ຄົ້ນຫາ

9.14.2554

ພຸດທະລີລາ ໃນການສອນ

ໃນການສອນ ຫຼືການສະແດງທຳໃນແຕ່ລະຄັ້ງຂອງພຣະພຸດທະະເຈົ້ານັ້ນ, ມີຄວາມງົດງາມໃນເລີ່ມຕົ້ນ, ທ້າມກາງ ແລະງົດງາມໃນໃນທີ່ສຸດ ຫຼືມີລັກສະນະການສອນ ທີ່ເຮັດໃຫ້ຜູ້ຟັງມີຄວາມປະທັບໃຈນັ້ນ ຈຳແນກໄດ້ ໔ ປະເພດ ຄື:

໑. ສັນທັສສະນາ : ຊີ້ແຈງໃຫ້ເຫັນຊັດ ຄື ຈະສອນອັນໃດກໍຈີ້ແຈງ, ຈຳແນກ ອະທິບາຍ ແລະສະແດງເຫດຜົນໃຫ້ຊັດ ເຈນ ຈົນຜູ້ຟັງເຂົ້າໃຈຈະແຈ້ງເຫັນຈິງ ເຫັນເໝືອນກັບຈູງມືໃຫ້ໄປເບິ່ງເຫັນກັບຕາໂລດ.

໒. ສະມາທະປານາ : ຊັກຊວນໃຫ້ຢາກນຳເອົາໄປປະຕິບັດເອງ ຄືສິ່ງໃດຄວນປະຕິບັດ ຫຼືຫັດທຳກໍແນະນຳ ຫຼືບັນ ຍາຍໃຫ້ຊາຍເຊິ່ງເຖິງແກ່ນແທ້ ໃນຄຸນຄ່າເບິ່ງເຫັນຄວາມສຳຄັນທີ່ຈະຕ້ອງຝຶກຝົນບຳເພັງຈົນໃຈຍອມຮັບຢາກລົງ ມືທຳຕາມ ສຳຄັນຈົນຍອມຮັບຢາກລົງມືທຳ ຫຼືນຳໄປປະຕິບັດຈົນເກີດຜົນ.

໓. ສະມຸດເຕຊະນາ : ເຮັດໃຫ້ໃຈອົງອາດກ້າຫານ ປຸກລຸກໃຈໃຫ້ກະຕືລືລົ້ນ ເກີດຄວາມອຸສະຫະ ພະຍາຍາມ ມີກຳລັງໃຈແຂງຂັນໝັ້ນໃຈ ທີ່ຈະທຳໃຫ້ສຳເຣັດ ຈົນໄດ້ສູ້ງານບໍ່ຫວັ່ນກົວຕໍ່ຄວາມອິດເມື່ອຍ ບໍ່ຢ້ານຕໍ່ຄວາມລຳບາກ ກາກກຳມທັງປວງ.

໔. ສັມປະທັງສະນາ : ອອຍໃຈໃຫ້ສົດຊື່ນລື່ນເລີງ ຄື ບຳລຸງຈິດໃຈໃຫ້ສົດຊື່ນເບີກບານ ໂດຍຊີ້ໃຫ້ເຫັນຜົນຫີ ຫຼືຜົນ ຄຸນປະໂຫຍດທີ່ຈະໄດ້ຮັບ ແລະທາງທີ່ຈະກ້າວໜ້າບັນລຸຜົນສຳເຣັດຍິ່ງໆຂຶ້ນໄປ ເຮັດໃຫ້ຜູ້ຟັງມີຄວາມ ຫວັງ ແລະລື່ນເລີງເບີກບານໃຈ.

ไม่มีความคิดเห็น: