ຄົ້ນຫາ

3.26.2555


ປະວັດພຣະ ໘ ປາງ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັກ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)

- ມີຄົນມາຖາມເລື່ອງພຣະປະຈຳວັນເກີດ ວ່າເກີດວັນນັ້ນວັນນີ້ ຄວນໄຫວ້ພຣະອົງໃດດີ ? ບາງຄົນກໍມາຫາວ່າຢາກໄດ້ ພຣະໄປບູຊາ ບາງຄົນກ​ໍມາຂໍພຣະໄປແຂວນຄໍ ຄັນຫາມາໃຫ້ແລ້ວກໍບອກວ່າບໍ່ແມ່ນພຣະປະຈຳວັນເກີດຕົນ ຕົນເກີດວັນນັ້ນ ຢາກໄດ້ພຣະຈັ່ງຊັ້ນ ເລົ່ານີ້ເປັນຕົ້ນ ບາງຄົນກັບສົ່ງຄືນກໍຍັງມີ.
- ອັນທີ່ມັນຫຍຸ້ງໄປກວ່ານັ້ນ ຄັນໃຫ້ພຣະອົງບັກໃຫຍ່ກໍຕາມ ອົງນ້ອຍໆກໍຕາມ ກໍຕ້ອງຖາມວ່າ "ຜູ້ຍິງຈັບໄດ້ບ​ໍ" ກໍຕອບວ່າຈັບໄດ້ ບາງຄົນກໍຈັບເອົາບາງຄົນບໍ່ກ້າຈັບ ຕ້ອງເອົາຂອງມາຮັບ ເຊັ່ນເອົາຖົງ, ເອົາແພຜ້າບ່ຽງເອົາກະຕິບເຂົ້າ ຫຼືເອົາຂອງທີ່ຫາໄດ້ມາຮອງຮັບ ອັນທີ່ມັນເປັນຕາຢາກຫົວນັ້ນຕີ ຄັນເພີ່ນຫາຂອງມາຮັບບໍ່ໄດ້ ກໍເອົາຊາຍເສື້ອ ແລະຊາຍສິ້ນມາຮັບເອົາພຣະ ບາງຄົນກ​ໍເອົາໄມ້ມາຄີບເອົາໃສ່ກະແຕ໊ບ ອັນນີ້ມັນເປັນຕາໜ່າຍຄັກໆ ອົດສາຢ້ານບາບກັບເອົາຂອງບໍ່ຄວນມາຮັບເອົາພຣະ, ມີຄົນຖາມຫຼາຍເທື່ອຫຼາຍທີ ກໍເລີຍແບບບອກແບບກວນໆໄປເລີຍກະມີ ເຊັ່ນວ່າ "ຜູ້ຍິງຈັບໄດ້ບໍ ?" ຕອບວ່າ "ຈັບໄດ້" ເຂົາກະຍັງສົງໄສອີກວ່າ "ຫາກວ່າຜູ້ຍິງຈັບບໍ່ໄດ້" ກະຕອບວ່າ "ອັນວ່າກວ່າພຣະທອງ ຈັບໄດ້ໂລດ ອັນຈັບບໍ່ໄດ້ແມ່ນພຣະດັງໂກນ" ຮາໆໆໆໆ