີ້ກະສັດ 6 ພຣະອົງ ຄື ພຣະພັດທິຍະ ພຣະອະນຸຣຸດທະ ພຣະອານົນ ພຣະພັກຄຸ ພຣະກິມພິລະ ແລະພຣະເທວະທັດ ໄດ້ອອກພຣະນວດ ພ້ອມກັບຊ້າງກັນລະບົກຊື່ອຸປາລີ.
ໃນໄລຍະເວລາທີ່ພຣະພຸດທະເຈົ້າປະທັບຢູ່ໃນວັດເວດສຸວັນນັ້ນມີເສດຖີຊາວກຸງສາວັດຖີແຄວ້ນໂກສົນ ມີຊື່ວ່າ ອະນາຖະປີນດິກະໄດ້ເດີນທາງມາກຸງຣາຊຄື ແລະໄດ້ສະດັບຮັບຟັງພຣະທັມມະເທສະໜາຈົນໄດ້ດວງຕາເຫັນທັມ ກາບທູນອາຣາດທະນາພຣະທະເຈົ້າໃຫ້ສະເດັດໄປປຣະທັບທີ່ກຸງສາວັດຖີ ຕົນເອງກໍ່ກັບໄປກ່ອນເພື່ອຕຽມຮັບສ້າງວັດ ລໍຮັບສະເດັດບໍລິຈາກຊັພ 54 ໂກດຊື້ທີ່ດີນຂອງພຣະເຈົ້າເຊຕກຸມານສ້າງພຣະເຊຕະວັນມະຫາວິຫານ ຖວາຍເປັນທີ່ ປະທັບຂອງພຣະພຸດທະອົງ ແລະພຣະພິກຂຸສົງທັງຫຼາຍ ພຣະພຸດທະອົງມັກປະທັບຈຳພັນສາຢູ່ທີ່ພຣະເຊຕຕະວັນ ມະຫາວິຫານນີ້ດົນທີ່ສຸດລວມໄດ້ 19 ພັນສາ.
ພັນສາທີ່ 5 ພຣະພຸດທະເຈົ້າສະເດັດປະທັບຈຳພັນສາທີ່ກູຖາຄານສາລາປ່າມະຫາວັນກຸງເວລາລີ ອັນເປັນ ເມືອງຫລວງຂອງແຄວ້ນວັຊຊີ ໃນຂະນະທີ່ປະທັບຢູ່ໃນທີ່ນັ້ນ ຊົງຮູ້ຂ່າວການບໍ່ສະບາຍໜັກຂອງພຣະພຸດທະບິດາ ຄື ພຣະເຈົ້າສຸດໂທທະນະ ຈຶ່ງຮີບສະເດັດພ້ອມພິກຂຸສົງ ໄປຍັງກຸງກະບິນລະພັດ ຊົງສະແດງພຣະທັມມະເທສະໜາ ໂປດພຣະພຸດທະບິດາຢູ່ 7 ວັນ ໃນວັນສຸດທ້າຍພຣະເຈົ້າສຸດໂທທະນະບັນລຸພຣະອໍຣະຫັນ ແລະນິບພານ ພາຍຫຼັງ ການຖວາຍພຣະເພີງພຣະບໍຣົມມະສົບ ພຣະນາງມະຫາປະຊາບໍດີທູນຂໍອຸປະສົມບົດເປັນພິກຂຸນີເຖີງສາມຄັ້ງ ກໍ່ໄດ້ ຮັບການປະຕິເສດຈາກພຣະພຸດທະເຈົ້າເຖີງສາມຄັ້ງ ເມື່ອພຣະສາດສະດາສະເດັດກັບກຸງເວສາລີ ພຣະນາງມະຫາ ປະຊາບໍດີໄດ້ພາເຈົ້າສາວສາກິຍານີເປັນຈຳນວນຫຼວງຫຼາຍຕາມສະເດັດໄປຂໍອຸປະສົມບົດອີກ ພຣະອານົນໄດ້ຊ່ວຍ ທູນຂໍໃຫ້ພຣະສາດສະດາອະນຸຍາດການອຸປະສົມບົດພຣະພິກຂຸນີ ໃນທີ່ສຸດພຣະພຸດທະເຈົ້າຊົງອະນຸຍາດໂດຍມີ ເງື່ອນໄຂວ່າ ພຣະນາງມະຫາປະຊາບໍດີຕ້ອງຍອມຮັບຄຸນທັມ 8 ປະການ ແລະພຣະນາງກໍ່ຍອມຍິນດີຮັບຄຸນທັມນັ້ນ ແລະໄດ້ອຸປະສົມບົດດ້ວຍການຍອມຮັບຄຸນທັມນັ້ນເອງ ນັບວ່າພຣະນາງມະຫາປະຊາບໍດີເປັນພຣະພິກຂຸນີຮູບແລກ ໃນພຣະພຸດທະສາດສະໜາ ໃນພັນສານີ້ຈຶ່ງມີພຸດທະບໍຣິສັດຄົບສີ່ ໃນພຣະພຸດທະສາດສະໜາ ຄື: ພິກຂຸ, ພິກຂຸນີ, ອຸບາສົກ, ອຸບາສິກາ. ເມື່ອມະຫາປະຊາບໍດີຜະນວດແລ້ວ ປະຊາຊົນແລະເສນາອຳມາດໄດ້ພ້ອມໃຈກັນອັງເຊີນພຣະ ເຈົ້າມະຫານາມ ໂອຣົດຂອງພຣະເຈົ້າອະມິໂຕທະນະເປັນກະສັດແຫ່ງກຸງກະບິນລະພັດ ສືບຕໍ່ຈາກພຣະເຈົ້າສຸດໂທທະນະ ຝ່າຍພຣະນາງພິມພາໄດ້ສະເດັດອອກຜະນວດເປັນພຣະພິກຂຸນີໃນໄລຍະນີ້.
ພັນສາທີ 6 ພຣະພຸດທະເຈົ້າສະເດັດຈຳພັນສາທີ່ມະກຸດບັນລະພົດ”ຊົງທໍຣະມານໝູ່ອະສູນ ເທບພະຍາດາ ແລະມະນຸດໃຫ້ເສຍການປະພຶດອັນຮ້າຍແລ້ວ ແລະໃຫ້ເລື່ອມໃສໃນພຣະພຸດທະສາດສະໜາ.
ພັນສາທີ 7 ພຣະພຸດທະເຈົ້າຊົງສະແດງຍມກປາຕິຫານທີ່ກຸງສາວັດຖີໃນວັນເພັງເດືອນ 8 ຈາກນັ້ນສະເດັດ ຂຶ້ນໄປປະທັບຈຳພັນສາຢູ່ເທິງສະຫວັນຊັ້ນດາວະດິງ ຊົງສະແດງອະພິທັມປິດົກທັງ 7 ຄັມພີແກ່ເທວະດາແລະພຣະ ພຸດທະມານດາຜູ້ສະເດັດມາຈາກສະຫວັນຊັ້ນດຸສິດ ເພື່ອສະດັບຮັບຟັງທັມມະເທສະໜາ ເມື່ອອອກພັນສາແລ້ວ ພຣະພຸດທະເຈົ້າກໍ່ສະເດັດລົງຈາກສະຫວັນຊັ້ນດາວະດິງມາຍັງໂລກມະນຸດທີ່ເມືອງສັງກັດສະ ໃນວັນທີ່ສະເດັດລົງມານັ້ນ ເອີ້ນວ່າ ວັນເທໂວໂຣຫະນະ.
ພັນສາທີ 8 ພຣະພຸດທະເຈົ້າສະເດັດປະທັບຈຳພັນສາທີ່ຜະເສກຣາມິຄະທາຍວັນ ປ່າໄມ້ສີສຽດ ເຂດນະ ຄອນສຸງສຸມານຄິຣະ ໃນແຄວ້ນພັກຄະ ເຊີ່ງໃນສະໄໝນັ້ນໂພທິຣາຊກຸມມານຜູ້ເປັນພຣະໂອຣົດຂອງພຣະເຈົ້າອຸເທນ ເປັນເຈົ້າຄອງນະຄອນ ພຣະພຸດທະເຈົ້າສະແດງໂພທິຣາຊກຸມມານສູດ ໃນພຣະສູດນີ້ພຣະພຸດທະເຈົ້າກ່າວປະຫວັດ ຂອງພຣະອົງເອງຕັ້ງແຕ່ອອກຜະນວດຈົນຈົບໃນການສະແດງປະຖົມມະເທສະໜາ.
ພັນສາທີ 9 ພຣະພຸດທະເຈົ້າຊົງຮັບອາຣາດທະນາຂອງໂຄສກເສດຖີໄປປະທັບຈຳພັນສາ ທ່ີວັດຊຶ້ງເສດຖີ ເປັນຜູ້ສ້າງຊື່ວ່າໂຄສິຕາຣາມທີ່ກຸງໂກສັມພີ ນະຄອນຫຼວງຂອງແຄວ້ນວັງສະ ອັນມີພຣະເຈົ້າອຸເທນເປັນກະສັດປົກ ຄອງຂະນະປະທັບຢູ່ທີ່ນັ້ນ ພຣະພຸດທະເຈົ້າສະແດງທັມໂປດພຣະນາງມາຄັນທິຍາ ແຕ່ພຣະອົງຕ້ອງພະເຊີນການ ກັ້ນແກ້ງຈາກພຣະນາງມາຄັນທິຍາ ຜູ້ຈ້າງຄົນຕາມຂ້າພຣະອົງ ນອກຈາກນັ້ນພຣະນາງມາຄັນທິຍາຍັງຈ້າງຄົນວາງເພີງໃສ່ສຳນັກຂອງພຣະນາງສາມາວະດີ ຈົນພຣະນາງສາມາວະດີຖືກໄຟລວກ ຈົນສິ້ນພະຊົນ ເພາະກັມອັນ ນັ້ນພຣະນາງຄັນທິຍາຖືກລົງໂທດປະຫານຊີວິດ.
ພັນສາທີ 10 ພຣະພິກຂຸຊາວເມືອງໂກສັມພີຜິດກັນຈົນແຕກແຍກກັນເປັນສອງກຸ່ມໃຫຍ່ຄື: ຝ່າຍພຣະວິນັຍ ທອນແລະພຣະທັມມະທອນ ພຣະພຸດທະເຈົ້າສັ່ງເຕືອນໃຫ້ສາມັກຄີປອງດອງກັນກໍ່ບໍ່ມີໃຜເຊື່ອຟັງ ຊົງເບື່ອໜ່າຍພຣະທັຍຈຶ່ງສະ ເດັດໄປອາໃສບ້ານປາຣິໄຣຍກະ ສະເດັດຈຳພັນສາທີ່ຄວງໄມ້ສາລະ ຊ້າງປະຣິໄຣຍກະມາອຸປັດຖາກ.
ພັນສາທີ 11 ສະເດັດໄປຈຳພັນສາຢູ່ໃກ້ບ້ານນາຣາຍພຣາມ.
ພັນສາທີ 12 ຊົງຈຳພັນສາຢູ່ປຸຈິມັນດະພຶກ ຄືຮົ່ມໄມ້ສະເດົາທີ່ນະເຣຣຸຍັກສິງຢູ່ ໃກ້ເມືອງເວຣັນຊາ ໃນພັນສາ ນີ້ຊົງບັນຍັດພຣະວິນັຍ ຕັ້ງສິກຂາບົດເປັນຂໍ້ປະຕິບັດສຳລັບພຣະພິກຂຸເປັນຄັ້ງແລກ.
ພັນສາທີ 13 ຊົງຈຳພັນສາທີ່ປາລິໄຣຍບັນລະພົດ.
ພັນສາທີ 14 ສະເດັດໄປຈຳພັນສາ ທີ່ພຣະເຊຕະວັນມະຫາວິຫານ ພຣະນະຄອນສາວັດຖີ.
ພັນສາທີ 15 ສະເດັດໄປຈຳພັນສາ ຢູ່ທ່ີ່ນິໂຄຣທາຣາມຮິມຝັ່ງແມ່ນຳ້ໂຣຫິນີ ໃນພັນສານີ້ພວກເຈົ້າສາກະຍະ ແຫ່ງກຸງກະບິນລະພັດຍົກທັບໄປຕີກອງທັບຂອງເຈົ້າໂກລິຍະແຫ່ງກຸງເທວະທະຫະ ເພື່ອລົບແຍ້ງຊິງກັມມະສິດ ເໜືອ ແມ່ນ້ຳໂຣຫິນີ ພຣະພຸດທະເຈົ້າສະເດັດໄປຫ້າມທັບໄດ້ສຳເລັດ.
ພັນສາທີ 16 ສະເດັດປະທັບຈຳພັນສາທີ່ເມືອງອາຣະວີ ທີ່ອັກຄະເສວະເຈດີ ເພື່ອໂປດອາຣະກະຍັກ ຂະນະປະທັບຢູ່ທີ່ນັ້ນ ໄດ້ສະແດງເທສະໜາຫຼາຍເລື່ອງເຊັ່ນ ອາຣະວະກະສູດ ນິກຂັນຕະສູດ ຫັດຖະສູດ ວັງຄີສູດ.
ພັນສາທີ 17,18 ແລະ 19 ສະເດັດປະທັບຈຳພັນສາທີ່ວັດເວລຸວັນ ກຸງຣາຊຄຶ ຂະນະປະທັບຢູ່ທີ່ນັ້ນໄດ້ສະແດງເທສະໜາເລື່ອງຫັດຖິສູດ ໂປດຫັດຖະກະຣາຊກຸມມານຊາວເມືອງອາຣະວີ ແລະໄດ້ສະແດງທັມໂປດທິດາຂອງ ຊ້າງຫູກຄົນໜຶ່ງໃນເມືອງອາຣະວີ.
ພັນສາທີ 20 ເຖີງ ພັນສາທີ 44 ພຣະພຸດທະເຈົ້າສະເດັດປະທັບຈຳພັນສາທີ່ເຊຕະວັນມະຫາວິຫານ ແລະບຸບພາຣາມສະລັບກັນ ກ່າວຄືຊົງຈຳພັນສາທີ່ເຊຕະວັນມະຫາວິຫານ ທີ່ອະນາຖະປິນດີກະເສດຖີສ້າງຖວາຍ 19 ພັນສາ ແລະທີ່ບຸບພາຣາມຊື່ງນາງວິສາຂາສ້າງຖວາຍ 6 ພັນສາ ລວມໄດ້ 25 ພັນສາ.
ໃນພັນສາທີ 20 ມີເຫດການສຳຄັນຄື ພຣະພຸດທະເຈົ້າໄດ້ແຕ່ງຕັ້ງພຣະອານົນໄວ້ໃນຕຳແໜ່ງພຣະອຸປະຖາກ ປະຈຳພຣະອົງ ແລະໄດ້ປາບໂຈນອົງຄຸຣິມານຈົນໝົດ ແລະອົງຄຸຣິມານກໍ່ໄດ້ຂໍອຸປະສົມບົດໃນພຣະພຸດທະສາດສະ ໜາແລະຕໍ່ມາກໍ່ບັນລຸອໍຣະຫັນ.
ໃນພັນສາທີ 35-36 ອະຊາດຊະຕຣູກຸມມານເຊື່ອຄຳຍຸຍົງຂອງພຣະເທວະທັດໄດ້ແຍ້ງຣາຊສົມບັດຈາກພຣະ ເຈົ້າພິມພິສານ ແລະປົງພຣະຊົນພຣະຣາຊບິດາໃນເວລາຕໍ່ມາ ຂຶ້ນຄອງຣາຊໃນແຄວ້ນມະຄົດ ໄດ້ລະດັບສາມັນ ພຣະພຸດທະເຈົ້າຊົງສະແດງໃນພັນທີ 37.
ໃນພັນສາທີ 44 ພຣະອັກຄະຣະສາວົກທັງສອງຄື: ພຣະສາຣີບຸດ ແລະພຣະໂມກຄັນລານິບພານ ໃນໄລຍະນີ້ ພຣະເຈົ້າວິທູດພະອຸປຣາຊ ແຫ່ງແຄວ້ນໂກສົນຄິດແຍ້ງຊີງຣາຊສົມບັດຈາກພຣະເຈົ້າປະເສນ ໂກສົນເປັນຜົນສຳເລັດ ຄັນໄດ້ຂຶ້ນສະເຫວີຍຣາຊແລ້ວ ພຣະເຈົ້າວິທູດຍົກກອງທັບໄປທຳລາຍລ້າງພວກເຈົ້າສາກະຍະແຫ່ງກຸງກະບິນລະພັດ ຈົນເກືອບຈະສິ້ນຣາຊວົງ ແລ້ວຍົກກອງທັບກັບມາພັກທີ່ຊາຍຫາດຮີມຝັ່ງແມ່ນ້ຳອະຈີວະຣະດີ ໃນເວລາກາງຄືນຖືກນ້ຳຖ້ວມສິ້ນພຣະຊົນ ແຄວ້ນໂກສົນຈຶ່ງຕົກຢູ່ພາຍໃຕ້ການປົກຄອງຂອງແຄວ້ນມະຄົດອັນມີພຣະເຈົ້າອະຊາດຊະຕຣູ ເປັນກະສັດ.

ນິບພານ
ໃນພັນສາທີ 45 ເປັນພັນສາສຸດທ້າຍຂອງພຣະພຸດທະເຈົ້າຜູ້ມີອາຍຸໃນຂະນະນັ້ນ 80 ພັນສາ ໃນພັນສານີ້ພຣະອົງໄດ້ສະເດັດປະທັບຈຳພັນສາ ທີ່ເວລຸຄາມ ໃກ້ເມືອງເວສາລີ ແຄວ້ນວັດຊີ ໃນລະຫວ່າງພັນສານີ້ ພຣະອົງຊົງ ປ່ວຍຢ່າງໜັກ ມີຄວາມເຈັບປວດຢ່າງຮຸ່ງແຮງເຖີງກັບຈະປະຣິນິບພານ ແຕ່ພຣະອົງຊົງລະງັບຄວມເຈັບປວດທໍຣະ ມານດ້ວຍການເຂົ້າໂຕສະມາທິອັນໄຮ້ນິມິດ ໃນວັນເພັງເດືອນສາມພາຍຫຼັງພັນສານັ້ນ ພຣະພຸດທະເຈົ້າສະເດັດໄປ ປະທັບ ທີ່ປາວາລະເຈດີ ສັ່ງບອກພຣະອານົນວ່າ ພຣະອົງໄດ້ຕັດສິນໃຈວ່າ ຈະປະຣິນິບພານໃນເວລາ 3 ເດືອນນັບ ແຕ່ວັນນັ້ນ ການຕັດສິນໃຈເຊັ່ນນີ້ເອີ້ນວ່າ ປົງອາຍຸສັງຂານ.
ຕັ້ງແຕ່ວັນນັ້ນເປັນຕົ້ນມາ ພຣະພຸດທະອົງສະເດັດອອກຈາກເມືອງເວສາລີສະແດງທັມໃນທີ່ຕ່າງໆ ຈົນເຖີງ ວັນຂຶ້ນ 14 ຄຳ່ເດືອນ 6 ເຫຼືອອີກພຽງ 1 ວັນຈະຄົບ 3 ເດືອນ ພຣະອົງກໍ່ສະເດັດເຖີງເມືອງປາວາ ປະທັບຢູ່ໃນສວນ ໝາກມ່ວງຂອງນາຍຈຸນທະ ຊົງສະແດງທັມໂປດນາຍຈຸນທະໃຫ້ໄດ້ບັນລຸໂສດາປັດຕິຜົນ ແລະນາຍຈຸນທະໄດ້ອາຣາດ ທະນາພຣະພຸດທະອົງພ້ອມດ້ວຍພຣະພິກຂຸສົງໄປສັນພັດຕາຫານທີ່ບ້ານຂອງຕົນ ໃນວັນຕໍ່ມາພຣະພຸດທະອົງຊົງຮັບ ອາຣາດທະນາ.
ວັນຕໍ່ມາກົງກັບວັນເພັງເດືອນ 6 ສະເດັດໄປສັນພັດຕາຫານຢູ່ທີ່ບ້ານນາຍຈຸນທະ ຊຶ້ງເປັນການຮັບບິນດາ ບາດຄັ້ງສຸດທ້າຍ ພຣະອົງສັນສູກຣມັທທວະ ທີ່ນາຍຈຸນທະເຮັດຖວາຍ ຊົງຫ້າມບໍ່ໃຫ້ພິກຂຸອົງອື່ນສັນສູກຣມັທທວະ ນັ້ນ ຫຼັງຈາກອະນຸໂມທະນາແລ້ວ ສະເດັດອອກຈາກບ້ານນາຍຈຸນທະໃນລະຫວ່າງທາງຊົງປ່ວຍຂຶ້ນຢ່າງໜັກ ຂຶ້ນ ເຖີງພຣະໂລຫິດ ແຕ່ຊົງບັນເທົາທຸກເວທະນານັ້ນດ້ວຍກຳລັງອະທິວາສະນະຂັນຕິ ແລະຍານະສະມາບັດ ສະເດັດ ເດີນທາງຕໍ່ໄປຊົງພັກເມື່ອຍເປັນໄລຍະໆ ຈົນເຖີງເມືອງກຸສິນາຣາ ສະເດັດເຂົ້າໄປຍັງດົງໄມ້ສາລະ ຮັບສັ່ງໃຫ້ປູຜ້າເສ ນາສະນະລະຫວ່າງໄມ້ສາລະຄູ່ໜຶ່ງແລ້ວສະເດັດນອນພັກໜ້ອຍໜຶ່ງ ໂດຍບໍ່ໄດ້ຄິດວ່າຈະລຸກຂຶ້ນອີກ ເວລານັ້ນຕົ້ນສາ ລະທັງຄູ່ກໍ່ອອກດອກເຕັມຕົ້ນລົ່ນຖືກຫົວຂອງພຣະພຸດທະອົງ ປຽບເໝືອນການບູຊາພຣະພຸດທະອົງ.
ຂະນະປະທັບໃນອິຣິຍາບົດນັ້ນ ຊົງສະແດງທັມຕະຫຼອດເວລາຊົງແນະນຳພຣະອານົນໃຫ້ປະຕິບັດຕໍ່ພຸດທະສີ ຣະເຊັ່ນດຽວກັບການປະຕິບັດພຣະບໍຣົມມະສົບຂອງພຣະເຈົ້າຈັກກະພັດ ໃນຄືນນັ້ນສຸພັດທະປະຣິພາຊົກໄດ້ຂໍເຂົ້າ ເຝົ້າທູນຖາມບັນຫາຕ່າງໆ ພຣະອົງຊົງຕອບບັນຫາໃຫ້ເປັນທີ່ພໍໃຈ ສຸພັດທະປະຣິພາຊົກເຫຼື້ອມໃສເລີຍທູນຂໍບັນພຣະ ຊາອຸປະສົມບົດ ພຣະອົງຊົງອະນຸຍາດການອຸປະສົມບົດເປັນພິເສດ ສຸພັດທະຈຶ່ງໄດ້ບວດເປັນພຣະພິກຂຸ ນັບເປັນສາ ວົກອົງສຸດທ້າຍ ອັນນີ້ເປັນຫຼັກຖານຍືນຍັນວ່າພຣະພຸດທະອົງຊົງບຳເພັນພຸດທະກິດຈົນນາທີສຸດທ້າຍແຫ່ງການ ພຣະຊົນ ຊີບ.
ຈາກນັ້ນ ພຣະພຸດທະເຈົ້າຄົງເປັ່ງວາຈາເປັນປັດສິມໂອວາດວ່າ”ພິກຂຸທັງຫຼາຍ ບັດນີ້ເຮົາຂໍເຕືອນພວກ ທ່ານວ່າ ສັງຂານທັງຫຼາຍມີຄວາມເຊື່ອມໄປເປັນທຳມະດາ ພວກທ່ານຈົ່ງໃຫ້ປະໂຫຍດເຖີງພ້ອມດ້ວຍຄວາມບໍ່ປະ ມາດເຖີ້ນ” ສິ້ນສຽງນີ້ກໍ່ມີແຕ່ຄວາມງຽບສະຫງົບ ພຣະອົງສະເດັດດັບຂັນປະຣິນິບພານໃນຍາມສຸດທ້າຍແຫ່ງຄືນພຣະ ຈັນເຕັມດວງຂອງເດືອນ ວິສາຂະ.

ພຣະພຸດທະເຈົ້າປະສູດກາງດິນພາຍໃຕ້ຕົ້ນສາລະໃນວັນເພັງເດືອນຫົກ ຕັດສະຣຸູ້ກາງດິນພາຍໃຕ້ຕົ້ນມະຫາ ໂພໃນວັນເພັງເດືອນຫົກ ແລະປະຣິນິບພານກາງດິນພາຍໃຕ້ຕົ້ນສາລະໃນວັນເພັງເດືອນຫົກ!.
(ສະຫງວນສິດ)

ไม่มีความคิดเห็น: