ຄົ້ນຫາ

9.19.2554

ປະຖົມມະເຫດ ພຸດທະປະຫວັດ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
       ພຣະບໍຣົມໂພທິສັດໄດ້ຊົມງບຳເພັງປາຣະມີ ໓໐ ທັດມາ ໔ ອະສົງໄຂປາຍແສນມະຫາກັບ, ດ້ວຍປະການ ດັ່ງນີ້ແລ້ວ ຊາດສຸດທ້າຍໄດ້ບຳເພັງທານະປາຣະມີ ສະເຫວີຍພຣະຊາດເປັນພຣະເຫວດສັນດອນໂພທິສັດ ຄັນທິ ວົງຄົດແລ້ວ ໄດ້ອຸບັດໄປບັງເກີດເປັນສັນຕຸສິດເທພະບຸຕເທວະຣາຊ ສະເຫວີຍທິພພະສົມບັຕ ຢູ່ໃນສະຫວັນຊັ້ນດຸສິຕນັ້ນ.
         ເມື່ອທ້າວມະຫາພຣົມໃນຊັ້ນສຸທາວາທທັງ ໕ ລົງມາທ່ຽວປະກາດແກ່ຊາວໂລກ ອັນເປັນເຫດແຫ່ງພຸດທະໂກລາຫົນ ແກ່ມວນມະນຸດວ່າ.
            "ນັບແຕ່ນີ້ໄປເຖິງແສນປີ ພຣະສັມມາສັມພຸດທະເຈົ້າຈັກອຸບັດຂຶ້ນໃນໂລກ" ຄວາມສົງໄສສັບສົນນີ້ ດຳຣົງຢູ່ ເຖິງໜຶ່ງແສນປີເຕັມ, ຫາຜູ້ໃຫ້ຄຳຕອບບໍ່ໄດ້ ຈວບຈົນກະທັງ, ບຸບພະນິມິດ ໔ ປະການປາກົດຂຶ້ນແກ່ສັນຕຸສິດເທພະບຸດແລ້ວ ເລົ່າເທວະດາ, ອິນທຣ໌, ພຣົມ ກໍຊາບແນ່ນອນວ່າ "ສັນດຸສິຕເທພະ ບຸຕ" ອັງນີ້ເອງ ຄືອົງພຣະສັບພັນຍູໂພທິສັດ.
            ຈຶ່ງພາກັນຂາບທູນອາຣາທະນາສັນຕຸສິຕເທບພະບຸດ ໃຫ້ຈຸຕິລົງມາເກີດໃນມະນຸດສາໂລກ ເພື່ອຕັດສະຮູ້ເປັນ ພຣະສັມມາສັມພຸດທະເຈົ້າ ສະແດງທັມສັ່ງສອນເລົ່າເວໄນຍະສັຕໃນມະນຸດສາໂລກ, ກັບທັງເລົ່າເທວະໂລກ ໃຫ້ພົ້ນຂ້າມສັງສາຣະວັດ ຄັນສັນດຸສິຕເທວະບຸດຊົງພະຈາຣະນາ ປັນຈະມະຫາວິໂລກະນະ ຄືເຫດການສຳຄັນ ທີ່ພຣະໂພທິສັດພິຈາຣະນາ ກວດເບິ່ງກ່ອນຈະຊົງຮັບອາຣາທະນາ ໕ ປະການ ຄື:

        ໑. ກາລ  : ຄື ອາຍຸສັງຂານຂອງມະນຸດ ຈະຕ້ອງຢູ່ຣະຫວ່າງ ໑໐໐ ປີ ເຖິງແສນປີ.
        ໒. ທີປະ :  ຄື ທວີປ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຊຸມພູທວິປເທົ່ານັ້ນ.
        ๓. ເທສະ : ຄື ປະເທດທີ່ພຣະພຸດທະເຈົ້າຊົງອຸບັດ ຕ້ອງເປັນມັດທະຍົມປະເທດ ເທົ່ານັ້ນ.
        ๔. ກຸລະ : ຄື ຕະກູນ ທີ່ພຣະພຸດທະເຈົ້າຈະອຸບັດ ຕ້ອງເປັນຂັດຕິຍະສະກຸນ ຫຼືເປັນມະຫາພຣາມສະກຸນເທົ່ານັ້ນ. 
        ๕. ມາຣດາ  : ຄື ພຣະມານດາຂອງພຣະພຸດທະເຈົ້າຕ້ອງມີສິລຫ້າບໍຣິສຸດ ໄດ້ບຳເພັງປາຣະມີຕລອດແສນກັປ.
          ເມື່ອຊົງເປັນວ່າ ຢູ່ໃນສະຖານະອັນຄວນ ຈຶ່ງຮັບຄຳທູນອັງເຊີນ.

- ພຣະໄຕປິດົກ ອັຕຖະກະຖາ.

ไม่มีความคิดเห็น: