ຄົ້ນຫາ

9.14.2554

ຫຼັກການສອນທັມ ໕ ປະການຂອງພຣະພຸດທະເຈົ້າ


 ຄົ້ນຄວ້າ ແລະຮຽບຮຽງ
ໂດຍ:ພຣະຄຣູເນືອງພິລັດ ໂຊຕິທອນ
(ຫົວໜ້າຫ້ອງການວິຊາການ ວິທະຍາໄລສົງ ອົງຕື້)
ປັດຈຸບັນເປັນຮອງຜູ້ອຳນວຍການວິທະຍສາໄລສົງອົງຕື້
(ສະຫງວນສິດ)


ຫຼັການສອນທັມ ໕ ປະການຂອງພຣະພຸດທະເຈົ້າ ຄື:

໑. ອະນຸປຸພພິກະຖັງ : ສະແດງໂດຍລຳດັບ ຊີ້ໃຫ້ເຫັນຄວາມກ່ຽວພັນຕໍ່ເນື່ອງກັນ ເຮັດໃຫ້ຜູ້ຟັງຈັບຕົນປາຍສາຍ ເຫດ ເຄົ້າໂຄງ ຫຼືຕົ້ນຄວາມໄດ້.
໒. ປະຣິຍາຍະທັສສະວີ : ສະແດງຜົນແຫ່ງທັມໃຫ້ຜູ້ຟັງເຂົ້າໃຈຊັດເຈນ ມີລະອຽດທຸກແງ່ ທຸກມູມ.
໓. ອະນຸທະຍັງປະກິດຈຈະ : ສະແດງທັມດ້ວຍຈິດເມດຕາ ຫວັງໃຫ້ເກີດແກ່ຜູ້ຟັງຈິງແທ້.
໔. ອະມິສັນຕະໂຣ : ບໍ່ຕິດໃນລາບຍົດສັກກາຣະ ແມ່ນຈະບໍ່ມີລາບສັກກາຣະ ຍົດ ສັກ ອັນຈະຕ້ອງໄດ້ຈາກການສະ ແດງທຳ ກໍສະແດງດ້ວຍຄວາມຕັ້ງໃຈ ມີຄວາມຍິນດີໃນການສະແດງທັມ.
໕. ອັດຕານັນຈະ ປັນຈະ ອະນຸປະຫັດຖະ : ບໍ່ສະແດງທຳກະທົບກະທັ້ງສຽດສີຜູ້ອື່ນ ກ່າວຮ້າຍຜູ້ອື່ນ ເປັນເຫດໃຫ້ ເຂົາເສັຍຊື່ສຽງ ຫຼືອວດອ້າງຕົນເໜືອຜູ້ອື່ນ ສະແດງເຖິງຄວາມເປັນເຈົ້າມານະທິດຖີ.

- ການສະແດງທັມຂອງພຣະພຸດທະເຈົ້າ ເປັນການສະແດງໃນລະດັບທີ່ງ່າຍໄປຫາຍາກ ໃຫ້ເຫັນຄວາມກ່ຽວເນື່ອງສຳ ພັນກັນ ໄປໂດຍລຳດັບ ເປັນການຊັກລ້າງຈິດໃຈຂອງຜູ້ຟັງໃຫ້ສະອາດໄປເທື່ອລະ ກ້າວເໝາະສົມແກ່ສະພາວະທຳ ຂອງຜູ້ຟັງສູງຂຶ້ນໄປເລື້ອຍໆ, ການສະແດງທຳໃນລັກສະນະນີ້ ຮຽກວ່າອະນຸ ປຸພພິກກະຖາ ເຊັ່ນພຣະອົງຊົງສະແດງທັມແກ່ພຣົມມາຍຸພຣາມ ດັ່ງນີ້:

"ພຣະຜູ້ມີພຣະພາກເຈົ້າ ຕັດອະນຸປຸພພິກະຖາ ແກ່ພຣົມມາຍຸພຣາມ ຄື ຊົງປະກາດເລື່ອງທານ, ເລື່ອງສີລ, ເລື່ອງສະຫວັນ, ເລື່ອງໂທດ, ເລື່ອງຄວາມຕໍ່າຊ້າ, ຄວາມເສົ້າໝອງແຫ່ງກາມ ແລະອະນິສົງໃນການອອກບວດ, ເມື່ອຊົງຊາບວ່າພຣົມມາຍຸພຣາມ ມີຈິດຄວນບັນລຸທັມສງົບອ່ອນປາສະຈາກນິວອນ ເບີກບານຜ່ອງໃສ ຈຶ່ງຊົງປະ ກາດສຸມຸສິກັງ ເທດສະໜາ ຄື: ທຸກ, ສະມຸທັຍ, ຣິໂຣດ, ມັກ, ທັມມະຈັກຂຸອັນບໍ່ມີທຸຣີ ຄື ກິເລດປາສະຈາກມົນທິນເກີດຂຶ້ນ ແກ່ມພຣົມມາຍຸພຣາມໃນຂະນະທີ່ນັ່ງຢູ່ນັ້ນເອງວ່າ "ສິ່ງໃດ ສິ່ງໜຶ່ງມີຄວາມເກີດ ຂຶ້ນເປັນທັມມະດາ ສິ່ງທັງໝົດນັ້ນລ້ວນແຕ່ດັບໄປເປັນທັມມະດາ" ປຽບເໝືອນຜ້າຂາວປາສະຈາດມົນທິນ ຄວນ ຮັບນຳ້ຍ້ອມໄດ້ເປັນຢ່າງດີ".


ไม่มีความคิดเห็น: