ຄົ້ນຫາ

9.13.2554

ຄຸນສົມບັດຂອງພຣະພຸດທະເຈົ້າ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)
ພຣະພຸດທະເຈົ້າ ຊົງປະກອບດ້ວຍຄຸນສົມບັດ ບຸກຄະລິກະພາບຂອງການສະແດງທັມ ທີ່ຊາວໂລກທັງຫຼາຍເພິ່ງພໍໃຈ ດັ່ງນີ້:

໑. ຣູປປັປປະມານິກາ : ມີພຣະຮູບໂສມທີ່ງົດງາມ ສົມບູນດ້ວຍມະຫາສັປປຸຣິສະລັກສະນະ ໓໒ ປະການ.
໒. ໂຂສັປປະມານິກາ : ມີພຣະສຸຣະສຽງທີ່ອ່ອນຫວານຈັບໃຈແກ່ຜູ້ຟັງ.
໓. ລູຂັປປະມານິກາ : ມີບໍຣິຂານຫຼື້ປັດໄຈທີ່ເສົ້າໝອງຍັງຄວາມເຫຼື້ອມໃສໃຫ້ເກີດ.
໔. ທັມມັປປະມານິກາ : ເປັນຜູ້ຊົງທັມອັນຍອດຢ້ຽມ ໃນບັນດາໝູ່ມະນຸດ ແລະເທວະດາທັງຫຼາຍ ຊົງເປັນຣາຊາແຫ່ງທັມສົມບູນດ້ວຍວິຊຊາ ແລະຈາຣະນະ.

ພຣະພຸດທະເຈົ້າຊົງມີພຣະສຸຣພະສຽງເໝືອນກັບພຣົມ ຊົນທັງຫຼາຍໄດ້ຟັງແລ້ວ ຕ່າງກໍຕິດໃຈໃນພຣະສຸຣະສຽງຂອງ ພຣະອົງ ໄດ້ເຫັນປະຕິກິຣິຍາ ໄດ້ຟັງທັມອັນງາມຂອງພຣະອົງ ແລ້ວຕ່າງກໍເກີດຄວາມເຫຼື້ອມໃສສັດທາ ດັ່ງທີ່ອຸຕຣະ ພຣາມ ໄດ້ກ່າວຍ້ອງຍໍຊົມເຊີຍພຣະອົງໄວ້ດັ່ງນີ້ :
- ທ່ານພຣະໂຄດົມ ພຣະອົງນັ້ນຊົງມີພຣະສຸຣະສຽງ ກືກກ້ອງເປັ່ງອອກມາຈາກພຣະໂອດ ປະກອບດ້ວຍອົງ ໘ ປະການ.

໑. ນູ່ມນວນ.
໒. ຟັງຊັດເຈນ.
໓. ມ່ວນ, ອ່ອນຫວານ.
໔. ຟັງງ່າຍ.
໕. ກົມກ່ອມ.
໖. ບໍ່ແຫບ.
໗. ເລິກເຊິ່ງ.
໘. ມີພຣະສຸຣະສຽງກັງວານ.

ພຣະສຸຣະສຽງທີ່ພຣະພຸດທະອົງຊົງສອນພຸດທະບໍຣິສັດ ໃຫ້ເຂົ້າໃຈນັ້ນບໍ່ໄດ້ກ້ອງອອກໄປນອກພຸດທະບໍຣິສັດ ນັ້ນ ຊົນທັງຫຼາຍທີ່ທ່ານພຣະໂຄດົມຊົງຊີ້ແຈ້ງໃຫ້ຊັດເຈນ ຊວນໃຫ້ຢາກຮັບເອົາໄປປະຕິບັດເຈົ້າໃຈ ອາດຫານ ອອຍໃຈໃຫ້ລື່ນເລີງດ້ວຍທັມມິກະຖາ ຈຶ່ງລຸກຈາກທີ່ນັ່ງໄປຫຼຽວເບິ່ງ ໂດຍບໍ່ຢາກຈາກໜີໄປ ເຮົາໄດ້ເຫັນພຣະໂຄ ດົມພຣະອົງນັ້ນ ຊົງດຳເນີນປະທັບຢືນສະເດັດເຂົ້າໄກ້ບ້ານ ປະນິ່ງໃນໃກ້ບ້ານ ກຳລັງສະເຫວີຍພຣະກາຍາຫານ
ໃນທີ່ໃກ້ບ້ານ ສະເຫວີຍສະເຣັດແລ້ວກໍຊົງນັ່ງນິ້ງ ສະເຫວີຍສຳເຣັດແລ້ວຊົງອະນຸໂມທະນາ ສະເດັດກັບມາຍັງພຣະ
ອາຣາມ ສະເດັດມາເຖິງພຣະອາຣາມແລ້ວ ສະເດັດປະທັບນັ່ງນິ້ງຢູ່ໃນພຣະອາຣາມແລ້ວ ຊົງສະແດງທັມແກ່ພຸດທະ
ບໍຣິສັດ ທ່ານພຣະໂຄດົມພຣະອົງນັ້ນ ຊົງພຣະຄຸນເຊັ່ນນີ້ ແລະຊົງຄຸນຍິ່ງກວ່າທີ່ກ່າວແລ້ວ.

ไม่มีความคิดเห็น: